ຄັ້ງທີສອງຂອງກອງປະຊຸມທາບທາມ ປະກອບຄໍາຄິດເຫັນໃສ່ເນື້ອໃນ (ຮ່າງ) ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ການດໍາເນີນຄະດີປົກຄອງ

ຄັ້ງທີສອງຂອງກອງປະຊຸມທາບທາມ ປະກອບຄໍາຄິດເຫັນໃສ່ເນື້ອໃນ (ຮ່າງ) ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ການດໍາເນີນຄະດີປົກຄອງ ໄດ້ຖືກຈັດຂຶ້ນ ທີ່ ເມືອງໂພນສະຫວັນ, ແຂວງ ຊຽງຂວາງ.

ຜູ້ຕາງໜ້າຈາກແຂວງພາກເໜືອ ທີ່ມາຈາກສະມາຊິກສະພາແຂວງ, ຫ້ອງວ່າການປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງຊຽງຂວາງ ໄດ້ເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມຄັ້ງນີ້ແມ່ນການເປັນປະທານຮ່ວມຂອງ ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງຊຽງຂວາງ, ທ່ານ ເພັດສະໝອນ ພັນທະວົງ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານ ຄໍາພັນ ບຸນຜາຄົມ,​ ຮອງປະທານສານປະຊາຊົນສູງສຸດ, ທ່ານ ໄພວີ ສີບົວລີພາ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຈອນ ຄອນນໍລີ, ອໍານວຍການສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ.

ເພື່ອເປັນການຕິດຕາມກອງປະຊຸມທາບທາມຄັ້ງທີ່ທຳອິດທີ່ໄດ້ຈັດຂຶ້ນທີ່ນະຄອນປາກເຊໃນເດືອນກໍລະກົດທີ່ຜ່ານມາ, ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ ພ້ອມດວ້ຍ ສານປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ສືບຕໍ່ຈັດກອງປະຊຸມຄັ້ງທີສອງນີ້ ແລະ ໄດ້ລວມເອົາບັນດາຜູ້ຕາງໜ້າຈາກ 9 ແຂວງພາກເໜືອ ແລະ ຊ່ຽວຊານຫຼາຍທ່ານ. ເນື້ອໃນຂອງການປະກອບຄຳຄິດເຫັນໃນຄັ້ງນີ້ແມ່ນໄດ້ແນໃສ່ໃນຂົງເຂດຕ່າງໆຂອງບົດຮ່າງລັດຖະບັນຍັດ ແລະ ປະເພດຂອງການຮຽກຮ້ອງໃນຄະນະສານປົກຄອງ. ການສືບຕໍ່ປະກອບຄຳຄີດເຫັນ ແລະ ສົນທະນາກ່ຽວກັບເນື້ອໃນຂອງ (ຮ່າງ) ລັດຖະບັນຍັດນີ້ແມ່ນມີບົດບາດສຳຄັນໃນການວາງເປົ້າໝາຍດ້ານການພັດທະນາໃນລະບົບກົດໝາຍໃນ ສປປ ລາວ, ໂດຍສະເພາະຕໍ່ຄວາມສໍາຄັນຂອງການສ້າງຄະນະສານປົກຄອງຂອງປະເທດລາວ ແລະ ນິຕິກໍາທາງກົດໝາຍ ເພື່ອກໍານົດຂັ້ນຕອນການດໍາເນີນຄະດີ. ພວກເຮົາເຊຶ່ອວ່າການສ້າງຕັ້ງອຳນາດການປົກຄອງແຫ່ງຊາດທີ່ເປັນເອກະລາດ ຈະເປັນຂີດໝາຍສຳຄັນຕໍ່ການກາຍມາເປັນລັດທີ່ປົກຄອງດ້ວຍລະບຽບກົດໝາຍຢ່າງແທ້ຈິງ.

 

 

Comments are closed.