Archive | ຂ່າວສານ

ການຮ່ວມມື ກັບ ມະຫາວິທະຍາໄລ ລຸກຊຳບວກ

The text below was published by the University of Luxembourg on 3 May 2016 (http://wwwen.uni.lu/fdef/actualites/helping_combat_human_trafficking_in_laos) ການຊ່ວຍເຫຼືອໃນການຕໍ່ຕ້ານການຄ້າມະນຸດ ໃນລາວ ໃນຖານະເປັນສ່ວນຫນຶ່ງຂອງໂຄງການ ການຮ່ວມມືເພື່ອສະຫນັບສະຫນູນ ຄະນະນິຕິສາດ ແລະ ລັດຖະສາດສາດ ຂອງ ມະຫາວິທະຍາໄລແຫ່ງຊາດ ລາວ, ເຊີ່ງໄດ້ມີສອງ ຊຽວຊານ ເຂົ້າຮ່ວມການປະຊຸມ ທີ່ຈັດຂື້ນທີ່ ນະຄອນຫຼວງວຽງຈັນ ໃນທ້າຍ ເດືອນເມສາ ທີ່ຜ່ານມານີ້. ຄະນະບໍດີ ທ່ານ ສະເຕຟານ ເບືຣມ ແລະ ສະມາຄົມຊຽວຊານ ທ່ານ ນາງ ສິລເວຍ ອາເລເກຣຊຊາ, ເຊີ່ງທັງສອງທ່ານແມ່ນຜູ້ຊຽວຊານກົດໝາຍອາຍາ, ທີ່ໄດ້ເດີນທາງມາເຖີງ ນະຄອນຫຼວງວຽງຈັນ ໃນວັນທີ 23 ເຖີງ 29 ເດືອນ ເມສາ ເພື່ອສຶບຕໍ່ ໂຄງການ ຂອງປີ […]

Continue Reading

ກອງປະຊຸມ – ການຕໍ່ຕ້ານການຄ້າມະນຸດ

ໃນວັນທີ 27 ເດືອນ ເມສາ ສະຖາບັນ ILSTA ໄດ້ຈັດກອງປະຊຸມ ສຳລັບ ໄອຍະການ ແລະ ຜູ້ພິພາກສາ ກ່ຽວກັບ ກົດໝາຍອາ ຂອງການຄ້າມະນຸດ ແລະ ການລັກລອບເຄື່ອນຍ້າຍແຣງງານ. ກອງປະຊຸມໄດ້ຈັດຂື້ນ ຢູ່ທີ່ ເມືອງປາກຊັນ, ແຂວງບໍລິຄຳໄຊ, ແລະ ໄດ້ນີ້ມີ ໄອຍະການ 14 ທ່ານ, ຜູ້ພິພາກສາ 9 ທ່ານ, ແລະ ອີກ 30 ທ່ານ ທີ່ປະກອບອາຊິບທາງດ້ານກົດໝາຍ. ນີ້ແມ່ນກອງປະຊຸມຄັ້ງທຳອິດ ເຊີ່ງແມ່ນກອງປະຊຸມພິເສດ ສະເພາະ ການສຸມໃສ່ອາສະຍາກຳທີ່ຮ້າຍແຮງຂອງການຄ້າມະນຸດ ແລະ ການລັກລອບເຄື່ອນຍ້າຍແຮງງານ. ກອງປະຊຸມນີ້ແມ່ນບັນຍາຍໂດຍ ທ່ານ ຣິດຊາດ ຟິລິພາກ, ໂດຍການວິເຄາະແບບສົມທຽບກົດໝາຍພາຍໃນ ແລະ ສາກົນ ພ້ອມທັງໄດ້ມີກໍລະນີສືກສາ ທີ່ກ່ຽວກັບການຄ້າມະນຸດ. ພ້ອມນີ້ຍັງມີຊຽວຊານອີກ ສອງ ທ່ານ ຈາກມະຫາວິທະຍາໄລ ລຸກຊຳບວກ, ເຊີ່ງເປັນຊຽວຊານທາງດ້ານກົດໝາຍອາຍາ, ມີ […]

