Archive | ຂ່າວສານ

ກິດຈະກຳປູກຝັງຈິດສຳນຶກຕ້ານການສໍ້ລາດບັງຫຼວງ, ທີ່ໂຮງຮຽນມັດຖະຍົມສົມບູນສາລາຄຳ

ນັກຮຽນ ແລະ ຄູອາຈານຈາກໂຮງຮຽນມັດຖະຍົມສົມບູນສາລາຄຳ ຈຳນວນ 350 ຄົນ ໄດ້ເຂົ້າຮ່ວມໃນກິດຈະກຳເຜີຍແຜ່ຂໍ້ມູນ ແລະ ປູກຝັງຈິດສຳນຶກຕ້ານການສໍ້ລາດບັງຫຼວງ, ຈັດຂຶ້ນໂດຍ ອົງການກວດກາລັດ SIA ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ILSTA ໃນອາທິດທີ່ຜ່ານມາ, ໂດຍການເປັນປະທານຂອງ ທ່ານ ໄຊຄຳ ອຸ່ນມີໄຊ, ຮອງປະທານອົງການກວດກາລັດຖະບານ, ທ່ານ ບຸນສົມ ສຸດທິວົງ, ຜູ້ອຳນວຍການໂຮງຮຽນມັດຖະຍົມສົມບູນສາລາຄຳ ແລະ ທ່ານນາງ ອາລິນາ ທີມຸດ, ເຈົ້າໜ້າທີ່ໂຄງການສະຖາບັນ ILSTA. ກິດຈະກຳດັ່ງກ່າວແມ່ນເພື່ອສົ່ງເສີມບັນດາສະຖາບັນສຶກສາ ແລະ ຊາວໝຸ່ມລາວ ກ່ຽວກັບການຕ້ານທຸກໆການກະທຳທີ່ເປັນຮູບແບບຂອງການສໍ້ລາດບັງຫຼວງ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບຂໍ້ມູນດ້ານກົດໝາຍ ກ່ຽວກັບການສໍ້ລາດບັງຫຼວງ ທີ່ປາກົດໃນມາດຕາ 354-369 ໃນປະມວນກົດໝາຍອາຍາລາວ ແລະ ໄດ້ຮັບຟັງການບັນຍາຍ ພ້ອມທັງເຂົ້າຮ່ວມກິດຈະກຳຖາມ-ຕອບ, ນຳສະເໜີໂດຍ ທ່ານ ເທບພະໄທ ພັນກ້າ, ຮອງຫົວໜ້າກົມກວດກາ-ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ ແລະ ທ່ານນາງ ອາລິນາ ທີມຸດ, […]

Continue Reading

ກິດຈະກຳການຕ້ານສໍ້ລາດບັງຫຼວງ, ທີ່ມະຫາວິທະຍາໄລແຫ່ງຊາດ

ກິດຈະກຳການຕ້ານສໍ້ລາດບັງຫຼວງ ໂດຍຮ່ວມມືກັບ ອົງການກວດກາລັດ ໄດ້ຈັດຂື້ນທີ່ ມະຫາວິທະຍາໄລແຫ່ງຊາດ ໃນອາທິດແລ້ວນີ້. ອາຈານ ແລະ ນັກສຶກສາ ຈຳນວນ 300 ຄົນ ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ເຂົ້າຮ່ວມ ໃນ 3 ບົດບັນຍາຍ ແລະ ກິດຈະກຳການຖາມ-ຕອບ, ນຳພາໂດຍ ທ່ານ ​ໄຊ​ຄຳ ອຸ່ນ​ມີ​ໄຊ, ຮອງ​ປະທານ​ອົງການ​ກວດກາ​ລັດຖະບານ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ, ຮອງອະທິການບໍດິມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA. ສິ່ງພິມກ່ຽວກັບການຕ້ານສໍ້ລາດບັງຫຼວງ ພ້ອມດ້ວຍປ້າຍໂຄສະນາຈາກສະຖາບັນ ILSTA ທີ່ປະກອບດ້ວຍ ທ້າວ ບຸນ, ຕົວລະຄອນກາຕູນໃນວິດີໂອຕ້ານການສໍ້ລາດບັງຫຼວງ, ໄດ້ຖືກມອບໃຫ້ກົມກວດກາ ຂອງມະຫາວິທະຍາໄລແຫ່ງຊາດ ຢ່າງເປັນທາງການ.

