ນັກສຶກສາໄດ້ຮັບແຮງບັນດານໃຈຈາກການບັນຍາຍດ້ານກົດໝາຍ

ນັກສຶກສາ ແລະ ຄູອາຈານ ຄະນະນິຕິສາດ ແລະ ລັດຖະສາດ ຫຼາຍກ່ວາ 100 ຄົນ ເຂົາຮ່ວມຮັບຟັງ ການບັນຍາຍໃນຫົວຂໍ້ ‘ການລະເມີດ’ ໃນກອບ ກົດໝາຍຂໍ້ຝຸກພັນນອກສັນຍາ ນຳສະເໜີໂດຍທ່ານ ອາຈານ ວິໄຊ ສີຫາປັນຍາ ຫົວໜ້າພາກວິຊາກົດໝາຍແພ່ງ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງ. ການບັນຍາຍດັ່ງກ່າວ ຈັດຂຶ້ນໃນກອບຊຸດຝຶກອົບຮົມທີ່ພວມດຳເນີນໃນປະຈຸບັນ ໂດຍໄດ້ຮັບການ ສະໜັບສະໜຸນຈາກ ສະຖາບັນ ຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ເຊິ່ງໄດ້ເຊີນເອົາ ບັນດານັກວິຊາການຜູ້ນຳໜ້າ ແລະ ຊ່ຽວຊານດ້ານກົດໝາຍ ຈາກພາກລັດ ແລະ ເອກະຊົນ ເພື່ອເຂົ້າຮ່ວມແລກປ່ຽນປະສົບການ ແລະ ກໍ່ໄດ້ກາຍເປັນເວທີ ສຳລັບແລກປ່ຽນຄວາມຄິດເຫັນ ແລະ ການສົນທະນາ, ຖ້າທ່ານສົນໃຈ ແລະ ຍາກຮູ້ ຕະຕະລາງການບັນຍາຍຄັ້ງຕໍ່ໄປ ທ່ານສາມາດຕິດຕາມພວກເຮົາໄດ້ທີ່ www.facebook.com/ILSTALAOS ຫຼືທີ່: www.ilsta.org

Mr Vixay Syhapanya responded to an audience's question

Participants of Open Lecture on Tort Law

Participants joined group photo

Participants joined group photo

Comments are closed.