Author Archive | Ilsta

ປະທານສະຖາບັນ ILSTA ໄດ້ຮັບໃບຍ້ອງຍໍຈາກ ກະຊວງສຶກສາທິການ ແລະ ກິລາ

ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ທ່ານ ຣິຊາດ ຟີລິປາກ ໄດ້ຂຶ້ນຮັບໃບຍ້ອງຍໍ ຈາກກະຊວງສຶກສາທິການ ແລະ ກິລາ, ແລະ ມະຫາວິທະຍາໄລແຫ່ງຊາດ, ໃຫ້ກຽດມອບໂດຍ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ໃບຍ້ອງຍໍດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ຜົນສຳເລັດ ແລະ ການສະໜັບສະໜູນ ຂອງສະຖາບັນ ILSTA ໃນວຽກງານການສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ຜູ້ກວດກາທີ່ “ກອງປະຊຸມການຕ້ານການສໍ້ລາດບັງຫຼວງ ສຳລັບຜູ້ກວດກາ, ຈາກມະຫາວິທະຍາໄລແຫ່ງຊາດ”.

Continue Reading

ການໂຄສະນາສົ່ງເສີມຄວາມສັດຊື່ບໍລິສຸດ, ຄວາມເປັນເອກະລາດ ແລະ ຕ້ານການສໍ້ລາດບັງຫຼວງ

ສະຖາບັນ ILSTA ໄດ້ດຳເນີນການເຄື່ອນໄຫວ ໃນການໂຄສະນາສົ່ງເສີມຄວາມສັດຊື່ບໍລິສຸດ, ຄວາມເປັນເອກະລາດ ແລະ ຕ້ານການສໍ້ລາດບັງຫຼວງ ໃນຊ່ວງເວລາການຝຶກອົບຮົມ ” ພິຈາລະນາຕັດສີນຄະດີດ້ວຍຜູ້ພິພາກສາຜູ້ດຽວ ” ຊຸດທີສອງ, ຈັດໂດຍ ສານປະຊາຊົນສູງສຸດ ແລະ ສະຖາບັນ ILSTA ໃນອາທິດແລ້ວ. ໃນມື້ທຳອິດຂອງການຝຶກອົບຮົມ, ສະຖາບັນ ILSTA ໄດ້ເຜີຍແຜ່ໂປສເຕີ ແລະ ປຶ້ມຄູ່ມືກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ອາຊະຍາກຳທີ່ມີການຈັດຕັ້ງ ແລະ ຄູ່ມືບົດບາດຂອງທະນາຍຄວາມ. ສິ່ງຕີພິມຫຼາຍກວ່າ 70 ຫົວ ແລະ ໂປສເຕີໄດ້ຖືກແຈກຍາຍໃຫ້ແກ່ຜູ້ເຂົ້າຮ່ວມການຝຶກອົບຮົມ.

