poster

ການຄ້າມະນຸດ ແລະ ການລັກລອບຂົນແຮງງານເຄື່ອນຍ້າຍ ໄດ້ກາຍເປັນທຸລະກິດທີ່ສົ່ງຜົນກຳໄລສູງແກ່ກຸ່ມອາຊະຍາກຳຂ້າມຊາດໃນທົ່ວໂລກ. ຄາດຄະເນວ່າໃນສະເພາະຂົງເຂດ ອາຊີປາຊີຟິກ ພຽງພາກພື້ນດຽວ ມີ 11,7 ລ້ານຄົນ ຖືກບັງຄັບໃຫ້ໃຊ້ແຮງງານ.

ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ພວມມີການປ່ຽນແປງທາງດ້ານການພັດທະນາ ຫຼາຍກ່ວາເຄີຍມີມາ. ໄລຍະທົດສະວັດຜ່ານມາ, ນະໂຍບາຍທີ່ແຂງແຮງ ໃນອະນຸພາກພື້ນແມ່ນໍ້າຂອງໄດ້ສ້າງຄວາມປ່ຽນແປງ ແລະ ການພັດທະນາທີ່ວ່ອງໄວ ແກ່ຊີວິດການເປັນຢູ່ຂອງປະຊາກອນຫຼາຍລ້ານຄົນ ໃນພາກພື້ນນີ້. ບັນດາປັດໃຈຊຸກຍູ້ ແລະ ດຶງດູດ ສຳລັບການເຄື່ອງຍ້າຍປະຊາກອນ ຢູ່ພາຍໃນ ແລະ ຕ່າງປະເທດ ແມ່ນມີຢ່າງຫຼວງຫຼາຍ ໂດຍສະເພາະແມ່ນ ບັນດາຊາວໜຸ່ມ. ການເຄື່ອນຍ້າຍຂອງປະຊາກອນໃນເຂດຕົວເມືອງ/ຊົນນະບົດ ແລະ ການເຄື່ອນຍ້າຍຂ້າມຊາດ ພວມເພີ່ມຂຶ້ນຢ່າງຕໍ່ເນື່ອງ; ໂດຍສະເພາະແມ່ນໄປເຂດທີ່ປະຊາກອນເລົ່ານັ້ນ ມີໂອກາດຊອກຫາຊີວິດການເປັນຢູ່ໃໝ່ ແລະ ເສດຖະກິດໄດ້ຮັບການພັດທະນາທີ່ດີກ່ວາເດີມ. ຄ້າຍຄືກັບ ປະເທດອື່ນໃນເຂດອານຸພາກພື້ນແມ່ນໍ້າຂອງ, ປະຊາກອນລາວໂດຍລວມແລ້ວແມ່ນມີອັດຕາສ່ວນໄວໜຸ່ມທີ່ສຳຄັນ ແລະ ໂອກາດໃນການຊອກວຽກພາຍໃນປະເທດມີຈຳກັດ. ໂອກາດໃນການຊອກວຽກທີ່ຖືກກົດໝາຍຂອງແຮງງານເຄື່ອນຍ້າຍ ແມ່ນຫາຍາກ, ການເຂົ້າເຖິງວຽກເຮັດກໍ່ລຳບາກ ແລະ ບໍ່ແທດເໜາະກັບຄວາມຕ້ອງການ; ສະພາບດັ່ງກ່າວເຮັດໃຫ້ຫຼາຍຄົນຈຳຕ້ອງຊອກຫາຊ່ອງທາງອື່ນ ແລະ ກໍ່ກາຍເປັນແຮງງານເຄື່ອນຍ້າຍທີ່ບໍ່ມີເອກະສານທາງການ.

ການຕໍ່ສູ້ກັບການຄ້າມະນຸດ, ການລັກລອບຂົນແຮງງານເຄື່ອນຍ້າຍ ແລະ ອາຊະຍາກຳທີ່ມີການຈັດຕັ້ງ ແມ່ນໜ້າທີ່ອັນຍິ່ງໃຫ່ຍ ເນື່ອງຈາກວ່າໂຄງສ້າງທາງດ້ານພູມີປະເທດ ເຊິ່ງປະກອບດ້ວຍ ຊາຍແດນທີ່ຍາວ, ມີທຳມະຊາດອຸດົມສົມບູນ ແລະມັກຈະອ້ອມຮອບໄປດ້ວຍ ປ່າໄມ້, ແມ່ນໍ້າ ຫຼື ພູຜາປ່າໄມ້ ເປີດຊ່ອງຫວ່າງໃຫ້ກຸ່ມຄົນ ຊອກຫາຜົນປະໂຫຍດ ຈາກການເຄື່ອນໄຫວອາຊະຍາກຳ. ຊ່ອງຫວ່າງດັ່ງກ່າວຍິ່ງເປີດກ່ວາງຂຶ້ນຕື່ມອີກ ຍ້ອນຄວາມສາມາດໃນການຕອບໂຕ້ຂອງບັນດາປະເທດໃນເຂດນີ້ ຍັງບໍ່ທັນ ເໝາະສົມ ແລະ ມີຂໍ້ຈຳກັດຂອງການບັງຄັບໃຊ້ກົດໝາຍ ແລະ ອຳນາດຕຸລາການ.

