Archive | ຂ່າວສານ

ກອງປະຊຸມສຳມະນາ ເຜີຍເເຜ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເເລະ ວຽກງານຕ້ານອາຊະຍາກຳການສໍ້ລາດບັງຫຼວງ

ອົງການໄອຍະການປະຊາຊົນສູງສຸດເເຫ່ງ ສປປ ລາວ ເເລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ໄດ້ຈັດກອງປະຊຸມສຳມະນາ ເຜີຍເເຜ່ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເເລະ ວຽກງານຕ້ານອາຊະຍາກຳການສໍ້ລາດບັງຫຼວງ ລະຫວ່າງວັນທີ 1 ຫາ ພະຈິກ 2018 ທີ່ເມືອງວັງວຽງ, ເເຂວງວຽງຈັນ. ກອງປະຊຸມດັ່ງກ່າວໄດ້ເຕົ້າໂຮມເອົາບັນດາໄອຍະການທັງໝົດ 70 ທ່ານຈາກ 11 ເເຂວງ ເເລະ ຍັງໄດ້ຮັບການຂຶ້ນບັນຍາຍ, ການຖາມຕອບ ເເລະ ການນຳສະເໜີກໍລະນີສຶກສາໂດຍຊ່ຽວຈາກສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ. ໂດຍການຂຶ້ນກ່າວເປີດພິທີໂດຍທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການສູງສຸດເເຫ່ງ ສປປ ລາວ ໄດ້ກ່າວວ່າ: ‘’ວຽກງານການເເກ້ໄຂບັນຫາການສໍ້ລາດບັງຫຼວງເເມ່ນເປັນວຽກບູລິມະສິດສຳລັບລັດຖະບານ ສປປ ລາວ ເຊິ່ງໃນນັ້ນເອງພະນັກງານ-ລັດຖະກອນເປັນຜູ້ມີບົດບາດສຳຄັນໃນການຕໍ່ຕ້ານກັບບັນຫາດັ່ງກ່າວ.’’ ດ້ວຍເຫດນີ້ເອງ ການຮ່ວມມືກັບສະຖາບັນສາກົນຈຶ່ງມີຄວາມສຳຄັນ ເເລະ ຈຳເປັນ, ເພື່ອເເລກປ່ຽນສົ່ງເສີມຄວາມຮູ້, ຄວາມຊ່ຽວຊານທາງດ້ານກົດໝາຍໃຫ້ພະນັກງານໄອຍະການລາວ. ອຳນວຍການສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ທ່ານ ຈອນ ຄອນໂນລີ ໄດ້ກ່າວວ່າ ‘’ຈາກການທົບທວນສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕໍ່ຕ້ານການສໍ້ລາດບັງຫຼວງໄດ້ຊີ້ໃຫ້ເຫັນເຖິງຄວາມກ້າວໜ້າຂອງ […]

Continue Reading

ການຢ້ຽມຢາມຂອງຄະນະຜູ້ເເທນຂອງກົມຍຸດຕິທຳຂອງ ເເຂວງຢູນນານ ຢູ່ທີ່ ສປປ ລາວ ເເລະ ປະເທດ ມຽນມ້າ

ຄະນະຜູ້ເເທນຈາກກົມຍຸດຕິທຳຂອງເເຂວງ ຢູນນານໄດ້ເດີນທາງຢ້ຽມຢາມສະຖາບັນໃຫ້ຄວາມຊ່ວຍເຫຼືອກົດໝາຍ ເເລະ ວິຊາການ ໃນວັນທີ 11 ເດືອນຕຸລາ.​ ຄະນະຜູ້ເເທນດັ່ງກ່າວເເມ່ນປະກອບດ້ວຍ ພະນັກງານຈາກກົມຍຸດຕິທໍາທັງຍັງເປັນສະມາຊິກຂອງສະພາທະນາຍຄວາມຂອງເເຂວງຢູນນານເຊິ່ງເປັນອົງການທີ່ຮວມເອົາທະນາຍຄວາມຈຳນວນ 11,000 ກວ່າຄົນ. ການພົບປະໂອ້ລົມໃນເທື່ອນີ້ເເມ່ນໄດ້ເວົ້າເຖິງຄວາມເປັນໄປໄດ້ໃນການຮ່ວມມືຊ່ວຍເຫຼືອ ເເລະ ເເລກປ່ຽນຄວາມຊຳນານທາງດ້ານກົດໝາຍໃນ ສປປ ລາວ ໃນອານາຄົດ. ເເຂວງຢູນນານເປັນເເຂວງໜຶ່ງທີ່ມີຊາຍເເດນຕິດກັບພາກ   ເໜືອຂອງລາວ ເເລະ ທາງດ້ານການຄ້າຂາຍ ເເລະ ເເລກປ່ຽນກັບທາງລາວເເມ່ນມີການຂະຫຍາຍຕົວ.