Continue Reading

ກອງປະຊຸມ – ວິທີການຂອງການຄົ້ນຄວ້າ

ໃນວັນທີ 26 ເດືອນ ເມສາ ໄດ້ເປີດກອງປະຊຸມກ່ຽວກັບ ວິທີການຂອງການຄົ້ນຄວ້າ, ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ ຄະນະ ນິຕິສາດ ແລະ ລັດຖະສາດ, ຂອງມະຫາວິທະຍາໄລ ແຫ່ງຊາດ ລາວ. ເປົ້າໝາຍກອງປະຊຸມແມ່ນເພື່ອໃຫ້ ຄູອາຈານ ແລະ ນັກຄົ້ນຄວ້າ ພາຍໃນຄະນະ. ສະມາສິກທີ່ເປັນນັກຄົ້ນຄວ້າໄວໜຸ່ມ ຈາກຄະນະ ໄດ້ໃຫ້ການນຳສະເໜີ ແລະ ໄດ້ຮັບຟັງຄວາມຄິດເຫັນ ພ້ອມຄຳແນະນຳຈຸດດີ ແລະ ຈຸດອ່ອນ ໃນການດຳເນີນວຽກງານຂອງພວກເຂົາເຈົ້າ ຈາກ ຊຽວຊານ. ທ່ານ ສເຕຟານ ເບຣີມ, ເຊີ່ງເປັນຄະນະບໍດີ ຂອງຄະນະກົດໝາຍ, ເສດຖະກິດ ແລະ ການເງີນ, ມະຫາວິທະຍາໄລ ຂອງ ລຸກຊຳບວກ ແລະ ສະມາຄົມສາດສະດາຈານ. ທ່ານ ນາງ ສິລເວບ ອາເລເກຣຊາ, ທີ່ມາຈາກຄະນະ ດຽວກັນນັ້ນ. ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມຄັ້ງທຳອິດ ພາຍໃຕ້ການຮ່ວມມື ຂອງສະຖາບັນ ທີ່ກຳລັງຈະສ້າງຕັ້ງຂື້ນ ລະຫວ່າງ ສອງ […]

Continue Reading

ເປີດການບັນຍາຍ – ການແກ້ໄຂຂໍ້ຂັດແຍ່ງແຮງງານ ຢູ່ ສ ປ ປ ລາວ

ໃນວັນທີ 5 ຂອງເດືອນເມສາ ໄດ້ເປີດການບັນຍາຍ ໃນຫົວຂໍ້ ການແກ້ໄຂຂໍ້ຂັດແຍ່ງແຮງງານ ຢູ່ ສ ປ ປ ລາວ ໂດຍ ທ່ານ ນາງ. ທິບມະນີ ອີນທະວົງ ແລະ ທ່ານ ນາງ. ແກ້ວພິລາ ອານຸວົງ ເຊີ່ງທັງສອງທ່ານ ແມ່ນເປັນອາຈານ ສອນຢູ່ທີ່ ຄະນະນິຕິສາດ ແລະ ລັດຖະສາດ. ໄດ້ບັນຍາຍເຖີງ ການຄຸ້ມຄອງລະບຽບການທີ່ຈະນຳໃຊ້ໃນ ສະຖາບັນທີ່ກ່ຽວຂ້ອງ, ຫ້ອງການຕ່າງໆ ທີ່ມີການໂຕ້ຖຽງກັນຢ່າງຫຼວງຫລາຍທີ່ສຸດໃນການອອກແຮງງານ ທີ່ເກິດຂື້ນໃນທົ່ວທຸກຂົງເຂດ ຂອງປະເທດ ລາວ.  

Continue Reading

ເປີດການບັນຍາຍ – ຄວາມສຳຄັນຂອງການພົວພັນສາກົນ

ໃນວັນທີ 2 ເດືອນ ມີນາ ປີ 2016 ໄດ້ ເປີດການບັນຍາຍ ໃນຫົວຂໍ້ ຄວາມສຳຄັນຂອງການພົວພັນສາກົນ ເຊີ່ງຜູ້ໃຫ້ການບັນຍາຍໃນຄັ້ງນີ້ແມ່ນ ທ່ານ ໄຊສະຫວັນ ພົມວຽງໄຊ. ການບັນຍາຍນີ້ ໄດ້ເວົ້າລວມເຖີງ ພາກສ່ວນ ວິວັດທະນາການ ຂອງການພົວພັນສາກົນ,  ພື້ນທີ່ ທີ່ແຕກຕ່າງກັນຂອງການພົວພັນສາກົນ, ລະດັບທີ່ແຕກຕ່າງກັນ ພາຍໃນ ແລະ ນະໂຍບາຍຕ່າງປະເທດຂອງລາວ.

