7 ແຂວງພາກເໜືອ ຮ່ວມຝຶກອົບຮົມກ່ຽວກັບການຕ້ານອາຊະຍາກໍາທີ່ມີການຈັດຕັ້ງ

ເຈົ້າໜ້າທີ່ໄອຍະການ ແລະ ຜູ້ພິພາກສາ ຈາກ 7 ແຂວງພາກເໜືອ ເຂົ້າຮ່ວມການຝຶກອົບຮົມຢູ່ ແຂວງອຸດົມໄຊ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ກາານຟອກເງິນ.

ການຝຶກອົບຮົມຮ່ວມຈັດໂດຍ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ລຸກຊຳບວກ (ILSTA). ການຈັດຝຶກອົບຮົມຖືເປັນວຽກງານໜຶ່ງທີ່ສະຖາບັນ ILSTA ຈັດຂຶ້ນຢ່າງຕໍ່ເນື່ອງໃນຂອບເຂດທົ່ວປະເທດ.

ໂດຍທົ່ວໄປ, ປະເພດອາຊະຍາກໍາກວມເອົາອາຊະຍາກໍາດ້ານສິ່ງແວດລ້ອມເຊັ່ນ ການຄ້າສັດປ່າທີ່ຜິດກົດໝາຍ; ອາຊະຍາກໍາທີ່ຮຸນແຮງ; ອາຊະຍາກໍາຢາເສບຕິດ; ແລະ ລວມໄປເຖິງການແຜ່ລາມຂອງອາຊະຍາກໍາບາງປະເພດ ເຊັ່ນ: ອາຊະຍາກໍາເອເລັກໂຕນິກ ແລະ ອາຊະຍາກໍາຄໍເສື້ອຂາວ.

ຕົວແທນຈາກສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ນຳສະເໜີເຖິງພາລະບົດບາດ ແລະ ລະບົບການເຄື່ອນໄຫວຂອງໜ່ວຍງານຂໍ້ມູນດ້ານການເງິນຢູ່ໃນ ສປປ ລາວ ເຊິ່ງຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າກ່ຽວກັບບາງກໍລະນີສຶກສາ ເພື່ອຊີ້ໃຫ້ເຫັນສັນຍານທີ່ບົ່ງບອກການຟອກເງິນ.

ການຝຶກອົບຮົມໄດ້ໄຂຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງ ທ່ານ ຄຳກອງອຸເທນ ແກ້ວມະໂນ, ຜູ້ຊ່ວຍ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ຄອນນໍລີ, ເລຂາທິການຄະນະບໍລິຫານສະຖາບັນ ILSTA , ພ້ອມທັງບັນດາເຈົ້າໜ້າທີ່ຈາກ 7 ແຂວງພາກເໜືອເຊິ່ງປະກອບມີ: ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງພະບາງ, ຊຽງຂວາງ, ໄຊຍະບູລີ, ບໍ່ແກ້ວ ແລະ ຫົວພັນ.

ການຝຶກອົບຮົມຈັດຂຶ້ນພາຍໃຕ້ການສະໜັບສະໜູນຈາກ ກະຊວງການເງິນລຸກຊຳບວກ ແລະ ລັດຖະບານການາດາ ພາຍໃຕ້ຈຸດປະສົງໃນການເສີມສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ບົດຮຽນໃນການຮັບມືກັບບັນດາອາຊະຍາກໍາທີ່ມີການຈັດຕັ້ງປະເພດຕ່າງໆ ທີ່ພົວພັນກັບການຟອກເງິນ.

 

Comments are closed.