Archive | ຂ່າວສານ

ກອງປະຊຸມເເຫ່ງຊາດຄັ້ງທີສາມພາຍໃຕ້ຫົວຂໍ້ ການຕ້ານອາຊະຍະກຳເເບບມີການຈັດຕັ້ງ ໂດຍສະເພາະ ແມ່ນການຄ້າມະນູດ, ການຟອກເງິນ ແລະ ການຄ້າສິ່ງເສບຕິດ

ສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ເເລະ ວິຊາການ ໂດຍຮ່ວມມືກັບອົງການໄອຍະການປະຊາຊົນສູງສຸດໃນການຈັດກອງປະຊຸມເເຫ່ງຊາດຄັ້ງທີສາມພາຍໃຕ້ຫົວຂໍ້ ການຕ້ານອາຊະຍະກຳເເບບມີການຈັດຕັ້ງ, ເຊິ່ງຖືກຈັດຂຶ້ນໃນລະຫວ່າງວັນທີ 26-28 ກຸມພາ ທີ່ຫໍປະຊຸມເເຫ່ງຊາດ. ໂດຍມີບັນດາໄອຍະການ, ຜູ້ພິພາກສາ ເເລະ ເຈົ້າໜ້າທີ່ຕຳຫລວດຊັ້ນອາວຸດໂສຈາກທັງໝົດ 17 ເເຂວງ, ນັບທັງຊ່ຽວຊານຈາກສາກົນເຂົ້າຮ່ວມສົນທະນາເເລກປ່ຽນທາງດ້ານບັນຫາສິ່ງທ້າທາຍໃນການຕໍ້ສູ້ຕ້ານກັບອາຊະຍະກຳເເບບມີການຈັດຕັ້ງ. ປັດຈຸບັນ, ພູມິພາກອາຊີຕາເວັນອອກສຽງໃຕ້ກຳລັງພົບປະກັບບັນຫາສິ່ງທ້າທາຍຫຼາຍໆປະການເປັນຕົ້ນເເມ່ນບັນຫາຄວາມໝັ້ນຄົງ, ສິ່ງເສບຕິດທີ່ຜິດກົດໝາຍ, ຜູ້ຜະລິດຢາເສບຕິດ, ການຄ້າມະນຸດ, ການລັກລອບເອົາຄົນຕ່າງດ້າວເຂົ້າເມືອງ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ການປອມເເປງສິນຄ້າ, ການຟອກເງິນ ເເລະ ບັນຫາການສໍ້ລາດບັງຫຼວງ. ບັນດາສິ່່ງທີ່ກ່າວມານີ້ລ້ວນເເຕ່ມີຄວາມຕິດພັນກັບກຸ່ມອາຊະຍາກຳເເບບມີການຈັດຕັ້ງ, ເຊິ່ງສ່ວນຫຼາຍມີການດຳເນີນກິດຈະກໍາທີ່ຜິດກົດໝາຍຫຼາຍກວ່າໜຶ່ງຢ່າງຂຶ້ນໄປ. ກອງປະຊຸມເເຫ່ງຊາດຄັ້ງທີ 3 ນີ້ໄດ້ເຕົ້າໂຮມເອົາບັນດາໜ່ວຍງານລະດັບຊາດທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນຍັງ ຈັນດາລາເເສນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດເເຫ່ງ ສປປ ລາວ, ໄດ້ກ່າວເຖິງຄວາມສຳຄັນຂອງຄວາມຊຳນານວຽກງານຂອງສາກົນໃນການຕໍ່ສູ້ຕ້ານກັບອາຊະຍະກຳຂ້າມຊາດເເບບມີການຈັດຕັ້ງ, ເຊິ່ງເປັນບັນຫາສິ່ງທ້າທາຍທີ່ສຳຄັນສຳລັບທຸກປະເທດໃນພຸມິພາກລວມທັງ ສປປ ລາວ ຕໍ່ກັບຄວາມຈະເລີນຮຸ່ງເຮືອງ ເເລະ ການພັດທະນາສ້າງສາປະເທດ. ‘’ເພື່ອຕໍ້ສູ້ກັບປາກົດການເຫຼົ່ານີ້ຢ່າງເໝາະສົມເເມ່ນໄດ້ຮຽກຮ້ອງໃຫ້ໜ່ວຍງານບັງຄັ້ງໃຊ້ກົດໝາຍທີ່ມີອໍານາດໃນການສືບສວນ-ສອບສວນ, ນັບທັງໄອຍະການ ເເລະ ຜູ້ພິພາກສາເເມ່ນຈະຕ້ອງມີທັກສະ, ມີການເເລກປ່ຽນຂໍ້ມູນຂ່າວສານ ເເລະ ປະຕິບັດຕາມມາດຕະຖານສາກົນ’’ ທ່ານ ຣິຊາດ ຟິລິພາດ […]

