Archive | ຂ່າວສານ

ພະນັກງານໄດ້ຮັບການຝຶກອົບຮົມກ່ຽວກັບການຕໍ່ຕ້ານອາຊະຍາກຳທີ່ມີການຈັດຕັ້ງ ແລະ ການຟອກເງິນ

ພະນັກງານໄອຍະການແຂວງ ແລະ ປກສ ແຂວງ ຈຳນວນ 60 ກ່ວາທ່ານ ທີ່ມາຈາກ 4 ແຂວງພາກເໜືອ ເຂົ້າຮ່ວມຝຶກອົບຮົມກ່ຽວກັບການຕໍ່ຕ້ານອາຊະຍາກຳທີ່ມີການຈັດຕັ້ງ ແຕ່ວັນທີ 25-28 ກັນຍາ 2017 ທີ່ແຂວງອຸດົມໄຊ. ການຝຶກອົບຮົມດັ່ງກ່າວຈັດຂຶ້ນຮ່ວມກັນໂດຍ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະວິຊາການ ຈາກລຸກຊຳບວກ ILSTA. ກິດຈະກຳນີ້ແມ່ນສ່ວນໜຶ່ງຂອງຊຸດຝຶກອົບຮົມທີ່ ສະຖາບັນ ILSTA ຈັດຂຶ້ນສຳລັບ ພະນັກງານບັງຄັບໃຊ້ກົດໝາຍໃນຂອບເຂດທົ່ວປະເທດ. ການຝຶກອົບຮົມແມ່ນໄດ້ສຸມໃສ່ການສຶກສາລົງເລີດກ່ຽວກັບ ການຄ້າມະນຸດ, ການລັກລອບນຳຄົນເຂົ້າ-ອອກເມືອງ ແລະ ການນຳສະເໜີກ່ຽວກັບການຕໍ່ຕ້ານການຟອກເງິນ. ໜ່ວຍງານຂໍ້ມູນຕໍ່ຕ້ານການຟອກເງິນ ຂອງທະນາຄານແຫ່ງ ສປປລາວ ຍັງໄດ້ນຳສະເໜີ ບົດບາດ ແລະ ໜ້າທີ່ຂອງຕົນໃນການຕໍ່ຕ້ານ ການຟອກເງິນໃນຂອບເຂດທົ່ວປະເທດ. ຜູ້ເຂົ້າຮ່ວມໄດ້ພ້ອມກັນສຶກສາຄົ້ນຄວ້າ ກໍລະນີສຶກສາ ແລະ ວິເຄາະຂໍ້ກົດໝາຍໃນຂັ້ນຕອນການດຳເນີນຄະດີຕາມກອບກົດໝາຍ. ຊຸດຝຶກອົບຮົມຄັ້ງນີ້ ກ່າວເປີດຢ່າງເປັນທາງການໂດຍທ່ານ ໄຊຊະນະ ໂຄດພູທອນ ຮອງປະທານອົງໄອຍະການສູງສຸດ ຂອງ ສປປລາວ, ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ພະນັກງານທີ່ເຂົ້າຮ່ວມ ຕັ້ງໃຈຮໍ່າຮຽນເອົາປະສົບການ ແລະ […]

Continue Reading

ພະນັກງານກວດກາໄດ້ຮັບການຝຶກອົມຮົມວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ

ອົງການກວດກາລັດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຂອງລຸກຊຳບວກ ILSTA ໄດ້ຈັດຝຶກອົມຮົມ ເພື່ອເປັນການແລກປ່ຽນ ແລະ ຮຽນຮູ້ບົດຮຽນການຈັດຕັ້ງປະຕິບັດທີ່ດີ ຂອງສາກົນ ໃນການຕໍ່ຕ້ານການສໍ້ລາດບັງຫຼວງ. ຊຸດຝຶກອົມຮົມດັ່ງກ່າວດຳເນີນແຕ່ວັນທີ 20-22 ກັນຍາ 2017 ທີ່ແຂວງຫຼວງພະບາງ ໄດ້ຮັບການສະໜັບສະໜຸນໂດຍ ລັດຖະບານລຸກຊຳບວກ ແລະ ໄດ້ເຊີນເອົາຜູ້ເຂົ້າຮ່ວມ ເຊິ່ງເປັນພະນັກງານກວດກາ ຈຳນວນ 55 ທ່ານ ມາຈາກແຂວງ ຫຼວງພະບາງ, ບໍ່ແກ້ວ, ຫຼວງນໍ້າທາ, ຝົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ ແລະ ໄຊຍະບູລີ ຮວມທັງພະນັກງານມາຈາກສູກກາງ. ເປົ້າໝາຍສຳຄັນ ຂອງຊຸດຝຶກອົບຮົມດັ່ງກ່າວ ແມ່ນເພື່ອຮັບປະກັນ ຄວາມຮັບຮູ້ ແລະ ເຂົ້າໃຈທີ່ເລີກເຊິ່ງຍິ່ງຂຶ້ນ ຂອງບັນດາພະນັກງານກວດກາ ກ່ຽວກັບກອບກົດໝາຍ, ວິທີປະຕິບັດທີ່ດີ ແລະ ປະສົບການສາກົນ ໃນການຈັດການກັບ ການສໍ້ລາດບັງຫຼວງ. ທ່ານ ວິໄລວັນ ບູດດາຄຳ, ຮອງປະທານອົງການກວດກາລັດ ໄດ້ກ່າວໃນພິທີເປີດຊຸດຝຶກອົມຮົມວ່າ: […]

Continue Reading

ສປປລາວ ກຽມສ້າງລະບົບສານປົກຄອງ

ສານປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍແລະວິຊາການ ILSTA ໄດ້ຮ່ວມກັນຈັດກອງປະຊຸມສຳມະນາສາກົນວ່າດ້ວຍກົດໝາຍປົກຄອງ ເພື່ອເປັນການປະກອບສ່ວນ ແລະ ສືບຕໍ່ການສ້າງ ຮ່າງມະຕິວ່າດ້ວຍການສ້າງ ລະບົບສ້ານປົກຄອງໃນ ສປປລາວ. ກອງປະຊຸມສຳມະນາທີ່ ໄດ້ຮັບການຊ່ວຍເຫຼືອຈາກ ກະຊວງການເງິນ ລຸກຊຳບວກ ດຳເນີນເປັນເວລາ3ວັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳພາ ແສງດາຣາ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ລິຊາດ ຟິລີບປາດ ປະທານ ສະຖາບັນ ILSTA ຂອງລຸກຊຳບວກ. ກອງປະຊຸມດັ່ງກ່າວ ໄດ້ເຊີນເອົາ ຊ່ຽວຊານດ້ານກົດໝາຍການປົກຄອງມາຈາກ ລຸກຊຳບວກ ແລະ ຫວຽດນາມ ເພື່ອ ແລກປ່ຽນທັດສະນະ ແລະ ບົດຮຽນກັບ ຄະນະຮ່າງມະຕິດັ່ງກ່າວ ຮວມທັງ ຊ່ຽວຊານດ້ານກົດໝາຍອາວຸໂສຂອງລາວ ທີ່ມາຈາກ ສານປະຊາຊົນສູງສຸດ, ອົງການໄອຍະການສູງສຸດ, ສະພາແຫ່ງຊາດ, ກະຊວງຍຸຕິທຳ, ອົງການກວດກາລັດ, ກະຊວງພາຍໃນ ແລະ ຊ່ຽວຊານຈາກຄະນະນິຕິສາດແລະລັດຖະສາດ. ສານປົກຄອງຄຳເນີນຄະດີ ກ່ຽວກັບ ຄວາມຖືກຕ້ອງທາງກົດໝາຍ ຂອງບັນດາຄຳສັ່ງ, […]