ນະໂຍບາຍໃໝ່ປະຊາຄົມເສດຖະກິດອາຊຽນ ພວມເຮັດໃຫ້ສາຍພົວພັນເສດຖະກິດ ລະຫວ່າງປະເທດສະມາຊິກອາຊຽນໃກ້ຊິດຂຶ້ນ ເຮັດໃຫ້ການຄ້າ ແລະໄປມາຂ້າມຊາຍແດນເພີ່ມຂຶ້ນ. ຂັ້ນຕອນການບໍລິການເຂົ້າ-ອອກຊາຍແດນ ແບບປ່ອງບໍລິການດຽວ ຫຼື ແບບລຽບງ່າຍ ຫລຸດຜ່ອນການກວດກາ ພາຍໃນຊາຍແດນປະເທດສະມາຊິກ AEC ແລະ ກໍ່ມີທ່າອ່ຽງທີ່ຈະເຮັດໃຫ້ ການເຂົ້າອອກເມືອງທີ່ຜິດກົດໝາຍເພີ່ມຂຶ້ນ ແລະ ເອື້ອຍອຳນວຍແກ່ເຄືອຂ່າຍອາຊະຍາກຳຫຼາຍຂຶ້ນ. ໃນຄະນະທີ່ ກອງປະຊຸມລັດຖະມົນຕີ ອາຊຽນ ພວມຮ່ວມກັນປຶກສາຫາລື ເພື່ອແກ້ໄຂບັນຫາ ອາຊະຍາກຳ ແລະ ການຄ້າມະນຸດ ໃນລະດັບການເມືອງ, ທຸກປະເທດໃນເຂດອານຸພາກພື້ນແມ່ນໍ້າຂອງ ພວມປະເຊີນກັບສິ່ງທ້າທາຍທີ່ໜັກນ່ວງ ໃນການຕອບໂຕ້ອາດສະຍາກຳເລົ່ານີ້ຢ່າງມີປະສິດທິຜົນ.

‘ກອງປະຊຸມສ້າງຄວາມສາມາດລະດັບຊາດ ເພື່ອຕ້ານໄພຄຸກຄາມສາກົນ ຈາກການຄ້າມະນຸດ, ການລັກລອບຂົນແຮງງານເຄື່ອນຍ້າຍ ແລະ ອາຊະຍາກຳທີ່ມີການຈັດຕັ້ງ’ ຈັດຂຶ້ນໂດຍ ສະຖາບັນ ILSTA ໂດຍການປະສານຮ່ວມມືກັບ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງການຕ່າງປະເທດ ແມ່ນເວທີ ສຳລັບ ການສ້າງຄວາມອາດສາມາດ, ການຮ່ວມມື ແລະ ສ້າງເຄືອຂ່າຍ ທີ່ສຳຄັນ ສຳລັບຂະແໜງຍຸຕິທຳ ໂດຍເນັ້ນໃສ່ ສປປລາວ ເປັນພິເສດ. ບັນຜູ້ນຳສະເໜີ ແລະ ບັນຍາຍ ຈາກອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບັງຄັບໃຊ້ກົດໝາຍ ແລະ ນັກວິຊາການ ຈະຖືກເຊີນເພື່ອມາແບ່ງປັນປະສົບການຂອງເຂົາເຈົ້າ. ໃນຄະນະດຽວກັນ ກອງປະຊຸມດັ່ງກ່າວຈະຖືກໃຊ້ເປັນເວທີ ແລກປ່ຽນບົດຮຽນ ແລະ ລາຍງານ ກ່ຽວກັບທ່າອ່ຽງທ້ອງຖີ່ນໃນປະຈຸບັນ, ເນື່ອງຈາກວ່າ ພະນັກງານລະດັບສູງທີ່ກ່ຽວຂ້ອງຈາກ 17 ແຂວງໃນລາວ ຈະເຂົ້າຮ່ວມ.

ht-poster-smallsm-poster-smallaml-poster-small