Continue Reading

ກອງປະຊຸມກ່ຽວກັບຊັບສິນ ເເລະ ເຕັກໂນໂລຊີທີ່ທັນສະໄໝ

ຜຸ່ພິພາສາຈຳນວນ 60​ ກວ່າທ່ານ ຈາກສະພາປະຊາຊາຊົນສູງສຸດ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ໃນຫົວຂໍ້ “ ຊັບສິນ ເເລະ ເຕັກໂນໂລຊີທີ່ທັນສະໄໝ” ໃນລະຫວ່າງວັນທີ 10 ຫາ 12 ເດືອນ ຕຸລາ ທີ່ນະຄອນຫຼວງວຽງຈັນ.     ບັນດາຜູ່ພິພາກສາທີ່ເຂົ້າຮ່ວມເເມ່ນມາຈາກ 8 ເເຂວງ, ໂດຍມີບັນດາຜູ່ພິພາກສາຈາກເເຂວງທາງພາກເໜືອເຂົ້າຮ່ວມຄື: ເເຂວງ ອຸດົມໄຊ, ບໍ່ເເກ້ວ, ຫຼວງນ້ຳທ່າ ເເລະ ເເຂວງຫຼວງພະບາງ; ຈາກພາກກາງມີ ເເຂວງ ວຽງຈັນ ເເລະ ເເຂວງ ບໍລິຄຳໄຊ; ເເລະ ເເຂວງຈຳປາສັກຈາກພາກໃຕ້. ຈາກຜົນຂອງການພັດທະນາທາງດ້ານເຕັກໂນໂລຊີໃໝ່ໆ, ໄດ້ສົ່ງຜົນເຮັດໄຟອາດຊະຍາກຳທາງດ້ານອິນເຕີເນັດໄດ້ເລີ່ມຂະຫຍາຍຕົວໄປໃນທິດທາງໃໝ່, ໂດຍໄດ້ມີການນຳໃຊ້ຊື່ໃນການກະທຳຜິດໃໝ່, ວິທິທາງໃໝ່ ເເລະ ຍຸດທະສາດໃໝ່, ເເລະ ມີຜູ້ຖືກເສຍຫາຍຫຼາຍຂຶ້ນກວ່າເກົ່າ. ການທີ່ກົດໝາຍຖືກຈຳກັດ ເເລະ ບໍ່ຖືກບັງຄັບໃຊ້ຢ່າງເຕັມທີ່ນັ້ນ, ໃນດ້ານຄວາມອາດສາມາດ, ອາດສົ່ງຜົນໃຫ້ເກີດມີຂັດຂວາງວິທີທາງເເກ້ໄຂທີ່ເປັນໄປໄດ້ ເເລະ ມີປະສິດຕິພາບຕໍ່ກັບບັນຫາອາຊະຍາກຳທາງອິນເຕີເນັດນີ້ໄດ້. ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ເເລະ ວິຊາການ ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: ການຟອກເງິນ, […]