Continue Reading

ເຈົ້າໜ້າທີ່ໄອຍະການແລະຕຳຫຼວດໄດ້ຮັບການຝຶກອົບຮົມ ຕ້ານອາຊະຍາກຳທີ່ມີການຈັດຕັ້ງ

ເຈົ້າໜ້າທີ່ 60 ກ່ວາທ່ານ ຈາກອົງການໄອຍະການ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ຈາກ 4 ແຂວງພາກກາງ ເຂົ້າຮ່ວມການຝຶກອົບຮົມ ຕໍ່ຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໃນວັນທີ 4 -7 ກໍລະກົດ 2017 ທີ ແຂວງວຽງຈັນ. ການຝຶກອົບຮົມດັ່ງກ່າວແມ່ນຈັດຂຶ້ນ ໂດຍ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນ ຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ILSTA ຂອງ ລຸກຊຳບວກ. ກິດຈະກຳດັ່ງກ່າວແມ່ນສ່ວນໜຶ່ງຂອງຊຸດຝຶກອົບຮົມ ທີ່ສະຖາບັນ ILSTA ຈັດຂຶ້ນສຳລັບພະນັກງານບັງຄັບໃຊ້ກົດໝາຍ ໃນຂອບເຂດທົ່ງປະເທດ. ການນຳສະເໜີໂດຍຫຍໍ້ກ່ຽວກັບ ອາຊະຍາກຳປະເພດຕ່າງໆປະກອບມີ: ອາຊະຍາກຳທາງສິ່ງແວດລ້ອມເຊັ່ນ: ການຄ້າຂາຍສັດປ່າທີຜິດກົດໝາຍ, ອາຊະຍາກຳຮຸນແຮງ, ອາຊະຍາກຳຢາເສບຕິດ, ຮວມທັງບັນດາອາຊະຍາກຳທີ່ເກີດຂຶ້ນໃໝ່ເຊັ່ນ: ອາຊະຍາກຳທາງຄອມພິວເຕີ ແລະ ອາຊະກຳຄໍເສື້ອຂາວ, ແລະສຸດທ້າຍກໍ່ໄດ້ສຸມໃສ່ ການຕ້ານການຟອກເງິນ. ນອກນີ້ ການຝຶກອົມຮົມຍັງໄດ້ສຸມໃສ່ ການສຶກສາລົງເລິກ ກ່ຽວກັບການຄ້າມະນຸດ, ການລັກລອບນຳຄົນເຂົ້າອອກເມືອງ ແລະ ການນຳສະເໜີກ່ຽວກັບການຕ້ານການຟອກເງິນ. ຜູ້ເຂົ້າຮ່ວມ […]

Continue Reading

ຊ່ຽວຊານກົດໝາຍ ປຶກສາຫາລືຮ່າງ ມະຕິວ່າດ້ວຍການດຳເນີນຄະດີປົກຄອງ

ສານປະຊາຊົນສູງສູດ ແລະ ສະຖາບັນເພື່ອການຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຮວບຮວມເອົາ ຊ່ຽວຊານກົດໝາຍອາວຸໂສ ຈຳນວນ 30 ກ່ວາທ່ານ ທີ່ມາຈາກ ສານປະຊາຊົນສູງສຸດ, ກຳມາທິການກົດໝາຍສະພາແຫ່ງຊາດ, ກະຊວງຍຸຕິທຳ, ອົງການກວດກາລັດ, ອົງການໄອຍະການປະຊາຊົນສູງສຸດ, ຄະນະນິຕິສາດ ແລະ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດ ພ້ອມທັງ ຊ່ຽງຊານຈາກ ສະຖາບັນ ILSTA ເພື່ອມາປຶກສາຫາລື ປະກອບຄຳເຫັນໃສ່ຮ່າງມະຕິ ຄະນະປະຈຳ ສະພາແຫ່ງຊາດ ວ່າດ້ວຍການດຳເນີນຄະດີປົກຄອງ ທີ່ແຂວງວຽງຈັນ. ກອງປະຊຸມສຳມະນານີ້ ສະໜອງທຶນໂດຍກະຊວງການເງິນ ລຸກຊຳບວກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຈ ເກັດ ກຽດຕິສັກ ຊ່ຽວຊານກົດໝາຍ ອາວຸໂສ ແລະ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ຣິຊາດ ຟິລີບປາດ ຫົວໜ້າສະຖາບັນ ILSTA ແລະ ມີເປົ້າໝາຍ ເຮັດໃຫ້ສຳເລດການປຶກສາຫາລືປະກອບຄຳເຫັນໃສ່ຮ່າງມະຕິ ກ່ອນທີ່ຈະສົ່ງໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນໃນສະໄໝປະຊຸມຄັ້ງຖັດໄປ. ໜ້າວຽກໃນການກະກຽມຮ່າງມະຕິດັ່ງກ່າວ […]

