ບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມກອງປະຊຸມວ່າດ້ວຍການໄກ່ເກ່ຍໃນສົນທິສັນຍາດ້ານການລົງທຶນ

ພະນັກງານຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ ກອງປະຊຸມວ່າດ້ວຍການໄກ່ເກ່ຍໃນສົນທິສັນຍາດ້ານການລົງທຶນ ເຊິ່ງນຳສະເໜີໂດຍຜູ້ຊ່ຽວຊານຈາກມະຫາວິທະຍາໄລລຸກຊຳບວກ ທ່ານ ແມັດທິວ ຮັບໂພຣ.

ທ່ານ ແມັດທິວ ເປີດການບັນຍາຍຫຼາຍຫົວຂໍ້ກ່ຽວກັບກົດໝາຍລະຫວ່າງປະເທດ ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ ເຊິ່ງການຢ້ຽມຢາມໃນຄັ້ງນີ້ແມ່ນພາຍໃຕ້ຂໍ້ຕົກລົງລະຫວ່າງ ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ.

ສປປ ລາວ ໄດ້ລົງນາມໃນສົນທິສັນຍາສອງຝ່າຍ (BITs) ກັບ 28 ປະເທດ ແລະ ເປັນພາຄີໃນສົນທິສັນຍາ 18 ສະບັບ ທີ່ກ່ຽວກັບຂໍ້ກຳນົດດ້ານການລົງທຶນ (TIPs) ແລະ ລວມໄປເຖິງບັນດາຂໍ້ຕົກລົງວ່າດ້ວຍການລົງທຶນລະຫວ່າງປະເທດ (IIAs).

ທ່ານ ແມັດທິວ ໄດ້ຍົກໃຫ້ເຫັນວ່າໃນປັດຈຸບັນ ບັນດາລັດມີທ່າອ່ຽງການລົງນາມໃນສົນທິສັນຍາສະບັບໃໝ່ຫຼຸດລົງ ແລະ ຍັງຖອນໂຕອອກຈາກບັນດາຂໍ້ຕົກລົງທີ່ໄດ້ລົງນາມໄປແລ້ວ. ໃນປີ 2017 ເຫັນວ່າຈຳນວນການລົງນາມໃນຂໍ້ຕົກລົງວ່າດ້ວຍການລົງທຶນລະຫວ່າງປະເທດຫຼຸດລົງຕຳ່ສຸດ ເມື່ອສະເລ່ຍຕັ້ງແຕ່ປີ 1983 ເຊິ່ງໃນທາງກົງກັນຂ້າມຈຳນວນການຍົກເລີກສົນທິສັນຍາມີຈຳນວນທີ່ສູງກ່ວາການລົງນາມສົນທິສັນຍາສະບັບໃໝ່.

ເຖິງແມ່ນວ່າລັດອາໄສການເພິ່ງພາເຊິ່ງກັນ ແລະ ກັນ, ລັດລົງນາມໃນສົນທິສັນຍາວ່າດ້ວຍການລົງທຶນພາຍໃຕ້ຫຼາຍເຫດຜົນທີ່ແຕກຕ່າງກັນ. ລັດທີ່ລົງທຶນຕ້ອງການທີ່ຈະປົກປ້ອງການລົງທຶນຂອງຕົນເອງ ເພື່ອຮັບປະກັນການຊົດເຊີຍເມື່ອມີການປະຕິບັດທີ່ບໍ່ເປັນທຳເກີດຂຶ້ນ ເຊິ່ງໃນເວລາດຽວກັນ ລັດທີ່ເປີດຮັບການລົງທຶນກໍຕ້ອງການທີ່ຈະປັບປຸງຂະແໜງການເສດຖະກິດຂອງເຂົາເຈົ້າໃຫ້ຂະຫຍາຍຕົວຂຶ້ນ.

ທ່ານ ຍັງກ່າວຕື່ມວ່າໃນປັດຈຸບັນ ບັນດາສົນທິສັນຍາສອງຝ່າຍກໍໄດ້ໃຫ້ນິຍາມກ່ຽວກັບການລົງທຶນທີ່ຊັດເຈນຂຶ້ນ ແລະ ຮັບປະກັນວ່າລັດສາມາດຜັນຂະຫຍາຍນິຕິກຳພາຍໃນເຂົ້າໃນສົນທິສັນຍາດັ່ງກ່າວ, ຕົວຢ່າງ ການປົກປ້ອງສິ່ງແວດລ້ອມ ແລະ ການປົກປ້ອງສິດຂອງຜູ້ອອກແຮງງານ.

ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ແລະ ດຳເນີນໄປພາຍໃຕ້ບັນຍາກາດທີ່ມີການແລກປ່ຽນ ຖາມ-ຕອບ ເຊິ່ງກັນ ແລະ ກັນຂອງຜູ້ເຂົ້າຮ່ວມ.

Comments are closed.