ເຄື່ອງມືໂຄສະນາຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈາກ ILSTA ຖືກນຳໄປເຜີຍແຜ່ໃນການຝຶກອົບຮົມລະດັບຊາດ

ສຳນັກງານຂໍ້ມູນຕ້ານການຟອກເງິນ AMLIO ຂອງທະນາຄານແຫ່ງ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂຶ້ນຢູ່ທີ່ ສະຖາບັນເສດຖະກິດການເງິນວຽງຈັນ. ທາງສະຖາບັນ ILSTA ໄດ້ໃຫ້ການຊ່ວຍເຫຼືອແກ່ສຳນັກງານຂໍ້ມູນຕ້ານການຟອກເງິນ ໃນການໃຫ້ຄວາມຮູ້ແກ່ພະນັກງານຈາກສະຖາບັນການເງິນ, ຜູ້ບັງຄັບໃຊ້ກົດໝາຍ ແລະ ບຸກຄົນທົ່ວໄປ ກ່ຽວກັບອາຊະຍາກຳການຟອກເງິນ ພ້ອມທັງເຜີຍແຜ່ກ່ຽວກັບກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ໄດ້ຮັບການປະກາດໃຊ້ໃນເດືອນກຸມພາ ປີ 2015 ທີ່ຜ່ານມາ.

ໃນເດືອນມີຖຸນາ 2017, ສປປ ລາວ ໄດ້ຫຼຸດພົ້ນອອກຈາກບັນຊີສີເທົາຂອງ FATF ໂດຍລັດຖະບານ ສປປ ລາວ ໄດ້ປະຕິບັດຕາມພັນທະ ແລະ ມີຄວາມຄືບໜ້າໃນການປັບປຸງລະບຽບກົດໝາຍ ເພື່ອຕ້ານການຟອກເງິນໃນທົ່ວປະເທດ. ໃນປັດຈຸບັນ, AMLIO ພວມເຮັດໜ້າທີ່ໃນການຈັດການປະເມີນຄວາມສ່ຽງລະດັບຊາດ (NRA) ເຊິ່ງຄາດວ່າຈະສຳເລັດພາຍໃນປີ 2020/21.

ເຄື່ອງມືໂຄສະນາ ແລະ ການເຜີຍແຜ່ກ່ຽວກັບບັນດານິຕິກຳ ຖືເປັນບາດກ້າວອັນໜຶ່ງທີ່ສຳຄັນໃນການຮັບມືກັບບັນຫາການຟອກເງິນລະດັບຊາດ ເຊິ່ງວຽກງານດັ່ງກ່າວແມ່ນໄດ້ຮັບການຊຸກຍູ້ ແລະ ສະໜັບສະໜຸນຈາກ ລັດຖະບານການາດາ ແລະ ກະຊວງການເງິນປະເທດລຸກຊຳບວກ.

AMLIO poster AMLIO speech

dav

Predicate offence standup

Comments are closed.