Continue Reading

ແຂວງບໍລິຄຳໄຊຈັດການເຝິກອົບຮົມວ່າດ້ວຍການຕ້ານການສໍ້ລາດບັງຫຼວງ

ອົງການກວດກາລັດຖະບານຈັດການເຝຶກອົບຮົມວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງຂຶ້ນ ທີ່ແຂວງບໍລິຄຳໄຊ ເຊິ່ງມີເຈົ້າໜ້າທີ່ລັດເຂົ້າຮ່ວມປະມານ 220 ຄົນ. ການເຝຶກອົບຮົມຈັດຂຶ້ນລະຫວ່າງ ວັນທີ 23-24 ສິງຫາ ຢູ່ທີ່ເມືອງປາກຊັນ. ເຈົ້າໜ້າທີ່ ທີ່ເຂົ້າຮ່ວມເປັນຕົວແທນມາຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ເຊິ່ງກວມເອົາທຸກເມືອງທີ່ຢູ່ໃນແຂວງ ແລະ ເຈົ້າໜ້າທີ່ສືບສວນສອບສວນ, ເຈົ້າໜ້າທີ່ຕິດຕາມ ແລະ ກວດກາ. ທ່ານ ບຸນແສງ ພະທຳມະວົງ, ຮອງເຈົ້າແຂວງບໍລິຄຳໄຊ ກ່າວໃນບົດກ່າວເປີດວ່າ: ເຖິງແມ່ນວ່າໃນຊຸມປີທີ່ຜ່ານມາວຽກງານການຕ້ານການສໍ້ລາດບັງຫຼວງໄດ້ມີການຈັດຕັ້ງປະຕິບັດໄດ້ດີພໍສົມຄວນ, ແຕ່ຍັງມີບາງຈຸດທີ່ຕ້ອງໄດ້ຮັບການແກ້ໄຂ. ທ່ານ ບຸນແສງ, ໄດ້ເນັ້ນໜັກໃຫ້ທຸກພາກສ່ວນຈັດຕັ້ງປະຕິບັດມະຕິຕົກລົງ ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ x ວ່າດ້ວຍວຽກງານການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ. ທ່ານ ຮອງເຈົ້າແຂວງ ໃຫ້ການຕ້ອນຮັບທີ່ດີແກ່ທາງ ສະຖາບັນ ໃນການນຳເອົາປະສົບການ ແລະ ຊ່ຽວຊານສະເພາະເພື່ອແລກປ່ຽນ ແລະ ເຜີຍແຜ່ໃນການເຝຶກອົບຮົມໃນຄັ້ງນີ້. ສະຖາບັນ ILSTA ແມ່ນອົງການຈັດຕັ້ງໜຶ່ງຂອງປະເທດລຸກຊຳບວກທີ່ມີຄວາມຊ່ຽວຊານດ້ານການສ້າງຄວາມເຂັ້ມແຂງໃນຂົງເຂດການປົກຄອງລັດທີ່ດີ. ທ່ານ ລີຊາດ ຟີລິບປາກ, ຫົວໜ້າສະຖາບັນ ກ່າວວ່າ: ລະດັບການສໍ້ລາດບັງຫຼວງຍິ່ງສູງເທົ່າໃດ, ມູນຄ່າຂອງທຸລະກິດຍິ່ງສູງ, ແລະ ຍິ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການນຳເອົາການລົງທຶນຈາກຕ່າງປະເທດ […]

Continue Reading

ການເຝິກອົບຮົມກັບບັນດາສະຖາບັນຍຸຕິທຳແຂວງຫຼວງພະບາງ

ສະຖາບັນ ILSTA ຮ່ວມກັບຄະນະນຳຂັ້ນສູງ ລົງໄປຢ້ຽມຢາມແຂວງຫຼວງພະບາງ ລະຫວ່າງວັນທີ 13-16 ສິງຫາ ເພື່ອຕິດຕາມການເຄື່ອນໄຫວຂອງບັນດາສະຖາບັນຍຸຕິທຳແຂວງ ພາຍຫຼັງກອງປະຊຸມທີ່ໄດ້ຈັດຂຶ້ນໃນຕົ້ນປີ 2018. ການລົງຢ້ຽມຢາມໃນຄັ້ງນີ້ລວມມີ ອະດີດຮອງລັດຖະມົນຕີ ກະຊວງຍຸຕິທຳ, ທ່ານ ເກດ ກຽດຕິສັກ ແລະ ອະດີດຮອງປະທານ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ທ່ານ ລັງສີ ສີບຸນເຮືອງ. ການຢ້ຽມຢາມທັງ 3 ມື້ ແມ່ນໄດ້ພົບປະກັບ ເຈົ້າໜ້າທີ່ຈາກພະແນກຍຸຕິທຳແຂວງ, ສານປະຊາຊົນ 3 ແຫ່ງ, ສະພາທະນາຍຄວາມປະຈຳທ້ອງຖິ່ນ ແລະ ອົງການໄອຍະການປະຊາຊົນແຂວງ. ໃນລະຫວ່າງການຈັດເຝຶກອົບຮົມກັບ ພະແນກຍຸຕິທຳແຂວງ, ທ່ານ ເກດ ໄດ້ຢ້ຳເຖິງເປົ້າໝາຍຫຼັກຂອງ ສປປ ລາວ ໃນການກ້າວໄປສູ່ລັດແຫ່ງກົດໝາຍ ແລະ ກໍໄດ້ເນັ້ນໜັກຕື່ມເຖິງຄວາມສຳຄັນຂອງທະນາຍຄວາມໃນການແກ້ໄຂບັນຫາໃນສັງຄົມ, ເພິ່ນກ່າວຕື່ມວ່າ ໂດຍທົ່ວໄປປະຊາຊົນຈຳນວນຫຼາຍຍັງຂາດຄວາມເຂົ້າໃຈເຖິງບົດບາດອັນສຳຄັນຂອງທະນາຍຄວາມຢູ່ໃນສັງຄົມ.