Continue Reading

ການບັນຍາຍ – ການນຳສະເໜີກ່ຽວກັບ ກົດໝາຍນິຕິບຸກຄົນ

ໃນວັນທີ 11 ເດືອນ ກຸມພາ ນີ້ ທ່ານ. ຣູເປີ ເຈດັບໂບຢູ ຮໍ ທີ່ເປັນ ອຳນວຍການ ຝ່າຍປົກຄອງ ຂອງ DFDL ເຊີ່ງເປັນ ບໍລິສັດກົດໝາຍຕ່າງປະເທດ ທີ່ເກົ່າແກ່ທີ່ສຸດ ແລະ ໃຫຍ່ທີ່ສຸດ ໃນ ສປປ ລາວ (http://www.dfdl.com), ໄດ້ໃຫ້ການນຳສະເໜີ ກ່ຽວກັບ ກົດໝາຍນິຕິບຸກຄົນ. ທ່ານ. ຮໍ ໄດ້ນຳສະເໜີກ່ຽວກັບວ່າ: ເປັນຫຍັງຈື່ງສ້າງຕັ້ງບໍລິສັດຂື້ນ, ປະເພດທີ່ແຕກຕ່າງກັນຂອງບໍລິສັດ, ແລະ ວິທີທີ່ເຂົາເຈົ້າໄດ້ຮັບການຄຸ້ມຄອງ ພາຍໃຕ້ກົດໝາຍລາວວ່າດ້ວຍ ວິສາຫະກິດ. ນອກນີ້ ທ່ານ. ຮໍ ຍັງໄດ້ປືກສາຫາລືຕໍ່ກ່ຽວກັບ ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງທະນາຍຄວາມຕໍ່ບໍລິສັດ ເພີ້ມຕື່ມອີກດ້ວຍ.  

Continue Reading

ເປີດການບັນຍາຍ – ຄວາມພະຍາຍາມຕໍ່ສີ່ງທ້າທາຍ ຂອງ ສະຫະພາບເອີຣົບ

ທ່ານ. ສາດສະດາຈານ ມາຕີນ ຮອລແລນ, ເຊີ່ງເປັນຜູ້ອຳນວຍການຂອງ ສູນກາງຄົ້ນຄວ້າແຫ່ງຊາດ ກ່ຽວມະຫາວິທະຍາໄລ ສະຫະພາບເອີຣົບ ຂອງ ແຄນເຕີເບີຣີ ໃນປະເທດ ນິວຊີແລນ, ແລະ ຜູ້ທີ່ມີຕຳແໜ່ງ ຈີນໂມເນັດແຊ, ໃຫ້ການບັນຍາຍ ກ່ຽວກັບ ” ຍັງມີຮູບແບບ ສະຫະລັດເອີຣົບຢູ່ ” ຄວາມພະຍາຍາມ ຕໍ່ສິ່ງທ້າທາຍ ຂອງ ສະຫະພາບເອີຣົບ ໃນທົ່ວໂລກ. ທ່ານ. ສາດສະດາຈານ ຮອລແລນ ໄດ້ສະເໜີສະພາບລວມຂອງການພັດທະນາ ຂອງ ເອີຣົບ ແລະ ໄດ້ສຸມໃສ່ສິ່ງທ້າທາຍ ທີ່ມີການຂະຫຍາຍຕົວຢູ່ຕະຫລອດເວລາ ທີ່ເອີຣົບໄດ້ປະເຊີນໜ້າໃນໄລຍະທີ່ຜ່ານມານັ້ນ. ການນຳສະເໜີແມ່ນໄດ້ມີການຕັ້ງຄຳຖາມ ແລະ ໃຫ້ຄຳຕອບ ຂອງແຕ່ລະຄຳຖາມ.        

Continue Reading

ປະກາດກ່ຽວກັບ – ການເປີດຊຸດບັນຍາຍ ຂອງປີ 2016!