Continue Reading

ການຝຶກອົບຮົມ ” ການພິຈາລະນາຕັດສິນຄະດີດ້ວຍຜູ້ພິພາກສາຜູ້ດຽວ ” ຊຸດທີສອງ

ໃນຕອນເຊົ້າຂອງມື້ນີ້, ການຝຶກອົບຮົມ ” ການພິຈາລະນາຕັດສິນຄະດີດ້ວຍຜູ້ພິພາກສາຜູ້ດຽວ ” ຊຸດທີສອງ ໄດ້ຖືກໄຂຂຶ້ນຢ່າງເປັນທາງການ ສຳລັບປະທານ, ຮອງປະທານ, ຜູ້ພິພາກສາສານປະຊາຊົນເຂດໃນທົ່ວປະເທດ ຈໍານວນ 54 ທ່ານ. ພິທີດັ່ງກ່າວໄດ້ຖືກຈັດຂຶ້ນໂດຍການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ສານປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ໂດຍການເປັນປະທານຮວ່ມຂອງ ທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດ ແລະ ທ່ານ ລິຊາດ ຟີລິບປາກ ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ. ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະສານ ຂອງສານປະຊາຊົນສູງສຸດ ແລະ ປະທານສານປະຊາຊົນພາກກາງ ໄດ້ເຂົ້າຮ່ວມໃນພິທີການຝຶກອົບຮົມດັ່ງກ່າວ. ທ່ານ ຄໍາພາ ແສງດາຣາ ໄດ້ຍົກໃຫ້ເຫັນວ່າ ຊຸດຝຶກອົບຮົມວຽກງານການພິຈາລະນາຕັດສີນຄະດີດ້ວຍຜູ້ພິພາກສາຜູ້ດຽວ ນັ້ນມີຄວາມໝາຍ ແລະ ຈຸດປະສົງສໍາຄັນໃນການຝຶກອົບຮົມມີຄວາມຮູ້, ຄວາມຊໍານິຊໍານານ ແລະ ພິກໄຫວ ຢູ່ໃນແຕ່ລະຂັ້ນຕອນຂອງການດໍາເນີນຄະດີ, ເປັນຕົ້ນແມ່ນ ການຄົ້ນຄວ້າຄະດີ, ການຂຽນຄໍາຕັດສີນ […]

Continue Reading

ວຽກງານການເຜີຍແຜ່ຂໍ່ມູນເພື່ອສະກັດກັ້ນການສໍ້ລາດບັງຫຼວງ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ພ້ອມດວ້ຍ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຮວ່ມມືກັນໃນວຽກງານການເຜີຍແຜ່ຂໍ່ມູນເພື່ອສະກັດກັ້ນການສໍ້ລາດບັງຫຼວງ. ສະຖາບັນ ILSTA ໄດ້ໃຫ້ການສະໜັບສະໜູນໃນການການສ້າງ ແລະ ຕີພິມສື່ໃຫ້ຄວາມຮູ້ທາງດ້ານສິ່ງພິມ ແລະ ວິດີໂອ. ພວກເຮົາພາກພູມໃຈໃນການສະໜັບສະໜູນ, ອກລ ແລະ ສປປ ລາວ ໃນວຽກງານການຕ້ານ ແລະ ເຜີຍແຜ່ຂໍ້ມູນເພື່ອຕ້ານການສໍ້ລາດບັງຫຼວງ.

Continue Reading

ຜູ້ຊະນະເລີດໃນກິດຈະກຳຖາມ-ຕອບອອນລາຍກ່ຽວກັບການຟອກເງິນ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຂໍສະແດງຄວາມຍິນດີກັບ ທ່ານນາງ ພິມວິໄລ ແຊ່ເຕີນ ຈາກສຳນັກງານຕ້ານການຟອກເງິນ, ຜູ້ຊະນະເລີດໃນກິດຈະກຳຖາມ-ຕອບອອນລາຍ ກ່ຽວກັບການຟອກເງິນໃນຄັ້ງນີ້. ເພື່ອເປັນການສົ່ງເສີມການຮຽນຜ່ານທາງອອນລາຍ, ຜູ້ຊະນະເລີດຂອງເຮົາແມ່ນໄດ້ຮັບລາງວັນເປັນ ໂທລະສັບມືຖື (ສະມາດໂຟນ) ຈາກທ່ານ ລີຊາດ ຟີລິບປາກ, ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ແລະ ທ່ານ ຄິດ ຟາຄູຮາຊັນ, ຊ່ຽວຊານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ.