Continue Reading

ການຜຶກອົບຮົມໃຫ້ຜູ້ຊວ່ຍຜູ້ພິພາກສາ

ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ( ILSTA) ຮ່ວມມືກັບສານປະຊາຊົນສູງສຸດ ສະໜັບສະໜູນການຜຶກອົບຮົມໃຫ້ຜູ້ຊ່ວຍຜູ້ພິພາກສາ ຈໍານວນ 90 ຄົນ ທີ່່ມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍການອົບຮົມດັ່ງກ່າວຖືກຈັດຂື້ນທີ່ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມຂອງສານປະຊາຊົນສູງສຸດທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີເປີດການອົບຮົມດັ່ງກ່າວ ມີທ່ານ ຄໍາພາ ແສງດາລາ, ຮອງປະທານສານປະຊາຊົນສູງສູດ ແລະ ທ່ານ ຣີຊາດ ຟີລິບປາດ, ປະທານສະຖາບັນ ຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ( ILSTA) ການເເຝິກອົບຮົມ ແມ່ນສຸມໃສ່ພາກປະຕິບັດສາກົນທີ່ພົ້ນເດັ່ນ ແລະ ໜ້າທີ່ໂດຍລວມຂອງຜູ້ຊວ່ຍຜູ້ພິພາກສາ ລວມເຖິງ ພັນທະ ຄວາມຮັບຜິດຊອບໃນລະບົບກົດໝາຍທີ່ແຕກຕ່າງ (ກົດໝາຍທີ່ມີລາຍລັກອັກສອນ ແລະ ກົດໝາຍທີ່ບໍ່ມີລາຍລັກອັກສອນ) ການເຝິກອົບຮົມ ໄດ້ໃຊ້ວິທີການໃນການສົມທຽບ ໜ້າທີ່ ແລະ ພັນທະ ຂອງຜູ້ຊວ່ຍຜູ້ພິພາກສາ ຈາກຫຼາຍໆປະເທດ, ຍົກຕົວຢ່າງເຊັ່ນ, ການເນັ້ນໜັກໃຫ້ເຫັນ ຄວາມແຕກຕ່າງ ແລະ ຄ້າຍຄື […]

Continue Reading

ການຕ້ອນຮັບ ທ່ານທູດແຄນນາດາ ປະຈຳ ສປປ ລາວ ທີ່ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວີຊາການ

ໃນມື້ທີ່ຜ່ານມາ ສະຖາບັນຊວ່ຍເຫຼືອ ດ້ານກົດໝາຍ ແລະ ວິຊາການ ຖືເປັນກຽດໃນການຕ້ອນຮັບ ທ່ານທູດແຄນນາດາ ປະຈຳ ສປປລາວ, H.E. Madame Donica Pottie ພ້ອມດວ້ຍ ທ່ານອຸປະທູດແຄນນາດາ ປະຈຳລາວ, Mr Timothy Edwards, ທີ່ສະຖາບັນ ເພື່ອປຶກສາແລກປ່ຽນ ກ່ຽວກັບການຮ່ວມມື ຕ້ານການຟອກເງິນ ແລະ ວຽກພົວພັນໃນອານາຄົດ.

Continue Reading

ການພົບປະລະຫວ່າງ ປະທານ ສະຖາບັນ ILSTA ແລະ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສ.ປ.ປ ລາວ

ໃນມື້ທີ່ຜ່ານມາ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສ.ປ.ປ ລາວ, ທ່ານ ຄຳສານ ສຸວົງ ໄດ້ພົບກັບ ປະທານ ສະຖາບັນ ILSTA, ທ່ານ ລິຊາດ ຟິລິບພາດ; ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມື ແລະ ການວາງແຜນຕໍ່ວຽກງານກິດຈະກຳ ໃນການພັດທະນາສັກກະຍະພາບ ທີ່ກຳລັງຈະເກີດຂຶ້ນໃນໄວໆນີ້.

