Archive | ຂ່າວສານ

7 ແຂວງພາກເໜືອ ຮ່ວມຝຶກອົບຮົມກ່ຽວກັບການຕ້ານອາຊະຍາກໍາທີ່ມີການຈັດຕັ້ງ

ເຈົ້າໜ້າທີ່ໄອຍະການ ແລະ ຜູ້ພິພາກສາ ຈາກ 7 ແຂວງພາກເໜືອ ເຂົ້າຮ່ວມການຝຶກອົບຮົມຢູ່ ແຂວງອຸດົມໄຊ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ກາານຟອກເງິນ. ການຝຶກອົບຮົມຮ່ວມຈັດໂດຍ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ລຸກຊຳບວກ (ILSTA). ການຈັດຝຶກອົບຮົມຖືເປັນວຽກງານໜຶ່ງທີ່ສະຖາບັນ ILSTA ຈັດຂຶ້ນຢ່າງຕໍ່ເນື່ອງໃນຂອບເຂດທົ່ວປະເທດ. ໂດຍທົ່ວໄປ, ປະເພດອາຊະຍາກໍາກວມເອົາອາຊະຍາກໍາດ້ານສິ່ງແວດລ້ອມເຊັ່ນ ການຄ້າສັດປ່າທີ່ຜິດກົດໝາຍ; ອາຊະຍາກໍາທີ່ຮຸນແຮງ; ອາຊະຍາກໍາຢາເສບຕິດ; ແລະ ລວມໄປເຖິງການແຜ່ລາມຂອງອາຊະຍາກໍາບາງປະເພດ ເຊັ່ນ: ອາຊະຍາກໍາເອເລັກໂຕນິກ ແລະ ອາຊະຍາກໍາຄໍເສື້ອຂາວ. ຕົວແທນຈາກສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ນຳສະເໜີເຖິງພາລະບົດບາດ ແລະ ລະບົບການເຄື່ອນໄຫວຂອງໜ່ວຍງານຂໍ້ມູນດ້ານການເງິນຢູ່ໃນ ສປປ ລາວ ເຊິ່ງຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າກ່ຽວກັບບາງກໍລະນີສຶກສາ ເພື່ອຊີ້ໃຫ້ເຫັນສັນຍານທີ່ບົ່ງບອກການຟອກເງິນ. ການຝຶກອົບຮົມໄດ້ໄຂຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງ ທ່ານ ຄຳກອງອຸເທນ ແກ້ວມະໂນ, ຜູ້ຊ່ວຍ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານ ຈອນ ຄອນນໍລີ, ເລຂາທິການຄະນະບໍລິຫານສະຖາບັນ […]

Continue Reading

ບົດລາຍງານກອງປະຊຸມ 2018

ທ່ານສາມາດເບິ່ງ ບົດລາຍງານປະຈຳປີ 2018 ກ່ຽວກັບກອງປະຊຸມສ້າງຄວາມເຂັ້ມແຂງ ແລະ ການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງຢູ່ໃນ ສປປ ລາວ ໄດ້ທີ່ນີ້. ບົດລາຍງານສະບັບພາສາລາວ ບົດລາຍງານສະບັບພາສາອັງກິດ  