Continue Reading

ສະຖາບັນ ILSTA ໄດ້ຮັບຫຼຽນຍ້ອງຍໍ ແລະ ໃບກຽດຕິຄຸນ ຈາກອົງການໄອຍະການປະຊາຊົນສູງສຸດ

ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ລິຊາດ ຟີລິບປາກ, ພ້ອມດ້ວຍ ຜູ້ອຳນວຍການຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຈອນ ຄອນນໍລີ, ໄດ້ຮັບຫຼຽນຍ້ອງຍໍ ແລະ ໃບກຽດຕິຄຸນ ຈາກອົງການໄອຍະການປະຊາຊົນສູງສຸດ, ເປັນກຽດມອບໂດຍ ທ່ານ ຄຳສານ ສຸວົງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ຖະແຫຼງການຂອງ ທ່ານປະທານໄອຍະການປະຊາຊົນສູງສຸດ ໄດ້ເນັ້ນໃຫ້ເຫັນເຖິງການປະສົບຜົນສຳເລັດທາງດ້ານການພັດທະນາຊັບພະຍາກອນມະນຸດ, ການຝຶກອົບຮົມດ້ານພາສາອັງກິດ, ການສະໜັບສະໜູນດ້ານເຕັກນິກ ແລະ ການສົນທະນາກ່ຽວກັບນະໂຍບາຍ ທີ່ຈັດຕັ້ງປະຕິບັດໂດຍ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ, ຄຽງຄູ່ກັບການສະໜັບສະໜູນຈາກ ລັດຖະບານລຸກຊຳບວກ ແລະ ການາດາ. ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນ ILSTA, ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ທ່ານປະທານອົງການໄອຍະການປະຊາຊົນສູງສຸດ ແລະ ໃຫ້ຄຳໝັ້ນສັນຍາວ່າ ສະຖາບັນ ILSTA, ຈະສືບຕໍ່ສະໜັບສະໜູນ ອົງການໄອຍະການປະຊາຊົນສູງສຸດໃນລະດັບຊາດ ແລະ ລະດັບພາກພື້ນໃນຊຸມປີຕໍ່ໜ້າ. ພິທີດັ່ງກ່າວໄດ້ເປີດໂອກາດໃນການທົບທວນຄືນຜົນສຳເລັດ ແລະ ການປະເມີນຄວາມຕ້ອງການທາງດ້ານການຮ່ວມມືສະໜັບສະໜຸນໃນອານາຄົດ, […]

Continue Reading

ການພັດທະນາຫໍສະໝຸດອີເລັກໂຕຣນິກ E-library ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ

ມະຫາວິທະຍາໄລລຸກຊຳປວກໄດ້ສືບຕໍ່ສະໜັບສະໜູນການພັດທະນາຫໍສະໝຸດອີເລັກໂຕຣນິກ E-library. ການເຝິກອົບຮົມຄັ້ງທີ 2 ພາຍໃຕ້ຫົວຂໍ້ ‘ວິທີການນຳໃຊ້ຫໍສະໝຸດອີເລັກໂຕຣນິກ’ ຊຶ່ງໄດ້ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ໃນວັນທີ 17 ມິຖຸນາທີ່ຜ່ານມາ. ຜູ້ເຂົ້າຮ່ວມທັງໝົດ 13 ຄົນໄດ້ເຂົ້າຮ່ວມການເຝິກອົບຮົມທາງອອນລາຍ ຫຼື ທາງໄກ ໂດຍແມ່ນ ທ່ານນາງ ເຈເວເຈນນິຕ້າ ຈາກ EIFL ເປັນຜູ້ນຳການບັນຍາຍຜ່ານ Zoom. ໃນຂະນະດຽວກັນ, ເຈົ້າໜ້າທີ່ປະສານງານຂອງ FDEF ກໍໄດ້ເຂົ້າຮ່ວມເພື່ອຊ່ວຍເຫຼືອຜູ້ເຂົ້າຮ່ວມໃນຄັ້ງນີ້. ຫໍສະໝຸດອີເລັກໂຕຣນິກເປັນເຄື່ອງມືສຳຄັນເພື່ອເສີມສ້າງການເຂົ້າເຖິງຄວາມຮູ້ ແລະ ເປັນມືສຳຄັນຂອງບັນດາອາຈານໃນການກະກຽມການສອນ ແລະ ເຮັດບົດວິໄຈ. E-library ແມ່ນ ຫໍສະໝຸດໃນຮູບແບບອີເລັກໂຕຣນິກ ຫຼື ດິຈິຕໍທີ່ສາມາດເຂົ້າເຖິງຜ່ານອິນເຕີເນັດ ເຮັດໃຫ້ເຮົາໄດ້ເຂົ້າເຖິງຖານຂໍ້ມູນ ປະກອບທັງປຶ້ມ (ປຶ້ມເອເລັກໂຕຣນິກ), ບົດຄວາມວິຊາການ ແລະ ອີກຫຼາຍແຫຼ່ງຂໍ້ມູນ ເຊັ່ນວ່າ ວາລະສານ ແລະ ໜັງສືພິມ. ເຂົ້າໄປຢ້ຽມຢາມເວັບໄຊຂອງ ຄນລ ໄດ້ທີ: http://flp.nuol.edu.la/e-library/  