Continue Reading

ສະຖາບັນ ILSTA ລົງເກັບກຳຂໍ້ມູນຢູ່ສານແຂວງພາກກາງ

ໃນວັນທີ 3 ກໍລະກົດທີ່ຜ່ານມາ, ເຈົ້າໜ້າທີ່ຜູ້ພິພາກສາຈາກສານແຂວງວຽງຈັນ ແລະ ສານເຂດ 1 ແຂວງວຽງຈັນ ໄດ້ຮ່ວມແລກປ່ຽນບົດຮຽນ ແລະ ປະສົບການກັບສະຖາບັນ ILSTA ກ່ຽວກັບການບໍລິຫານໃນສານ ເຊັ່ນ ການຮັບປະກັນຄວາມສະເໝີພາບທາງດ້ານຂໍ້ມູນຫຼັກຖານ, ການແກ້ຄະດີ ແລະ  ການເກັບກຳຂໍ້ມູນຂ່າວສານ.

Continue Reading

ເຈົ້າໜ້າທີ່ໄອຍະການ ແລະ ຜູ້ພິພາກສາເຂົ້າຮ່ວມເຝິກອົບຮົມກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງ

ເຈົ້າໜ້າທີ່ໄອຍະການຈາກ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຄໍາມ່ວນ, ຊຽງຂວາງ, ໄຊສົມບູນ ແລະ ບໍລິຄໍາໄຊ ເຂົ້າຮ່ວມການເຝິກອົບຮົມກ່ຽວກັບອາຊະຍາກຳແບບມີການຈັດຕັ້ງ ແລະ ການຟອກເງິນ ຢູ່ທີ່ທ່າລາດ, ແຂວງວຽງຈັນ ໃນວັນທີ 2 ກໍລະກົດທີ່ຜ່ານມາ. ນອກນັ້ນ, ຜູ້ພິພາກສາພາຍໃນແຂວງຍັງໄດ້ເຂົ້າຮ່ວມໃນການເຝິກອົບຮົມດັ່ງກ່າວ. ເປົ້າໝາຍຫຼັກໃນການຈັດເຝິກອົບຮົມແມ່ນເພື່ອຮັບປະກັນຄວາມເຂົ້າໃຈກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງ, ການພົວພັນລະຫວ່າງບັນຫາດັ່ງກ່າວກັບການຟອກເງິນ ແລະ ຍົກໃຫ້ເຫັນບົດຮຽນຈາກສາກົນໃນການຮັບມືກັບໄພຂົ່ມຂູ່ດັ່ງກ່າວ. ຜູ້ຊ່ຽວຊານໄດ້ຍົກໃຫ້ເຫັນບັນດາປະເພດອາຊະຍາກຳນັບແຕ່ ອາຊະຍາກຳສິ່ງແວດລ້ອມ, ອາຊະຍາກໍາຮຸນແຮງ, ອາຊະຍາກໍາສິ່ງເສບຕິດ, ແລະ ບັນດາອາຊະຍາກໍາທີ່ແຜ່ລາມເຊັ່ນ ອາຊະຍາກໍາເອເລັກໂຕນິກ ແລະ ອາຊະຍາກໍາຄໍເສື້ອຂາວ. ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືກ່ຽວກັບກໍລະນີສຶກສາ ເພື່ອວິເຄາະສັນຍານຂອງການຟອກເງິນ. ນອກຈາກນັ້ນ, ຕົວແທນຈາກສໍານັກງານຂໍ້ມູນຕ້ານການຟອກເງິນຍັງໄດ້ນຳສະເໜີເຖິງພາລະບົດບາດ ແລະ ການເຄື່ອນໄຫວຂອງໜ່ວຍງານຕ້ານການຟອກເງິນໃນ ສປປ ລາວ. ການເຝິກອົບຮົມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ຄຳກອງອຸເທນ ແກ້ວມະໂນ, ຜູ້ຊ່ວຍຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄິດ ຟາກູຣາຊັນ, ຜູ້ຮັບຜິດຊອບແຜນງງານ ສະຖາບັນ ILSTA. ກິດຈະກໍາດັ່ງກ່າວຮ່ວມຈັດໂດຍ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນ […]