ເພື່ອເປັນການແບ່ງປັນຂໍ້ມູນຂ່າວສານ ແລະ ຍົກສູງໃຫ້ມີການແລກປ່ຽນພາຍໃນຂະແໜງການກົດໝາຍ, ຊຸດບັນຍາຍເປີດກ້ວາງ ແມ່ນຈະໄດ້ຈັດຂຶ້ນທີ່ ອາຄານຫໍສະມຸດ, ຊັ້ນ 3 ຫ້ອງ L1 ຂອງ ຄະນະ ນິດຕິສາດ ແລະ ລັດຖະສາດ, ທີ່ບ້ານ ດອນນົກຂຸ້ມ. ສະຖາບັນ ILSTA ມີຄວາມຍີນດີ ເຊີນທຸກທ່ານທີ່ສົນໃຈກ່ຽວກັບກົດໝາຍ ເຂົ້າຮ່ວມຮັບຟັງການບັນ ຍາຍ ແລະແລກປ່ຽນຮ່ວມກັບພວກເຮົາໄດ້, ແລະ ການບັນຍາຍຈະໃຊ້ເວລາປະມານ 1.5 – 2 ຊົ່ວໂມງ. ທ່ານສາມາດເຂົ້າເບິ່ງລິ້ງ ລຸ້ມນີ້ ສຳລັບຂໍ້ມູນລະອຽດ ແລະ ຕາຕະລາງການບັນຍາຍ: Open Lecture series 2016 part 1    

Continue Reading

ເປິດການບັນຍາຍ – ຈັນຍາບັນ ນັກກົດໝາຍ

ໃນວັນທີ 19 ເດືອນ ມັງກອນ ໄດ້ເປີດການບັນຍາຍກ່ຽວກັບ ຈັນຍາບັນ ນັກກົດໝາຍ. ເຊີ່ງແມ່ນ ທ່ານ ຮອງສາດສະດາຈານ ວຽງວິໄລ ທ່ຽງຈັນໄຊ (ຄະນະບໍດີ, ທີ່ ຄະນະ ນິຕິສາດ ແລະ ລັດຖະສາດ), ທ່ານ ຄຳພັນ ບຸນພາຄົມ (ຜູ້ພິພາກສາ, ທີ່ ສານປະຊາຊົນສູງສຸດ), ແລະ ທ່ານ ຄຳພາ ຫວ່າງດວງນະພາ (ຝ່າຍກວດສອບ, ທີ່ ມະຫາວິທະຍາໄລແຫ່ງ ຊາດລາວ) ໄດ້ຂື້ນບັນຍາຍໃນຄັ້ງນີ້. ທ່ານ ທັງສາມໄດ້ ບັນຍາຍເຖີງ ການເຊື່ອມຕໍ່ຈັນຍາບັນທາງດ້ານກົດຫມາຍ, ວັດທະນະທໍາ, ສາສະຫນາ, ປັດຊະຍາທາງດ້ານກົດຫມາຍ, ແລະ ການປະກອບອາຊີບທາງດ້ານກົດຫມາຍ ທີ່ແຕກຕ່າງກັນ, ເພື່ອເພີ້ມທະວິຄວາມຮູ້ຄວາມສາມາດຂອງຕົນໃຫ້ຫລາຍຂື້ນ.

Continue Reading

ເປີດການບັນຍາຍ – ກົດໝາຍທະເລສາກົນ

ພາກພື້ນຂອງອາຊຽນຈະກາຍເປັນກຸ່ມເສດຖະກິດ ຈາກປີ 2016 ໂດຍ ສປປ ລາວ ເປັນເຈົ້າພາບ, ທີ່ມີພຽງແຕ່ສະມາຊິກເຂົ້າຮ່ວມ. ໃນການບັນຍາຍ ຂອງວັນທີ 22 ເດືອນ ທັນວາ ປີ 2015  ໂດຍ ທ່ານ ຈອນ ໂຄໂນລີ ແລະ ອາຈານ ອາລູນາ ຄຳຮຸ່ງ ແມ່ນໄດ້ຍົກປະຫວັດສາດ ແລະ ວິວັດທະນາການຂອງກົດໝາຍວ່າດ້ວຍທະເລ ມີການລົງນາມ ໃນ ປີ 1982 ໂດຍ ສະຫະປະຊາຊາດ ໄດ້ສ້າງສົນທິສັນຍາວ່າດ້ວຍ ກົດໝາຍທະເລ (UNCLOS), ແລະ ເບີ່ງໃນດ້ານເສດຖະກິດ ແລະ ການເມືອງ ທີກຳລັງຂະຫຍາຍໂຕ ຂອງບັນດາປະເທດອາຊຽນໄດ້ ເຊັ່ນດຽວກັນກັບບາງບັນຫາ ແລະ ສີ່ງທ້າທາຍທີ່ກ່ຽວຂ້ອງ.

Continue Reading