Continue Reading

ກອງປະຊຸມປຶກສາຫາລືທົບທວນ ກົດໝາຍວ່າດ້ວຍຄ່າທຳນຽມສານ

ສານປະຊາຊົນສູງສຸດແຫ່ງ ສປປ ລາວ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ໄດ້ຮ່ວມຈັດກອງປະຊຸມປຶກສາຫາລືເພື່ອທົບທວນ ກົດໝາຍວ່າດ້ວຍຄ່າທຳນຽມສານ ຂຶ້ນໃນວັນທີ 2-4 ພຶດສະພາ 2018. ກົດໝາຍວ່າດ້ວຍຄ່າທຳນຽາມສານສະບັບປັດຈຸບັນໄດ້ຮັບການບັງຄັບໃຊ້ຕັ້ງແຕ່ປີ 2007 ແລະ ໄດ້ເຮັດໃຫ້ລະບົບການເກັບຄ່າທຳນຽມສານມີຄວາມໂປ່ງໃສ ແລະ ເປັນໄປຕາມທີ່ກົດໝາຍກຳນົດໄວ້. ຄ່າທຳນຽມສານລ້ວນແລ້ວແຕ່ມີຄວາມສຳຄັນແກ່ພົນລະເມືອງທຸກຄົນທີ່ຕ້ອງການຄວາມຍຸຕິທຳ. ຫຼັກການໃນການເຂົ້າເຖິງຄວາມຍຸຕິທຳ ທີ່ໄດ້ບັດຍັດໄວ້ໃນລັດຖະທຳມະນູນນັ້ນແມ່ນມີຄວາມສຳຄັນຫຼາຍ. ຝ່າຍຕຸລາການມີຄວາມຈຳເປັນໃນການ ບັງຄັບໃຊ້ກົດໝາຍໃຫ້ມີຄວາມສອດຄ່ອງ ແລະ ຖືວ່າເປັນເລື່ອງປົກກະຕິທີ່ບັນດາລັດ ພາຍໃຕ້ການເປັນລັດແຫ່ງກົດໝາຍ ຝ່າຍຕຸລາການຈະຕ້ອງມີທຶນຮອນທີ່ພຽງພໍໃຫ້ ສາມາດນຳໃຊ້ອຳນາດທີ່ຈຳເປັນໄດ້ຢ່າງເຕັມທີ່. ການບໍລິຫານທາງດ້ານຂະບວນການຍຸຕິທຳພາຍໃນສານແມ່ນຈະຕ້ອງມີຄ່າໃຊ້ຈ່າຍຫຼາຍຢ່າງ. ສະນັ້ນ, ການທົບທວນກ່ຽວກັບຄ່າທຳນຽມສານຈະເຮັດໃຫ້ສາມາດເກັບກຳຄ່າທຳນຽມສານໄດ້ສະດວກ, ແລະ ອາດເຮັດໃຫ້ການປະຕິບັດໜ້າທີ່ມີປະສິດທິພາບຂຶ້ນ ແລະ ພາຍໃນໄລຍະເວລາທີ່ເໝາະສົມ. ຢ່າງໃດກໍຕາມ, ຄ່າທຳນຽມສານບໍ່ຄວນເປັນອຸປະສັກໃຫ້ແກ່ພົນລະເມືອງໃນການເຂົ້າເຖິງຂະບວນການຍຸຕິທຳຜ່ານລະບົບຂອງສານ. ວຽກງານດ້ານກົດໝາຍຢູ່ໃນ ສປປ ລາວ ແມ່ນມີການພັດທະນາຢ່າງກ້າວໜ້າ ເຊິ່ງ ສປປ ລາວ ແມ່ນກຳລັງກ້າວໄປສູ່ເປົ້າໝາຍຂອງການຫັນເປັນລັດແຫ່ງກົດໝາຍ. ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ, ຈຶ່ງມີຄວາມຈຳເປັນທີ່ສຸດທີ່ວຽກງານກົດໝາຍຈະຕ້ອງມີການປັບປຸງ ແລະ ພັດທະນາໃຫ້ສອດຄ່ອງກັບແຕ່ລະຍຸກສະໄໝ. ໃນປີ 2017, ປະມວນກົດໝາຍອາຍາສະບັບທຳອິດຂອງ […]

Continue Reading

ILSTA ເຂົ້າຮ່ວມກອງປະຊຸມກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງພາຍໃນພາກພື້ນ

ຜູ້ນຳອາຊຽນເຂົ້າຮ່ວມກອງປະຊຸມປະຈຳພາກພື້ນ ພາຍໃຕ້ຫົວຂໍ້: “ASEAN 2025: Synchronising Economic and Security Agendas” ເຊິິ່ງຈັດຂຶ້ນໂດຍ ກະຊວງການຕ່າງປະເທດແຫ່ງລາຊະອານະຈັກໄທ ແລະ ຫ້ອງການສະຫະປະຊາຊາດວ່າດ້ວຍການຕ້ານສິ່ງເສບຕິດ ແລະ ອາຊະຍາກຳ. Asean tackles organised crime ເຄຣດິດ: Bangkok Post https://www.bangkokpost.com/news/general/1456897/asean-tackles-organised-crime