Continue Reading

ສະຖາບັນ ILSTA ລົງເກັບກຳຂໍ້ມູນຢູ່ສານແຂວງພາກໃຕ້

ໃນວັນທີ 19 ມີຖຸນາ ທີ່ຜ່ານມາ, ຕົວແທນຈາກສະຖາບັນILSTA ໄດ້ລົງຢ້ຽມຢາມສານພາກ, ສານແຂວງ ແລະ ສານເຂດ 1 ຢູ່ທີ່ແຂວງຈຳປາສັກ. ເຈົ້າໜ້າທີ່ຜູ້ພິພາກສາທີ່ເປັນຕົວແທນໃຫ້ແກ່ສານທັງ 3 ແຫ່ງ ໄດ້ປຶກສາຫາລືໂອ້ລົມກ່ຽວກັບຫຼາຍບັນຫາສຳຄັນທີ່ກ່ຽວຂ້ອງກັບການບໍລິຫານໃນສານ ແລະ ຄະດີທີ່ນຳຂຶ້ນມາສູ່ສານ, ເຊັ່ນ ການເກັບກຳຂໍ້ມູນຂ່າວສານ, ການແກ້ຄະດີ ແລະ ການຮັບປະກັນຄວາມສະເໝີພາບທາງດ້ານຂໍ້ມູນຫຼັກຖານ.

Continue Reading

ເຈົ້າໜ້າທີ່ຈາກ 5 ແຂວງພາກໃຕ້ເຂົ້າຮ່ວມການເຝິກອົບຮົມກ່ຽວກັບອາຊະຍາກໍາທີ່ມີການຈັດຕັ້ງ

  ຖືເປັນຄັ້ງທີ່ສອງຂອງການຈັດເຝຶກອົບຮົມກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງໃນຂອບເຂດທົ່ວປະເທດ. ເຈົ້າໜ້າທີ່ໄອຍະການຈາກ 5 ແຂວງພາກໃຕ້ ແລະ ຜູ້ພິພາກສາຈາກສານແຂວງ ເຂົ້າຮ່ວມການເຝິກອົບຮົມໃນຫົວຂໍ້ອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນ ຢູ່ທີ່ປາກເຊ. ການເຝິກອົບຮົມໄຂຂຶ້ນໃນວັນທີ 18 ມີຖຸນາ ໂດຍ ທ່ານ ຄຳກອງອຸເທນ ແກ້ວມະໂນ, ຜູ້ຊ່ວຍຫົວໜ້າ ໄອຍະການປະຊາຊົນສູງສຸດ ແລະ ທ່ານ ຄິດ ຟາກູຣາຊັນ, ຜູ້ຮັບຜິດຊອບແຜນງານ ສະຖາບັັນ ແລະ ເຈົ້າໜ້າທີ່ຈາກ ແຂວງຈໍາປາສັກ, ອັດຕະປື, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ. ການເຝິກອົບຮົມຈັດຂຶ້ນໂດຍການຮ່ວມມືລະຫວ່າງ ອັງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ລຸກຊຳບວກ ແລະ ພາຍໃຕ້ການສະໜັບສະໜູນໂດຍ ກະຊວງການເງິນປະເທດລຸກຊຳບວກ ແລະ ລັດຖະບານການາດາ. ເປົ້າໝາຍຫຼັກໃນການຈັດເຝິກອົບຮົມຄັ້ງນີ້ແມ່ນ ສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ແລະ ຍົກໃຫ້ເຫັນເຖິງບົດຮຽນໃນການຕ້ານອາຊະຍາກຳທີ່ມີການຈັດຕັ້ງປະເພດຕ່າງໆ ທີ່ພົວພັນກັບການຟອກເງິນ. […]