Continue Reading

ສະຖາບັນ ILSTA ເຂົ້າຮ່ວມກອງປະຊຸມຄັ້ງທີ 26 ຂອງຄະນະກຳມາທິການ ປ້ອງກັນອາຊະຍາກຳ ແລະ ຍຸຕິທຳທາງອາຍາ

ສະຖາບັນ ILSTA ເຂົ້າຮ່ວມກອງປະຊຸມຄັ້ງທີ 26 ຂອງຄະນະກຳມາທິການ ປ້ອງກັນອາຊະຍາກຳ ແລະ ຍຸຕິທຳທາງອາຍາ (CCPCJ), ເຊິ່ງຈັດຂຶ້ນທີ່ນະຄອນວຽນນາ ແຕ່ວັນ 22-26 ພຶດສະພາ 2016. ກອງປະຊຸມ CCPCJ ແມ່ນເຫດການສາກົນທີ່ສຳຄັນ ກ່ຽວກັບການປ້ອງກັນ ອາຊະຍາກຳ ແລະ ລະບົບຍຸຕິທຳທາງອາຍາ ແລະ ໃນແຕ່ລະປີ ບັນດາປະເທດພາຄີ ແລະ ບັນດາເຄືອຂ່າຍທີ່ເປັນສະມາຊິກໄດ້ຮ່ວມກັນ ປຶກສາຫາລື ແລະ ແກ້ໄຂບັນຫາຕ່າງໆທີ່ມີຄວາມສຳຄັນ. ສຳລັບກອງປະຊຸມຄັ້ງທີ26 ນີ້ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: ‘ຍຸດທະສາດປ້ອງກັນອາຊະຍາກຳທີ່ເປີດກ້ວາງ ແລະ ເຊື່ອມໂຍງ’. ໃນປະຈຸບັນ ການປ້ອງກັນອາຊະຍາກຳ ຖືກມອງວ່າແມ່ນໜຶ່ງ ໃນບັນດາຊ່ອງທາງທີ່ສຳຄັນທີ່ສຸດ ເພື່ອຕໍ່ສູ້ກັບ ອາຊະຍາກຳ ແລະ ເພື່ອຄຸ້ມຄອງສາຍພົວພັນສັງຄົມ. ກອງປະຊຸມ CCPCJ ຄັ້ງທີ26 ໄດ້ເປີດໂອກາດໃຫ້ບັນດາປະເທດພາຄີ ແລະ ບັນດາເຄືອຂ່າຍທີ່ເປັນສະມາຊິກ ເພື່ອແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດທີ່ດີ ແລະ ບັນດາໝາກຜົນຂອງການຄົ້ນຄົ້ວ ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ. ນອກນີ້ ຄະນະກຳມາທິການດ້ານອາຊະຍາກຳຍັງໄດ້ຈັດກອງປະຊຸມປິ່ນອ້ອມອີກຈຳນວນໜຶ່ງ ໂດຍສຸມໃສ່ການປ້ອງກັນອາຊະຍາກຳ […]