Continue Reading

ກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ILSTA

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ຈັດກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ໃນວັນທີ 3 ກຸມພາ ທີ່ຜ່ານມາ. ຊ່ຽວຊານ ແລະ ທີມງານຂອງສະຖາບັນ ILSTA ໄດ້ນຳສະເໜີກ່ຽວກັບວິດີໂອ, ບົດບັນຍາຍອອນລາຍ ແລະ ບັນດາສິ່ງພຶມຕ່າງໆ ກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ. ໂປດສເຕີຈຳນວນ 100 ແຜ່ນ ແລະ ສິ່ງພິມໂຄສະນາຕາມສະຖານທີ່ ຈຳນວນ 6ຊຸດ ໃນຫົວຂໍ້ຂອງການສໍ້ລາດບັງຫຼວງໄດ້ຖືກແຈກຢາຍໃຫ້ແກ່ບັນດາຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ທີ່ເປັນພະນັກງານກວດກາຂອງກະຊວງແຜນການ ແລະ ການລົງທຶນ ຈາກແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ. ສະຖາບັນ ILSTA ຈະສືບຕໍ່ສະໜັບສະໜູນ ແລະ ສົ່ງເສີມວຽກງານຂອງ ສປປ ລາວໃນການຕ້ານສໍ້ລາດບັງຫຼວງ, ຄຽງຄູ່ກັບຄູ່ພາຄີຂອງພວກເຮົາໃນການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ຂໍ້ມູນໃຫ້ທຸກໆພາກສ່ວນ.

Continue Reading

ການສຳມະນາການຕ້ານສໍ້ລາດບັງຫຼວງໃຫ້ແກ່ພະນັກງານກວດກາຈາກກະຊວງແຜນການ ແລະ ການລົງທຶນ

ການສຳມະນາການຕ້ານສໍ້ລາດບັງຫຼວງໃຫ້ແກ່ພະນັກງານກວດກາຈາກກະຊວງແຜນການ ແລະ ການລົງທຶນ ໄດ້ຖືກຈັດຂຶ້ນໃນວັນທີ 2-3 ກຸມພາ, ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ILSTA, ໂດຍການຮ່ວມມືລະຫວ່າງ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ອົງການກວດກາລັດຖະບານ ແລະ ກະຊວງແຜນການ ແລະ ການລົງທຶນ. ການສຳມະນາໃນຄັ້ງນີ້ໄດ້ເຕົ້າໂຮມເອົາເຈົ້າໜ້າທີ່ກວດກາ ຈຳນວນ 25 ທ່ານ ຈາກແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ. ບົດບັນຍາຍ ແລະ ກິດຈະກຳໃນຫົວຂໍ້ກ່ຽວກັບການສໍ້ລາດບັງຫຼວງ ແລະ ການສືບສວນ-ສອບສວນດ້ານການເງິນ ແມ່ນຖືກນຳສະເໜີໂດຍຊ່ຽວຊານຈາກສະຖາບັນ ILSTA, ທ່ານນາງ ອາລິນາ ທີມຸດ, ທ່ານ ຈອນ ຄອນນໍລີ ແລະ ທ່ານ ຄີດທ໌ ຟາຄູຮາຊັນ ແລະ ຮອງຫົວໜ້າກົມກວດກາ-ຕ້ານການສໍ້ລາດບັງຫຼວງ, ອົງການກວດສອບລັດຖະບານ, ທ່ານ ເທບພະໄທ ພັນກ້າ. ການບັນຍາຍໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມເປັນຢ່າງດີ ແລະ ຕາມດ້ວຍກິດຈະກຳຖາມ-ຕອບທີ່ນຳໄປສູ່ການສົນຖະນາກ່ຽວກັບຫົວຂໍ້ຢ່າງຄຶກຄື້ນ.

Continue Reading

ການເຝິກອົບຮົມສຳລັບຜູ້ຊ່ວຍໄອຍະການ ໃນຫົວຂໍ້ກ່ຽວກັບ “ການຄ້າມະນຸດ ແລະ ການຟອກເງິນ”