Continue Reading

ພິທີມອບຮັບໃບຢັ້ງຢືນສຳລັບຫຼັກສູດພາສາອັງກິດດ້ານກົດໝາຍ

ພິທີມອບຮັບໃບຢັ້ງຢືນພາສາອັງກິດໃນວັນທີ 7 ທັນວາ ພິທີມອບຮັບໃບຢັ້ງຢືນສຳລັບຫຼັກສູດພາສາອັງກິດດ້ານກົດໝາຍໄດ້ຖືກຈັດຂຶ້ນ ໂດຍການເຂົ້າຮ່ວມຂອງພະນັກງານລັດຖະກອນຫຼາຍກວ່າ 90 ທ່ານ, ຈາກ ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງການຕ່າງປະເທດ, ສານປະຊາຊົນສູງສຸດ, ໄດ້ຮັບໃບຢັ້ງຢືນການສຳເລັດຫຼັກສູດພາສາອັງກິດດ້ານກົດໝາຍ. ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທ່ານ ໄຊຊະນະ ໂຄດໄພທູນ ໄດ້ສະເເດງຄວາມຮູ້ສຶກຂອບໃຈເເກ່ສະຖາບັນ ILSTA ເເລະ ໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການຮຽນພາສາຕ່າງປະເທດ ເເລະ ກາລະໂອກາດໃນການພັດທະນະ ໂດຍສະເພາະເເມ່ນສຳລັບພະນັກງານລັດຖະກອນ.

Continue Reading

ກອງປະຊຸມຝຶກອົບຮົມວຽກງານຈ່າສານ

ການຝຶກອົບຮົມວຽກງານຈ່າສານທີ່ສະຖາບັນຄົ້ນຄວ້າ ເເລະ ຝຶກອົບຮົມຂອງສານປະຊາຊົນສູງສຸດນັບເເຕ່ວັນທີ 24 ພະຈິກ ຫາ ວັນທີ 4 ທັນວາ ສະຖາບັນ ILSTA ຮ່ວມກັບ ສານປະຊາຊົນສູງສຸດ ຈັດກອງປະຊຸມຝຶກອົບຮົມວຽກງານຈ່າສານໃຫ້ກັບ 13 ເເຂວງ ໃນຫົວຂໍ້ ບົດບາດຂອງຈ່າສານໃນລະບົບຕຸລາການ. ກິດຈະກຳດັ່ງກ່າວປະກອບດ້ວຍການນຳສະເໜີໃນບົດບາດ ເເລະ ໜ້າທີ່ຂອງເຈົ້າໜ້າທີ່ຈ່າສານໃນສານ ມີການຍົກຕົວຢ່າງທີ່ສຳຄັນຫຼາຍຢ່າງຈາກລະບົບກົດໝາຍທີ່ເເຕກຕ່າງກັນ, ພ້ອມກັບການຈຳລອງຄະດີອາຍາ ເເລະ ຄະດີເເພ່ງໃນສານ ໂດຍໄດ້ເນັ້ນໜັກໃສ່ຂັ້ນຕອນທີ່ຈ່າສານຮັບຜິດຊອບຢູ່.    

Continue Reading

’ການເສີມສ້າງຄວາມເຂັ້ມເເຂງໃນການຕິດຕາມ-ກວດກາ ວຽກງານຕ້ານການສໍ້ລາດບັງຫຼວງ, ຕ້ານການຟອກເງິນ ເເລະ ການກູ້ເອົາຊັບສິນຄືນ

ສະຖາບັນຊ່ວຍເຫຼືອທາງດ້ານວິຊາການ ເເລະ ກົດໝາຍ ໄດ້ຮ່ວມກັນຈັດກອງປະຊຸມຝຶກອົບຮົມກັບອົງການໄອຍະການປະຊາຊົນສູງສຸດ ໃນຫົວຂໍ້ ‘’ການເສີມສ້າງຄວາມເຂັ້ມເເຂງໃນການຕິດຕາມ-ກວດກາ ວຽກງານຕ້ານການສໍ້ລາດບັງຫຼວງ, ຕ້ານການຟອກເງິນ ເເລະ ການກູ້ເອົາຊັບສິນຄືນ.’’ ຄັ້ງວັນທີ 26 ຫາ 30 ເດືອນ ພະຈິກ 2018 ທີ່ເເຂວງ ຫຼວງພະບາງ ໄອຍະການຈາກ 10 ເເຂວງ ໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມຫຼາຍໜ່ວຍງານພາຍໃຕ້ຫົວຂໍ້ ‘’ການເສີມສ້າງຄວາມເຂັ້ມເເຂງໃນການຕິດຕາມ-ກວດກາ ວຽກງານຕໍ່ຕ້ານການສໍ້ລາດບັງຫຼວງ, ຕ້ານການຟອກເງິນ ເເລະ ການກໍ້ເອົາຊັບສິນຄືນ.’’ ຄັ້ງວັນທີ 26 ຫາ 30 ເດືອນພະຈິກ 2018, ທີ່ເເຂວງ ຫຼວງພະບາງ. ກອງປະຊຸມດັ່ງກ່າວໄດ້ເຕົ້າໂຮມເອົາບັນດາພະນັກງານຈາກອົງການກວດກາລັດຖະບານ, ສານປະຊາຊົນສູງສຸດ ເເລະ ສະພາທະນາຍຄວາມ. ໂດຍມີການນຳສະເໜີ ເເລະ ເເລກປ່ຽນຄວາມຄິດເຫັນທາງດ້ານການສ້າງກອບຮ່ວມມືທາງກົດໝາຍເເຫ່ງຊາດສຳລັບວຽກງານຕ້ານການສໍ້ລາດບັງຫຼວງ, ການປະກາດນຳໃຊ້ປະມວນກົດໝາຍສະບັບໃໝ່ ເເລະ ການດຳເນີນການກູ້ເອົາຊັບສິນຄືນ.