Continue Reading

ກະຊວງຍຸຕິທຳ ຊົມເຊີຍລຸກຊຳບວກ ທີ່ເພີ່ມການຊ່ວຍເຫຼືອແກ່ຂະແໜງກົດໝາຍ

ລັດຖະມົນຕີກະຊວງຍຸຕິທຳ ທ່ານໄຊສີ ສັນຕິວົງ ຕ້ອນຮັບທ່ານ ອຸປະທູດ ລຸກຊຳບວກ ທ່ານ ໂກລດ ເຈັງເກັນ ແລະ ຄະນະຜູ້ແທນຈາກ ມະຫາວິທະຍາໄລ ລຸກຊຳບວກ, ສະຖາບັນ ILSTA ແລະ ອົງການຮ່ວມມືດ້ານພັດທະນາ ລຸກຊຳບວກ ຢູ່ທີ່ກະຊວງຍຸຕິທຳໃນວັນທີ 25 ພຶດສະພາຜ່ານມາ. ທ່ານລັດຖະມົນຕີ ກ່າວສະແດງຄວາມຂອບໃຈ ລັດຖະບານລຸກຊຳບວກ ສຳລັບການສືບຕໍ່ຊ່ວຍເຫຼືອທີ່ເພີ່ມຂຶ້ນກ່ວາເດີມ ໃຫ້ກັບຂະແໜງປົກຄອງໃນລາວ ເຊິ່ງມີການເພີ່ມຂຶ້ນຈຳນວນຫຼາຍ ຖ້າເບິ່ງຂໍ້ຕົກລົງການຮ່ວມມືຫວ່າງບໍດົນມານີ້. ມະຫາວິທະຍາໄລ ລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນປີ 2016 ເພື່ອເພີ່ມການຮ່ວມມືໃນຂະແໜງການຄົ້ນຄົ້ວດ້ານກົດໝາຍ ເຊິ່ງສະໜັບສະໜຸນໂດຍ ສະຖາບັນ ILSTA. ທ່ານ ສຈ ສະເຕຟານ ໂບຣມ ຄະນະບໍດີ ຄະນະນິຕິສາດ, ເສດຖະສາດ ແລະ ການເງິນ ຂອງມະຫາວິທະຍາໄລ ລຸກຊຳບວກ ແລະ ນັກສຶກສາປະລິຍາເອັກຈຳນວນ 6 ຄົນ ທີ່ເດີນທາງມາແລກປ່ຽນປະສົມການດ້ານການຄົ້ນຄົ້ວ ໄດ້ຈັດຊຸດສຳມະນາ […]

Continue Reading

ຊຸດຝຶກອົມຮົມທັກສະດ້ານການຄົ້ນວິໄຈ ຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ

ຕົ້ນອາທິດນີ້ ຄະນະນິຕິສາດ ແລະ ລັດຖະສາດ (ຄລນ) ມະຫາວິທະຍາໄລແຫ່ງຊາດ ຮ່ວມມືກັບ ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ມະຫາວິທະຍາໄລ ລຸກຊຳບວກ ໄດ້ຈັດຊຸດຝຶກອົມຮົມຮ່ວມກັນ ເພື່ອເປັນການຍົກສູງ ທັກສະດ້ານການຄົ້ນຄົ້ວວິໄຈ. ຄະນະຈາກມະຫາວິທະຍາໄລ ລຸກຊຳບວກ ປະກອບດ້ວຍ ຄູອາຈານ ແລະ ນັກສຶກສາຄົ້ນຄົ້ວ ປະລິຍາເອັກຈຳນວນ 7 ທ່ານ ເຊິ່ງນຳພາໂດຍ ຄະນະບໍດີ ທ່ານ ສຈ ສະເຕຟານ ບຣົມ. ທ່ານ ຮສຈ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ນຳພາ ນັກຄົ້ນຄົ້ວຈາກຝ່າຍລາວ. ສະຖາບັນອື່ນໆ ເຊັ່ນສະຖາບັນຍຸຕິທຳແຫ່ງຊາດ ກໍ່ໄດ້ສົ່ງຜູ້ຕາງໜ້າເຂົ້າຮ່ວມ. ຜູ້ເຂົ້າຮ່ວມ ຈາກຝ່າຍ ລຸກຊຳບວກ ແລະ ຝ່າຍລາວໄດ້ຜັດປ່ຽນການຂຶ້ນນຳສະເໜີຫຼາຍຫົວຂໍ້ ແລະ ໄດ້ແລກປ່ຽນປະສົມການຮ່ວມກັນເພື່ອເປັນການຍົກສູງທັກສະຄວາມສາມາດ ດ້ານວິທີການເຮັດບົດຄົ້ນຄົ້ວວິໄຈ. ຊຸດຝຶກອົມຮົມດັ່ງກ່າວ ແມ່ນສ່ວນໜຶ່ງຂອງຂໍ້ຕົກລົງການຮ່ວມມື […]