ໃນວັນທີ 20-21 ມັງກອນທີ່ຜ່ານມາ, ການເຝິກອົບຮົມສຳລັບຜູ້ຊ່ວຍໄອຍະການ ໃນຫົວຂໍ້ກ່ຽວກັບການຄ້າມະນຸດ ແລະ ການຟອກເງິນ ໄດ້ຖືກຈັດຂຶ້ນ ແລະ ເຕົ້າໂຮມເອົາບັນດາພະນັກງານວິຊາການ ຈຳນວນ 56 ທ່ານຈາກແຂວງບໍລິຄຳໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ເພື່ອກະກຽມຄວາມພ້ອມສູ່ການກ້າວໄປເປັນຜູ້ຊ່ວຍໄອຍະການ. ການເຝິກອົບຮົມດັ່ງກ່າວແມ່ນນຳພາໂດຍ ຊ່ຽວຊານຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ທ່ານ ຄິດ ຟາຄູຮາຊັນ ແລະ ທ່ານນາງ ອາລິນາ ທີມຸດ. ທິດສະດີກ່ຽວກັບການຄ້າມະນຸດ ແລະ ການຟອກເງິນ ແມ່ນຖືກນຳສະເໜີຄຽງຄູ່ກັບການເຮັດກິດຈະກຳຜ່ານພາກປະຕິບັດ ໂດຍອີງໃສ່ກໍລະນີສຶກສາ. ບັນດາຜູ້ເຂົ້າຮ່ວມໄດ້ຜ່ານການເຮັດກິດຈະກຳຈຳລອງສຳພາດຜູ້ຖືກເຄາະຮ້າຍຂອງການຄ້າມະນຸດ ລວມໄປເຖິງການສົນທະນາກ່ຽວກັບກົນໄກການແລກປ່ຽນຂໍ້ມູນ, ການສືບສວນ-ສອບສວນທາງດ້ານການເງິນ ແລະ ການຮັບຊົມວິດີໂອຕົວຢ່າງຂອງສານຈຳລອງ. ການເຝິກອົບຮົມແມ່ນໄດ້ຖືກດຳເນີນໄປຢ່າງຄຶກຄື້ນ, ຜູ້ເຂົ້າຮ່ວມມີຄວາມກະຕືນລືລົ້ນໃນການສົນທະນາ ແລະ ແລກປ່ຽນຄວາມຮູ້ໃນກິດຈະກຳຖາມ-ຕອບໃນການປະເມີນສິ່ງທີ່ໄດ້ຮຽນຮູ້ໃນເວລາສອງມື້ທີ່ຜ່ານມາ. ສະຖາບັນ ILSTA ຂໍອວຍພອນໃຫ້ບັນດາພະນັກງານວິຊາການທຸກຄົນໂຊກດີ ແລະ ປະສົບຜົນສຳເລັດໃນການສອບເສັງເພື່ອໄປເປັນຜູ້ຊ່ວຍພະນັກງານໄອຍາການໃນໄວໆນີ້.

Continue Reading

ກິດຈະກຳການຕ້ານສໍ້ລາດບັງຫຼວງຂອງສະຖາບັນ ILSTA ແລະ ກົມກວດກາ, ກະຊວງໂຍທາທິການ ແລະ ຂົນສົ່ງ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ນຳພາໂດຍທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນ ILSTA ໄດ້ພົບປະກັບຕົວແທນຈາກກົມກວດກາ, ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອແລກປ່ຽນ ແລະ ສົນທະນາກ່ຽວກັບກິດຈະກຳການເຝິກອົບຮົບຕ້ານການສໍ້ລາດບັງຫຼວງ, ທີ່ຈະຖືກຈັດຂຶ້ນພາຍໃນທ້າຍເດືອນນີ້, ນຳພາໂດຍກົມກວດກາ, ກະຊວງໂຍທາທິການ ແລະ ຂົນສົ່ງ. ສະຖາບັນ ILSTA ໄດ້ສະໜັບສະໜຸນ ໂປດສເຕີ ແລະ ສິ່ງພິມກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ ຈຳນວນ 200 ສະບັບ. ບັນດາສິ່ງຕີພິມດັ່ງກ່າວຈະຖືກນຳໄປແຈກຍາຍໃຫ້ແກ່ເຈົ້າໜ້າທີ່ກົມກວດກາໃນທົ່ວປະເທດ ທີ່ຈະເຂົ້າຮ່ວມໃນການເຝິກອົບຮົມຕ້ານການສໍ້ລາດບັງຫຼວງໃນໄວໆນີ້.

Continue Reading

ການເຝິກອົບຮົມ “ວຽກງານໄອຍະການໃຫ້ແກ່ ຜູ້ຊ່ວຍພະນັກງານໄອຍະການ”

ໃນຕອນເຊົ້າຂອງມື້ນີ້ “ ການເຝິກອົບຮົມວຽກງານໄອຍະການໃຫ້ແກ່ພະນັກງານວິຊາການ ທີ່ຈະກ້າວເປັນຜູ້ຊ່ວຍພະນັກງານໄອຍະການ” ໄດ້ຖືກເປີດຂຶ້ນຢ່າງເປັນທາງການ, ໃຫ້ກຽດເປີດພີທີໂດຍ ທ່ານ ຄຳສານ ສຸວົງ, ປະທານອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA). ພິທີເປີດການເຝິກອົບຮົມດັ່ງກ່າວໄດ້ຖືຈັດຂຶ້ນທິ່ ສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົບໄອຍະການ ແລະ ໄດ້ເຕົ້າໂຮມເອົາບັນດາພະນັກງານວິຊາການຫຼາຍກ່າວ 70 ທ່ານ, ທີ່ກຳລັງກຽມພ້ອມໃນການກາຍເປັນຜູ້ຊ່ວຍໄອຍະການໃນໄວໆນີ້. ການເຝິກອົບຮົມຈະດຳເນີນໄປເປັນເວລາ 3 ອາທິດ, ນັບແຕ່ວັນທີ 18 ມັງກອນ ຈົນເຖິງ ວັນທີ 5 ກຸມພາ 2021.