Continue Reading

ກອງປະຊຸມສ້າງຄວາມເຂັ້ມແຂງກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ຢູ່ໃນ ສປປ ລາວ

ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມກອງປະຊຸມກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ບັນດາພະນັກງານ ແລະ ເຈົ້າໜ້າທີ່ຫຼາຍກວ່າ 420 ທ່ານ ເຂົ້າຮ່ວມກອງປະຊຸມ “ສ້າງຄວາມເຂັ້ມແຂງກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ຢຸ່ໃນ ສປປ ລາວ”. ກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ ນະຄອນຫຼວງວຽງຈັນ ລະຫວ່າງ ວັນທີ 27 ກຸມພາ ເຖິງ ວັນທີ 1 ມີນາ. ບັນຫາທີ່ເນັ້ນໜັກຂອງກອງປະຊຸມໃນຄັ້ງນີ້ແມ່ນກ່ຽວກັບ ການຄ້າຂາຍຢາເສບຕິດ ແລະ ການຟອກເງິນ. ຜູ້ເຂົ້າຮ່ວມແມ່ນຕົວແທນຈາກທັງໝົດ 17 ແຂວງ ຂອງ ສປປ ລາວ. ຜູ້ເຂົ້າຮ່ວມແມ່ນລວມມີ ໄອຍະການແຂວງ, ຕຳຫຼວດ, ຜູ້ພິພາກສາ, ແລະ ຮອງເຈົ້າແຂວງ ຈາກທັງ 17 ແຂວງ. ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ອົງການໄອຍະການປະຊາຊົນສູງສຸດ ໂດຍການຮ່ວມມືກັບ ສະຖາບັນ ILSTA ເຊິ່ງໃຫ້ກຽດຮ່ວມເປັນປະທານຈັດກອງປະຊຸມໂດຍ ທ່ານ ບຸນຍັງ ຈັນດາລາສານ, ຮອງປະທານ ອົງການໄອຍະການປະຊາຊົນສູງສຸດ […]

Continue Reading

ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໄດ້ຮັບໃບຢັ້ງຢືນຈົບຫຼັກສູດຮຽນພາສາອັງກິດສຳລັບກົດໝາຍ ສະໜັບສະໜຸນໂດຍ ILSTA

ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍເຂົ້າຮັບໃບຢັ້ງຢືນການຈົບຫຼັກສູດຮຽນພາສາອັງກິດສຳລັບກົດໝາຍທີ່ສະໜັບສະໜຸນໂດຍສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ. ຫຼັກສູດດັ່ງກ່າວໄດ້ລິເລີ່ມຕັ້ງແຕ່ ເດືອນມີຖຸນາ 2016, ເຊິ່ງໃນເບື້ອງຕົ້ນປະກອບມີ ພະນັກງານໄອຍະການ ຈາກອົງການໄອຍະການປະຊາຊົນສູງສຸດ 40 ທ່ານ ເຂົ້າຮ່ວມ. ໂດຍພາຍໃຕ້ການສະໜັບສະໜຸນຈາກລັດຖະບານລຸກຊຳບວກ, ໄລຍະຕໍ່ມາຫຼັກສູດດັ່ງກ່າວຈຶ່ງໄດ້ຮັບການຂະຫຍາຍ ແລະ ເປີດກວ້າງຂຶ້ນ ເຊິ່ງໃນປັດຈຸບັນມີຜູ້ເຂົ້າຮຽນ ປະມານ 80 ທ່ານ ທີ່ມາຈາກຫຼາຍສະຖາບັນຄື ກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການກວດກາລັດຖະບານ. ພິທີມອບ-ຮັບໃບຢັ້ງຢືນໄດ້ຈັດຂຶ້ນໃນວັນທີ 24 ພະຈິກ ທີ່ຜ່ານມາ ຢູ່ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານໄອຍະການ ເຊິ່ງຜູ້ທີ່ໄດ້ຮັບໃບຢັ້ງຢືນ ການຈົບຫຼັກສູດພາສາອັງກິດສຳລັບກົດໝາຍ ໄລຍະ 6 ເດືອນ ມີທັງໝົດ 15 ທ່ານ ແລະ ນອກນັ້ນ, ຜູ້ທີ່ຮຽນດີເດັ່ນແມ່ນໄດ້ຮັບລາງວັນເປັນປຶ້ມວັດຈະນານຸກົມພາສາອັງກິດຄຳສັບກົດໝາຍ. ທ່ານ ຈອນ ຄອນນໍລີ, ຫົວໜ້າຝ່າຍປະສານງານພົວພັນຈາກສະຖາບັນ ILSTA ກ່າວວ່າ: “ທັກສະພາສາອັງກິດເປັນສິ່ງທີ່ມີຄວາມຈຳເປັນ ແລະ ສຳຄັນຕໍ່ເຈົ້າໜ້າທີ່ພາກລັດ ໃນການຕິດຕໍ່ພົວພັນວຽກໃນລະດັບພາກພື້ນ, ລາຍງານການເຄື່ອນໄຫວວຽກງານທີ່ກ່ຽວຂ້ອງ […]

