ກອງປະຊຸມປຶກສາຫາລືທົບທວນ ກົດໝາຍວ່າດ້ວຍຄ່າທຳນຽມສານ

ສານປະຊາຊົນສູງສຸດແຫ່ງ ສປປ ລາວ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ໄດ້ຮ່ວມຈັດກອງປະຊຸມປຶກສາຫາລືເພື່ອທົບທວນ ກົດໝາຍວ່າດ້ວຍຄ່າທຳນຽມສານ ຂຶ້ນໃນວັນທີ 2-4 ພຶດສະພາ 2018.

ກົດໝາຍວ່າດ້ວຍຄ່າທຳນຽາມສານສະບັບປັດຈຸບັນໄດ້ຮັບການບັງຄັບໃຊ້ຕັ້ງແຕ່ປີ 2007 ແລະ ໄດ້ເຮັດໃຫ້ລະບົບການເກັບຄ່າທຳນຽມສານມີຄວາມໂປ່ງໃສ ແລະ ເປັນໄປຕາມທີ່ກົດໝາຍກຳນົດໄວ້. ຄ່າທຳນຽມສານລ້ວນແລ້ວແຕ່ມີຄວາມສຳຄັນແກ່ພົນລະເມືອງທຸກຄົນທີ່ຕ້ອງການຄວາມຍຸຕິທຳ. ຫຼັກການໃນການເຂົ້າເຖິງຄວາມຍຸຕິທຳ ທີ່ໄດ້ບັດຍັດໄວ້ໃນລັດຖະທຳມະນູນນັ້ນແມ່ນມີຄວາມສຳຄັນຫຼາຍ. ຝ່າຍຕຸລາການມີຄວາມຈຳເປັນໃນການ ບັງຄັບໃຊ້ກົດໝາຍໃຫ້ມີຄວາມສອດຄ່ອງ ແລະ ຖືວ່າເປັນເລື່ອງປົກກະຕິທີ່ບັນດາລັດ ພາຍໃຕ້ການເປັນລັດແຫ່ງກົດໝາຍ ຝ່າຍຕຸລາການຈະຕ້ອງມີທຶນຮອນທີ່ພຽງພໍໃຫ້ ສາມາດນຳໃຊ້ອຳນາດທີ່ຈຳເປັນໄດ້ຢ່າງເຕັມທີ່.

ການບໍລິຫານທາງດ້ານຂະບວນການຍຸຕິທຳພາຍໃນສານແມ່ນຈະຕ້ອງມີຄ່າໃຊ້ຈ່າຍຫຼາຍຢ່າງ. ສະນັ້ນ, ການທົບທວນກ່ຽວກັບຄ່າທຳນຽມສານຈະເຮັດໃຫ້ສາມາດເກັບກຳຄ່າທຳນຽມສານໄດ້ສະດວກ, ແລະ ອາດເຮັດໃຫ້ການປະຕິບັດໜ້າທີ່ມີປະສິດທິພາບຂຶ້ນ ແລະ ພາຍໃນໄລຍະເວລາທີ່ເໝາະສົມ. ຢ່າງໃດກໍຕາມ, ຄ່າທຳນຽມສານບໍ່ຄວນເປັນອຸປະສັກໃຫ້ແກ່ພົນລະເມືອງໃນການເຂົ້າເຖິງຂະບວນການຍຸຕິທຳຜ່ານລະບົບຂອງສານ.

ວຽກງານດ້ານກົດໝາຍຢູ່ໃນ ສປປ ລາວ ແມ່ນມີການພັດທະນາຢ່າງກ້າວໜ້າ ເຊິ່ງ ສປປ ລາວ ແມ່ນກຳລັງກ້າວໄປສູ່ເປົ້າໝາຍຂອງການຫັນເປັນລັດແຫ່ງກົດໝາຍ. ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ, ຈຶ່ງມີຄວາມຈຳເປັນທີ່ສຸດທີ່ວຽກງານກົດໝາຍຈະຕ້ອງມີການປັບປຸງ ແລະ ພັດທະນາໃຫ້ສອດຄ່ອງກັບແຕ່ລະຍຸກສະໄໝ.

ໃນປີ 2017, ປະມວນກົດໝາຍອາຍາສະບັບທຳອິດຂອງ ສປປ ລາວ ປະກອບດ້ວຍ 420 ມາດຕາ ໄດ້ຮັບການປະກາດໃຊ້ ໂດຍສະພາແຫ່ງຊາດ. ປະມວນກົດໝາຍດັ່ງກ່າວກວມເອົາຫຼາຍຂົງເຂດໃໝ່ ເຊັ່ນ ການຕ້ານການຟອກເງິນ ແລະ ຄວາມຮັບຜິດຊອບຂອງບຸກຄົນທີ່ກົດໝາຍຄຸ້ມຄອງ.

ປະມວນກົດໝາຍແພ່ງ ແມ່ນປະກອບດ້ວຍ 600 ມາດຕາ ປະຈຸບັນພວມຢູ່ໃນຂັ້ນຕອນການຮ່າງແຕ່ປີ 2012, ເຊິ່ງຄາດວ່າຈະໄດ້ຮັບການປະກາດຮັບຮອງໃນທ້າຍປີນີ້.

ກອງປະຊຸມປຶກສາຫາລືຄັ້ງນີ້ໄດ້ຮັບການສະໜັບສະໜຸນຈາກ ການຊ່ວຍເຫຼືອເພື່ອການພັດທະນາລຸກຊຳບວກ ພາຍໃຕ້ໂຄງການລຸກຊຳບວກ LAO/031 ເຊິ່ງເປັນໂຄງການສຳລັບການພັດທະນາລັດແຫ່ງກົດໝາຍຢູ່ໃນ ສປປ ລາວ.

 

 

Comments are closed.