Continue Reading

ກິດຈະກຳໃນວັນຕ້ານການສໍ້ລາດບັງຫຼວງສາກົນ

ເພື່ອເປັນການສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ, ອົງການກວດກາລັດ ໄດ້ເຕົ້າໂຮມບັນດາພາກສ່ວນກ່ຽວຂ້ອງທີ່ສຳຄັນ ໃນງານສະເຫຼີມສະຫຼອງ, ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ.ທ່ານ ລິຊາດ ຟີລິບປາກ, ປະທານ ສະຖາບບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ໄດ້ເນັ້ນໜັກເຖິງການສະໜັບສະໜູນຢ່າງຕໍ່ເນື່ອງຂອງສະຖາບັນ ILSTA ແກ່ເຈົ້າໜ້າທີ່ໃນ ສປປ ລາວ ໃນວຽກງານ ການຕ້ານການສໍ້ລາດບັງຫຼວງ ແລະ ແນເຖິງຄວາມສຳຄັນຂອງການພັດທະນາປະເທດຊາດ.

Continue Reading

ການທົບທວນຄືນທ້າຍປີຂອງໂຄງການລາວ/031

ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ, ສະຖານທູດລຸກຊໍາບວກປະຈຳ ສປປ ລາວ, ກະຊວງຍຸຕິທຳ, ມະຫາວິທະຍາໄລແຫ່ງຊາດ ແລະ ຫ້ອງການ Luxdev ລາວ ໄດ້ພົບປະໃນມື້ວານນີ້ ໃນກອງປະຊຸມທົບທວນວຽກງານປະຈຳປີ 2020 ແລະ ກອງປະຊຸມຄະນະຊີ້ນຳໂຄງການລາວ/031. ການທົບທວນຄືນທ້າຍປີຂອງໂຄງການລາວ/031 ໄດ້ແນໃຫ້ເຫັນເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດ ແລະ ການເສີມສ້າງ-ນຳໃຊ້ນະວັດຕະກຳໃໝ່ໆ ໃນການສົ່ງເສີມການເຂົ້າເຖິງຄວາມຍຸດຕິທຳ, ພ້ອມທັງ ການເສີມສ້າງຄວາມເຂັ້ມແຂງດ້ານການສຶກສາ ແລະ ການຝຶກອົບຮົມດ້ານກົດໝາຍໃນ ສປປ ລາວ ໃນກ່ອນ ແລະ ລະຫວ່າງໂຄວິດ-19. ຜົນສຳເລັດຂອງກິດຈະກຳໂຄງການລາວ/031 ໃນປີ 2020 ຊີ້ວັດໃຫ້ເຫັນເຖິງຈຳນວນທີ່ເພີ່ມຂຶ້ນຂອງຜູ້ທີ່ໄດ້ຮັບການສະໜັບສະໜຸນດ້ານກົດໝາຍ ແລະ ການເພີ່ມຂຶ້ນຂອງບັນດາກິດຈະກຳທີ່ໄດ້ຖືກຈັດຕັ້ງປະຕິບັດໂດຍ ສະຖາບັນ ILSTA ແລະ ໂຄງການລາວ/031.  

Continue Reading

ກິດຈະກຳການຕ້ານການສໍ້ລາດບັງຫຼວງ

ປະທານສະຖາບັນ ILSTA, ທ່ານ ລິຊາດ ຟີລິບປາກ ໄດ້ມອບປ້າຍໂຄສະນາຕ້ານການສໍ້ລາດບັງຫຼວງ, ທີ່ອອກແບບໂດຍສະຖາບັນ ILSTA ໃຫ້ແກ່ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ. ກິດຈະກຳດັ່ງກ່າວແມ່ນໜຶ່ງໃນກິດຈະກຳໃນການປຸກລະດົມຈິດສຳນິກໃນການຕ້ານການສໍ້ລາດບັງຫຼວງ, ເພື່ອເປັນການກະກຽມຄວາມພ້ອມໃນການເຜີຍແຜ່ຂໍ້ມູນ ແລະ ສະເຫຼີມສະຫຼອງ “ວັນຕ້ານການສໍ້ລາດບັງຫຼວງສາກົນ”, ທີ 9 ທັນວາ ທີ່ຈະມາຮອດໃນໄວໆນີ້.

Continue Reading