Continue Reading

ການບັນຍາຍເປີດກ້ວາງ: ບົດບາດຂອງສະຫະພາບເອີຣົບ ໃນໃເວທີການເມືອງ ແລະ ກົດໝາຍສາກົນ

ບົດບາດຂອງສະຫະພາບເອີຣົບ ໃນໃເວທີການເມືອງ ແລະ ກົດໝາຍສາກົນ ແມ່ນຫົວຂໍ້ການບັນຍາຍເປີດກ້ວາງ ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 24 ພຶດສະພາ 2015. ການບັນຍາຍເປີດດັ່ງກ່າວນຳສະເໜີໂດຍ ທ່ານ ປອ ຈີໂອວານນີ ຊັກກາໂຣນີ ອາຈານສອນທີ່ມາຈາກ ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ມະຫາວິທະຍາໄລ ລຸກຊຳບວກ ເຊິ່ງເປັນສ່ວນໜຶ່ງ ຂອງຊຸດບັນຍາຍເປີດກ້ວາງ ຈັດຂຶ້ນໂດຍສະຖາບັນ ILSTA ຮ່ວມມືກັບ ຄະນະນິຕິສາດ ແບະ ລັດຖະສາດ. ທ່ານ ປອ ຈີໂອວານນີ ໄດ້ນຳສະເໜີ ປະຫວັດຄວາມເປັນມາຂອງ ອີຢູ ແລະ ໄດ້ອະທິບາຍ ກ່ຽວກັບບົດບາດ ສະຖາບັນຕ່າງໆ ຂອງສະຫະພາບເອີຣົບ. ຊ່ອງທາງທີ່ສະຫະພາບເອີຣົບ ໄດ້ພົວພັນຮ່ວມມືກັບປະເທດອື່ນໆ ແລະ ບົດບາດຂອງສະຫະພາບເອີຣົບໃນເວທີສາກົນ ກໍ່ໄດ້ຮັບການນຳສະເໜີ. ເປັນ ເໝືອນດັ່ງເດີມ ພາຍຫຼັງການນຳສະເໜີສິ້ນສຸດ ກໍ່ມີການຖາມຕອບ ຢ່າງຄືກຄື້ນ.  

Continue Reading

ILSTA ສະໜັບສະໜຸນ ຊຸດຝຶກອົບຮົມ ກ່ຽວກັບການບັງຄັງໃຊ້ກົດໝາຍ ໃນສະຖານທີ່ຄຸມຂັງແລະດັດສ້າງ

ອົງການໄອຍະການປະຊາຊົນສູງສຸດ ຂອງ ສປປລາວ ຂໍການສະໜັບສະໜຸນ ຈາກສະຖາບັນ ILSTA ເພື່ອຈັດຊຸດຝຶກອົບຮົມ ກ່ຽວກັບການ ບັງຄັງໃຊ້ກົດໝາຍ ໃນສະຖານທີ່ຄຸມຂັງແລະດັດສ້າງ ແຕ່ວັນທີ 9-11 ພຶດສະພາ 2017 ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ຊຸດຝຶກອົບຮົມດັ່ງກ່າວແມ່ນຈັດຂຶ້ນສຳລັບ ເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານໄອຍະການ ທີ່ມາຈາກ 4 ແຂວງຄື: ແຂວງບໍ່ແກ້ວ, ໄຊຍະບູລີ, ຫຼວງນໍ້າທາ ແລະ ຫຼວງພະບາງ ແລະ ພະນັກງານໄອຍາການ ຈາກອົງການໄອຍະການປະຊາຊົນສູງສຸດ. ອົງການໄອຍະການປະຊາຊົນສູງສຸດ ພວມດຳເນີນການກວດກາ ສະຖານທີ່ຄຸມຂັງແລະດັດສ້າງ ທີ່ຢູ່ໃນກອບໜ້າທີ່ຮັບຜິດຊອບຂອງຕົນ, ໂດຍເລັງເຫັນວ່າ ການຄຸ້ມຄອງສະຖານທີ່ເລົ່ານັ້ນຍ່າງມີປະສິດທິພາບ ແມ່ນມີບົດບາດສຳຄັນໃນການ ປ່ຽນແປງພຶດຕິກຳຜູ້ກະທຳຜິດ ແລະ ການປ້ອງກັນອາຊະຍາກຳ.

Continue Reading