ກິດຈະກຳປູກຝັງຈິດສຳນຶກຕ້ານການສໍ້ລາດບັງຫຼວງ, ທີ່ໂຮງຮຽນມັດຖະຍົມສົມບູນສາລາຄຳ

ນັກຮຽນ ແລະ ຄູອາຈານຈາກໂຮງຮຽນມັດຖະຍົມສົມບູນສາລາຄຳ ຈຳນວນ 350 ຄົນ ໄດ້ເຂົ້າຮ່ວມໃນກິດຈະກຳເຜີຍແຜ່ຂໍ້ມູນ ແລະ ປູກຝັງຈິດສຳນຶກຕ້ານການສໍ້ລາດບັງຫຼວງ, ຈັດຂຶ້ນໂດຍ ອົງການກວດກາລັດ SIA ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ILSTA ໃນອາທິດທີ່ຜ່ານມາ, ໂດຍການເປັນປະທານຂອງ ທ່ານ ໄຊຄຳ ອຸ່ນມີໄຊ, ຮອງປະທານອົງການກວດກາລັດຖະບານ, ທ່ານ ບຸນສົມ ສຸດທິວົງ, ຜູ້ອຳນວຍການໂຮງຮຽນມັດຖະຍົມສົມບູນສາລາຄຳ ແລະ ທ່ານນາງ ອາລິນາ ທີມຸດ, ເຈົ້າໜ້າທີ່ໂຄງການສະຖາບັນ ILSTA.
ກິດຈະກຳດັ່ງກ່າວແມ່ນເພື່ອສົ່ງເສີມບັນດາສະຖາບັນສຶກສາ ແລະ ຊາວໝຸ່ມລາວ ກ່ຽວກັບການຕ້ານທຸກໆການກະທຳທີ່ເປັນຮູບແບບຂອງການສໍ້ລາດບັງຫຼວງ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບຂໍ້ມູນດ້ານກົດໝາຍ ກ່ຽວກັບການສໍ້ລາດບັງຫຼວງ ທີ່ປາກົດໃນມາດຕາ 354-369 ໃນປະມວນກົດໝາຍອາຍາລາວ ແລະ ໄດ້ຮັບຟັງການບັນຍາຍ ພ້ອມທັງເຂົ້າຮ່ວມກິດຈະກຳຖາມ-ຕອບ, ນຳສະເໜີໂດຍ ທ່ານ ເທບພະໄທ ພັນກ້າ, ຮອງຫົວໜ້າກົມກວດກາ-ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ ແລະ ທ່ານນາງ ອາລິນາ ທີມຸດ, ເຈົ້າໜ້າທີ່ໂຄງການສະຖາບັນ ILSTA.
ພ້ອມດຽວກັນນັ້ນ, ໂປດສເຕີໃນຫົວຂໍ້ຂອງການສໍ້ລາດບັງຫຼວງ ຈຳນວນ 44 ຊຸດໄດ້ຖືກມອບໃຫ້ແກ່ທາງໂຮງຮຽນ ເພື່ອເປັນເຄື່ອງມືໃນການສຶບຕໍ່ປຸກລະດົມເສີມສາງສະຖາບັນສຶກສາ ໃຫ້ປອດສະຈາກການສໍ່ລາດບັງຫຼວງ.
Comments are closed.