Continue Reading

ການຝຶກອົບຮົມອອນລາຍກ່ຽວກັບ “ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຼນິກ”

ການສະໜັບສະໜຸນຂອງ ມະຫາວິທະຍາໄລລຸກຊຳບວກ ໃນການສ້າງຫ້ອງສະໝຸດເອເລັກໂຕຣນິກ(e-library) ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ນັ້ນ ໄດ້ດຳເນີນໄປຢ່າງຕໍ່ເນື່ອງ ຕາມສັນຍາທີ່ເຊັນກັບອົງການ “ EIFL” (ຂໍ້ມູນເອເລັກໂຕຣນິກສຳລັບຫໍສະໝຸດ). E-library ແມ່ນຫໍສະໝຸດແບບດິຈິຕໍ້ທີ່ສາມາດເຂົ້າເຖິງໄດ້ຜ່ານເວັບໄຊດັ່ງກ່າວຂອງຄນລ (http://flp.nuol.edu.la/e-library/) ທີ່ສາມາດຊ່ວຍໃຫ້ທຸກຄົນເຂົາເຖິງຂໍ້ມູນທາງອອນລາຍເຊັ່ນ: ປຶ້ມອອນລາຍ, ບົດວິໄຈດ້ານວິຊາການ, ບັນດາວາລະສານ ແລະ ໜັງສືພິມ. ໃນວັນທີ 13 ພຶດສະພາ ທີ່ຜ່ານມານີ້, ການຝືກອົບຮົມທາງອິນເຕີເນັດຄັ້ງທຳອິດກ່ຽວກັບ “ວິທີການນຳໃຊ້ຫ້ອງສະໝຸດອີເລັກໂຕຼນິກ” ໄດ້ຖືກຈັດຂຶ້ນໃຫ້ແກ່ອາຈານສອນ ແລະ ພະນັກງານຫໍສະໝຸດຂອງຄນລ. ນີ້ກໍຖືວ່າແມ່ນເຄື່ອງມືທີ່ຈຳເປັນ ໃນການສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ແລະການຄົ້ນຄວ້າ.