Continue Reading

ເຄື່ອງມືໂຄສະນາຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈາກ ILSTA ຖືກນຳໄປເຜີຍແຜ່ໃນການຝຶກອົບຮົມລະດັບຊາດ

ສຳນັກງານຂໍ້ມູນຕ້ານການຟອກເງິນ AMLIO ຂອງທະນາຄານແຫ່ງ ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂຶ້ນຢູ່ທີ່ ສະຖາບັນເສດຖະກິດການເງິນວຽງຈັນ. ທາງສະຖາບັນ ILSTA ໄດ້ໃຫ້ການຊ່ວຍເຫຼືອແກ່ສຳນັກງານຂໍ້ມູນຕ້ານການຟອກເງິນ ໃນການໃຫ້ຄວາມຮູ້ແກ່ພະນັກງານຈາກສະຖາບັນການເງິນ, ຜູ້ບັງຄັບໃຊ້ກົດໝາຍ ແລະ ບຸກຄົນທົ່ວໄປ ກ່ຽວກັບອາຊະຍາກຳການຟອກເງິນ ພ້ອມທັງເຜີຍແຜ່ກ່ຽວກັບກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ໄດ້ຮັບການປະກາດໃຊ້ໃນເດືອນກຸມພາ ປີ 2015 ທີ່ຜ່ານມາ. ໃນເດືອນມີຖຸນາ 2017, ສປປ ລາວ ໄດ້ຫຼຸດພົ້ນອອກຈາກບັນຊີສີເທົາຂອງ FATF ໂດຍລັດຖະບານ ສປປ ລາວ ໄດ້ປະຕິບັດຕາມພັນທະ ແລະ ມີຄວາມຄືບໜ້າໃນການປັບປຸງລະບຽບກົດໝາຍ ເພື່ອຕ້ານການຟອກເງິນໃນທົ່ວປະເທດ. ໃນປັດຈຸບັນ, AMLIO ພວມເຮັດໜ້າທີ່ໃນການຈັດການປະເມີນຄວາມສ່ຽງລະດັບຊາດ (NRA) ເຊິ່ງຄາດວ່າຈະສຳເລັດພາຍໃນປີ 2020/21. ເຄື່ອງມືໂຄສະນາ ແລະ ການເຜີຍແຜ່ກ່ຽວກັບບັນດານິຕິກຳ ຖືເປັນບາດກ້າວອັນໜຶ່ງທີ່ສຳຄັນໃນການຮັບມືກັບບັນຫາການຟອກເງິນລະດັບຊາດ ເຊິ່ງວຽກງານດັ່ງກ່າວແມ່ນໄດ້ຮັບການຊຸກຍູ້ ແລະ ສະໜັບສະໜຸນຈາກ ລັດຖະບານການາດາ ແລະ ກະຊວງການເງິນປະເທດລຸກຊຳບວກ. […]

Continue Reading

ການຝຶກອົບຮົມກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໄດ້ປິດລົງຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ

ການຝຶກອົບຮົມກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍການຮ່ວມມືລະຫວ່າງ ອົງການກວດກາລັດຖະບານ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ຂອງລຸກຊຳບວກ ILSTA ໄດ້ປິດລົງຢ່າງເປັນການ ໃນວັນທີ 13 ຕູລາ ທີ່ຜ່ານມາ. ການຈັດຊຸດຝຶກອົບຮົມໃນຫົວຂໍ້ດັ່ງກ່າວແມ່ນໄດ້ຈັດຂຶ້ນທັງໝົດຢູ່ 3 ຄັ້ງ ເຊິ່ງຄັ້ງທຳອິດແມ່ນຢູ່ແຂວງຫຼວງພະບາງ, ປາກເຊ ແລະ ນະຄອນຫຼວງວຽງຈັນຕາມລຳດັບ ໂດຍມີບັນດາພະນັກງານກວດກາເຂົ້າຮ່ວມທັງໝົດກວ່າ 150 ຄົນ. ເປົ້າໝາຍສຳຄັນໃນການຈັດຝຶກອົບຮົມແມ່ນເພື່ອຮັບປະກັນຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ ຂອງບັນດາພະນັກງານກວດກາ ໃຫ້ມີຄວາມຮູ້ກ່ຽວກັບກົດໝາຍ, ວິທີປະຕິບັດທີ່ດີ ແລະ ປະສົບການຈາກສາກົນ ໃນການຈັດການກັບບັນຫາການສໍ້ລາດບັງຫຼວງ. ທ່ານ ວິໄລວັນ ບຸດດາຄຳ, ຮອງປະທານອົງການກວດກາລັດຖະບານ ໄດ້ກ່າວໃນພິທີປິດຊຸດຝຶກອົບຮົມວ່າ: ‘ການສໍ້ລາດບັງຫຼວງຍັງເປັນໄພຂົ່ມຂູ່ ຕໍ່ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ອົງການຈັດຕັ້ງ ແລະ ລັດ, ໂດຍພັກ ແລະ ລັດຖະບານເຮົາເຫັນໄດ້ເຖິງຄວາມສຳຄັນໃນການສະກັດກັ້ນ ແລະ ຕ້ານກັບບັນຫາດັ່ງກ່າວ. ດັ່ງນັ້ນ, […]

Continue Reading

ພະນັກງານກວດກາແຂວງພາກໃຕ້ ຍົກສູງທັກສະຕໍ່ຕ້ານການສໍ້ລາດບັງຫຼວງ

ພະນັກງານກວດກາ 50 ກ່ວາທ່ານຈາກ 5 ແຂວງພາກໃຕ້: ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບ ການສະກັດກັ້ນ ແລະ ຕໍ່ຕ້ານການສໍ້ລາດບັງຫຼວງ ໄລຍະສາມວັນ ທີ່ແຂວງ ຈຳປາສັກ, ເຊິ່ງຈັດຂຶ້ນຮ່ວມກັນໂດຍ ອົງການກວດກາລັດ ແລະ ສະຖາບັນຊ່ວຍເຫຼືອກົດໝາຍ ແລະ ວິຊາການ ILSTA ພາຍໃຕ້ການສະໜັບສະໜຸນຂອງລັດຖະບານລຸກຊຳບວກ. ເປົ້າໝາຍສຳຄັນ ຂອງການຝຶກອົບຮົມດັ່ງກ່າວ ແມ່ນເພື່ອຮັບປະກັນ ຄວາມຮັບຮູ້ ແລະ ເຂົ້າໃຈທີ່ເລີກເຊິ່ງຍິ່ງຂຶ້ນ ກ່ຽວກັບກອບກົດໝາຍ, ວິທີປະຕິບັດທີ່ດີ ແລະ ປະສົບການສາກົນ ໃນການຈັດການກັບ ການສໍ້ລາດບັງຫຼວງ ແລະ ເພື່ອເປັນການປັບປຸງ ຄວາມຮູ້ ແລະ ທັກສະ ໃນການສະກັດກັ້ນ ແລະ ຕໍ່ຕ້ານການສໍ້ລາດບັງຫຼວງ ຂອງບັນດາພະນັກງານກວດກາ. ທ່ານວັນຄຳ ໄຊວົງສັກ ຕາງໜ້າໃຫ້ ອົງການກວດກາລັດ ໄດ້ກ່າວໃນພິທີເປີດວ່າ: ‘ການສໍ້ລາດບັງຫຼວງ ຍັງສືບຕໍ່ສົ່ງຜົນກະທົບອັນໃຫ່ຍຫຼວງແກ່ສິດ […]

Continue Reading