Continue Reading

ບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມກອງປະຊຸມວ່າດ້ວຍການໄກ່ເກ່ຍໃນສົນທິສັນຍາດ້ານການລົງທຶນ

ພະນັກງານຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ ກອງປະຊຸມວ່າດ້ວຍການໄກ່ເກ່ຍໃນສົນທິສັນຍາດ້ານການລົງທຶນ ເຊິ່ງນຳສະເໜີໂດຍຜູ້ຊ່ຽວຊານຈາກມະຫາວິທະຍາໄລລຸກຊຳບວກ ທ່ານ ແມັດທິວ ຮັບໂພຣ. ທ່ານ ແມັດທິວ ເປີດການບັນຍາຍຫຼາຍຫົວຂໍ້ກ່ຽວກັບກົດໝາຍລະຫວ່າງປະເທດ ຢູ່ທີ່ຄະນະນິຕິສາດ ແລະ ລັດຖະສາດ ເຊິ່ງການຢ້ຽມຢາມໃນຄັ້ງນີ້ແມ່ນພາຍໃຕ້ຂໍ້ຕົກລົງລະຫວ່າງ ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ. ສປປ ລາວ ໄດ້ລົງນາມໃນສົນທິສັນຍາສອງຝ່າຍ (BITs) ກັບ 28 ປະເທດ ແລະ ເປັນພາຄີໃນສົນທິສັນຍາ 18 ສະບັບ ທີ່ກ່ຽວກັບຂໍ້ກຳນົດດ້ານການລົງທຶນ (TIPs) ແລະ ລວມໄປເຖິງບັນດາຂໍ້ຕົກລົງວ່າດ້ວຍການລົງທຶນລະຫວ່າງປະເທດ (IIAs). ທ່ານ ແມັດທິວ ໄດ້ຍົກໃຫ້ເຫັນວ່າໃນປັດຈຸບັນ ບັນດາລັດມີທ່າອ່ຽງການລົງນາມໃນສົນທິສັນຍາສະບັບໃໝ່ຫຼຸດລົງ ແລະ ຍັງຖອນໂຕອອກຈາກບັນດາຂໍ້ຕົກລົງທີ່ໄດ້ລົງນາມໄປແລ້ວ. ໃນປີ 2017 ເຫັນວ່າຈຳນວນການລົງນາມໃນຂໍ້ຕົກລົງວ່າດ້ວຍການລົງທຶນລະຫວ່າງປະເທດຫຼຸດລົງຕຳ່ສຸດ ເມື່ອສະເລ່ຍຕັ້ງແຕ່ປີ 1983 ເຊິ່ງໃນທາງກົງກັນຂ້າມຈຳນວນການຍົກເລີກສົນທິສັນຍາມີຈຳນວນທີ່ສູງກ່ວາການລົງນາມສົນທິສັນຍາສະບັບໃໝ່. ເຖິງແມ່ນວ່າລັດອາໄສການເພິ່ງພາເຊິ່ງກັນ ແລະ ກັນ, ລັດລົງນາມໃນສົນທິສັນຍາວ່າດ້ວຍການລົງທຶນພາຍໃຕ້ຫຼາຍເຫດຜົນທີ່ແຕກຕ່າງກັນ. ລັດທີ່ລົງທຶນຕ້ອງການທີ່ຈະປົກປ້ອງການລົງທຶນຂອງຕົນເອງ ເພື່ອຮັບປະກັນການຊົດເຊີຍເມື່ອມີການປະຕິບັດທີ່ບໍ່ເປັນທຳເກີດຂຶ້ນ ເຊິ່ງໃນເວລາດຽວກັນ […]

Continue Reading