Continue Reading

ການລົນນະລົງການຮຽນຮູ້ຜ່ານອອນລາຍໂດຍສະຖາບັນ ILSTA

ບໍ່ວ່າທ່ານຈະຢູ່ໃສ, ທ່ານສາມາດເຂົ້າຮ່ວມບົດບັນຍາຍໃນຫົວຂໍ້ຕ່າງໆ, ນຳສະເໜີໂດຍຊ່ຽວຊານຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ແລ້ວ!! ເພາະວ່າພວກເຮົາສົ່ງເສີມຜ່ານການຮຽນຮູ້ທາງອອນລາຍ, ຕັ້ງແຕ່ນີ້ຕໍ່ໄປ ພວກເຮົາຈະມີບົດບັນຍາຍເປີດກວ້າງໃຫ້ທຸກຄົນສາມາດເຂົ້າຮ່ວມໄດ້ຢູ່ບ້ານຂອງທ່ານເອງ. ນອກຈາກນັ້ນ, ທ່ານຍັງສາມາດແນະນຳຫົວຂໍ້ດ້ານກົດໝາຍທີ່ທ່ານສົນໃຈຮຽນຮູ້ເປັນພິເສດຈາກຊ່ຽວຊານຂອງສະຖາບັນ ILSTA ໄດ້, ໂດຍຜ່ານການສົ່ງຂໍ້ຄວາມຫາພວກເຮົາໄດ້ເລີຍຜ່ານ ILSTA Facebook Page ແລະ ກະລຸນາຕິດຕາມສະຖາບັນ ILSTA, ເພື່ອຕິດຕາມບົດບັນຍາຍໃໝ່ໆກອ່ນໃຜ.

Continue Reading

ຮຽນຮູ້ຄົ້ນຄວ້າດ້ວຍຕົນເອງໂດຍການນຳໃຊ້ບົດເຝິກຫັດໃນໂປແກຣມ Quizlet

ບໍ່ມີສິ່ງໃດທີ່ສາມາດຈຳກັດການຮຽນຮູ້ຂອງເຮົາ, ຕາບໃດທີ່ເຮົາຕັ້ງໃຈ!! ສະຖາບັນ ILSTA ດີໃຈທີ່ເຫັນນັກຮຽນຂອງພວກເຮົາ, ຮຽນຮູ້ຄົ້ນຄວ້າດ້ວຍຕົນເອງ ໂດຍການນຳໃຊ້ບົດເຝິກຫັດໃນໂປແກຣມ Quizlet. ຢ່າລັງເລທີ່ຈະເຂົ້າຮ່ວມການເຝິກຄຳສັບຜ່ານQuizlet ແລະ ເພີ່ມພູນຄຳສັບພາສາລາວ-ອັງກິດກ່ຽວກັບກົດໝາຍກັບພວກເຮົາ. ນີ້ແມ່ນ Quizlet ທີ່ຈະຊວ່ຍທ່ານໃນການຍົກລະດັບຄຳສັບດ້ານກົດໝາຍທັງພາສາອັງກິດ ແລະ ພາສາລາວ ທີ່ຖືກນຳໃຊ້ເຂົ້າໃນການບັນຍາຍທາງ Online ໃນຫົວຂໍ້ ການລັກລອບຂົນສົ່ງແຮງງານຂ້າມແດນ: ແປຄວາມໝາຍຄຳສັບສະເພາະຈາກພາສາລາວ-ລາວ: https://quizlet.com/_8df8i2?x=1jqt&i=1ymsi ແປຄວາມໝາຍຄຳສັບສະເພາະຈາກພາສາອັງກິດ-ອັງກິດ: https://quizlet.com/_8df5a3?x=1jqt&i=1ymsi ຮຽນຄຳສັບອັງກິດ-ລາວ: https://quizlet.com/_8cmn42?x=1jqt&i=1ymsi ນີ້ແມ່ນ Quizlet ສຳລັບທ່ານທີ່ສົນໃຈພັດທະນາຄຳສັບພາສາອັງກິດດ້ານກົດໝາຍທີ່ນຳໃຊ້ໃນບົດບັນຍາຍກ່ຽວກັບຫຼັກຖານໃນການດຳເນີນຄະດີອາຍາ: ຮຽນຄຳສັບອັງກິດ-ລາວ: https://quizlet.com/_8cmir2?x=1jqt&i=1ymsi ແປຄວາມໝາຍຄຳສັບສະເພາະຈາກພາສາລາວເປັນລາວ: https://quizlet.com/_8cmvb7?x=1jqt&i=1ymsi ແປຄວາມໝາຍຄຳສັບສະເພາະຈາກພາສາອັງກິດເປັນອັງກິດ: https://quizlet.com/_8c2lwl?x=1jqt&i=1ymsi

Continue Reading