Continue Reading

ການເຜີຍເເຜ່ກົດໝາຍວ່າດ້່ວຍພະນັກງານ-ລັດຖະກອນ ເເລະ ວຽກງານຕ້ານອາຊະຍາກຳການສໍ້ລາດບັງຫຼວງ

ໃນວັນທີ 20 ພະຈິກ ປີ 2018 ທີມງານຈາກສະຖາບັນ ILSTA ໄດ້ປະກອບສ່ວນເຂົ້າໃນການຈັດການຝຶກອົບຮົມທີ່ ນະຄອນ ປາເຊ ເເຂວງ ຈຳປາສັກ, ໂດຍມີການຮ່ວມມືກັບອົງການໄອຍະການປະຊາຊົນສູງສຸດ ພາຍໃຕ້ຫົວຂໍ້ ‘’ການເຜີຍເເຜ່ກົດໝາຍວ່າດ້່ວຍພະນັກງານ-ລັດຖະກອນ ເເລະ ວຽກງານຕ້ານອາຊະຍາກຳການສໍ້ລາດບັງຫຼວງ’’.

Continue Reading

ການເສີມສ້າງຄວາມເຂັ້ມເເຂງການຕິດຕາມກວດກາຕ້ານການສໍ້ລາດບັງຫຼວງ, ການສະກັດກັ້ນການຟອກເງິນ ເເລະ ການກູ້ຄືນຊັບສິນ

ທີມງານຈາກສະຖາບັນ ILSTA ໄດ້ເດີນທາງໄປ ນະຄອນປາກເຊ ເເຂວງ ຈໍາປາສັກ ໃນວັນທີ 19 ພະຈິກ ປີ 2018 ,ໂດຍການເປັນຄູ່ຮ່ວມງານກັບອົງການໄອຍະການປະຊາຊົນສູງສຸດ ຂອງ ສປປ ລາວ ໃນການຈັດກອງປະຊຸມຝຶກອົບຮົມໃນຫົວຂໍ້ ‘’ການເສີມສ້າງຄວາມເຂັ້ມເເຂງການຕິດຕາມກວດກາຕ້ານການສໍ້ລາດບັງຫຼວງ, ການສະກັດກັ້ນການຟອກເງິນ ເເລະ ການກູ້ຄືນຊັບສິນ’’.

Continue Reading

ກອງປະຊຸມລະດັບສູງກ່ຽວກັບອາຊະຍາກຳຂ້າມຊາດເເບບທີ່ມີການຈັດຕັ້ງ

ສະຖາບັນ ILSTA ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງທີ່ຖືກຈັດຂຶ້ນໂດຍອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ເເລະ ອາຊະຍາກຳ ເເລະ ລັດຖະບານ ສປປ ລາວ ພ້າຍໃຕ້ການຮ່ວມມືກັບອົງກອນທີ່ມີບົດບາດໃນພາກພື້ນ ເເລະ ສາກົນ ໃນຫົວຂໍ້ ອາຊະຍາກຳຂ້າມຊາດເເບບມີການຈັດຕັ້ງໃນ ສປປ ລາວ ເເລະ ໃນບັນດາປະເທດພາກພື້ນເເມ່ນໍ້າຂອງ, ຄັ້ງວັນທີ 13 ຫາ 14 ເດືອນ ພະຈິກ 2018.  

Continue Reading