Archive | ການເປີດຊຸດບັນຍາຍ

ການບັນຍາຍອອນລາຍໃນຫົວຂໍ້ “ ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ ”

ສະຖາບັນ ILSTA ໄດ້ຈັດບົດບັນຍາຍເປີດກ້ວາງແບບອອນລາຍ ຄັ້ງທີສອງຂຶ້ນໃນວັນພຸດທີ 29 ເມສາ ເວລາ 10 ໂມງເຊົ້າ. ການບັນຍາຍໃນຫົວຂໍ້ “ ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ ” ແມ່ນດຳເນີນໂດຍ ທ່ານ ນາງ ອາລິນາ ທີມຸດສ໌, ພະນັກງານໂຄງການຈາກILSTA ແລະ ແປເປັນພາສາລາວໂດຍ ທ່ານ ນາງ ທິບພະພອນ ສີພັນດອນ, ຜູ້ຊ່ວຍໂຄງການຈາກILSTA. ການບັນຍາຍແມ່ນດຳເນີນໄປດ້ວຍການຖາມ – ຕອບຄຳຖາມ. ນັກຮຽນ ແລະ ບັນດາອາຈານຈາກມະຫາວິທະຍາໄລແຫ່ງຊາດກໍໄດ້ເຂົ້າຮ່ວມຢ່າງຫ້າວຫັນ ແລະ ສົນໃຈໃນຫົວຂໍ້. ທີ່ສຳຄັນ, ພວກເຮົາຂໍສະແດງຄວາມຂອບໃຈມາຍັງຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຈັດຕັ້ງການບັນຍາຍອອນລາຍໃນຄັ້ງນີ້!

Continue Reading

ບົດບັນຍາຍເປີດກວ້າງຜ່ານທາງ Online ໃນຫົວຂໍ້ “ຫຼັກຖານໃນການດຳເນີນຄະດີອາຍາ” ໂດຍ ດຣ. ເພີຣີນ ຊີມອນ

ສະຖາບັນ ILSTA ໄດ້ຈັດບົດບັນຍາຍເປີດກວ້າງຜ່ານທາງ Online ເປັນຄັ້ງທຳອິດ! ພວກເຮົາຂໍສະແດງຄວາມຂອບໃຈມາຍັງຄະນະນິຕິສາດ ແລະ ລັດຖະສາດຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອໃນການຈັດການບັນຍາຍທາງອອນລາຍໃນຄັ້ງນີ້! ການປາຖະກະຖາໃນຮູບແບບອອນລາຍຄັ້ງທຳອິດ ໃນຫົວຂໍ້ “ຫຼັກຖານໃນການດຳເນີນຄະດີອາຍາ” ໂດຍ ດຣ. ເພີຣີນ ຊີມອນ ຈາກມະຫາວິທະຍາໄລລຸກຊຳບວກ ໃນຕອນເຊົ້າວັນສຸກທີ 10 ເມສາ 2020 ເວລາ 10:00-11:00 ໂມງ. ທ່ານ ດຣ Perrine ໄດ້ເນັ້ນໜັກອະທິບາຍເຖິງຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີທາງອາຍາ, ຄວາມຫຍຸ້ງຍາກຂອງພິສູດຫຼັກຖານ, ວັດຖຸທີ່ສາມາດເປັນຫຼັກຖານ, ພ້ອມທັງຫຼັກຖານທີ່ເປັນທີ່ຖືວ່າເປັນທີ່ຍອມຮັບ. ການບັນຍາຍແມ່ນຖືກດຳເນີນເປັນພາສາອັງກິດ ແລະ ແປເປັນພາສາລາວ ໂດຍ ທ່ານນາງ ສຸພາພອນ ສີ່ພັນດອນ, ພະນັກງານປະຈຳໂຄງການຂອງສະຖາບັນ ILSTA. ການບັນຍາຍຜ່ານທ່າງອິນເຕິເນັດໃນມື້ນີ້ ແມ່ນມີຜູ້ເຂົ້າຮ່ວມເຖິງ 70 ທ່ານ! ບັນດາຜູ້ເຂົ້າຮ່ວມໄດ້ຖາມຄຳຖາມ ແລະ ເຂົ້າຮວ່ມການບັນຍາຍທາງອອນລາຍຢ່າງຄຶກຄຶ້ນ. ໃນການປາຖະກະຖານີ້ແມ່ນຈັດຂຶ້ນໃນຮູບແບບວິດິໂອ Live ຜ່ານໂປຣແກຣມ Zoom ເຊິ່ງບັນດານັກຮຽນສາມາດເຂົ້າຮ່ວມໄດ້ຢຸ່ທີ່ບ້ານ ຜ່ານການໃຊ້ໂທລະສັບມືຖື, ຄອບພິວເຕີ […]

Continue Reading

ການສອນພາສາອັງກິດດ້ານກົດໝາຍທາງອອນລາຍ

ປະຈຸບັນ ສະຖາບັນ ILSTA ກຳລັງດຳເນີນການສອນພາສາອັງກິດດ້ານກົດໝາຍທາງອອນລາຍ. ມື້ເຊົ້ານີ້, ນັກຮຽນຂອງພວກເຮົາສາມາດສືບຕໍ່ໃນການຮຽນຂອງພວກເຂົາ, ໂດຍການເຂົ້າຮ່ວມການຮຽນອອນລາຍຄັ້ງທຳອິດຈາກສະຖາບັນ. ມື້ນີ້ບົດຮຽນທຳອິດແມ່ນສອນໂດຍ ອາຈານ David Wood, ຄູສອນພາສາອັງກິດຈາກ ILSTA. ເຖິງວ່າພວກເຮົາທຸກຄົນຈະປະສົບກັບສະຖານະການ ຄວາມບໍ່ສະດວກຈາກ Covid19, ແຕ່ສະຖາບັນ ILSTA ກໍຍັງຄົງຈະສົ່ງເສີມການຮຽນຮູ້ຜ່ານທາງອິນເຕີເນັດ ແລະ ມຸ້ງໝັ້ນໃນການສືບຕໍ່ດຳເນີນການສອນພາສາອັງກິດ ໃຫ້ແກ່ນັກຮຽນຂອງພວກເຮົາຜ່ານທາງອອນລາຍ.

Continue Reading

ການສຳມະນາພາຍໃຕ້ຫົວຂໍ້ບົດວິໄຈທາງກົດໝາຍ ແລະ ວິທີການ ຄັ້ງທີ 4

ໃນຂອບເຂດໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຈາກປະເທດລຸກຊຳບວກແລະ ສປປ ລາວ, ຄະນະນິຕິສາດ ແລ ະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນຈາກຄະນະນິຕິສາດ, ເສດຖະກິດ ແລະ ການເງິນ ຈາກມະຫາວິທະຍາໄລລຸຊຳບວກ ໃນລະຫວ່າງວັນທີ 18 ຫາ 20 ພຶດສະພາທີ່ຜ່ານມາ. ເພື່ອເປັນການເປີດການສຳມະນາພາຍໃຕ້ຫົວຂໍ້ບົດວິໄຈທາງກົດໝາຍ ແລະ ວິທີການ ຄັ້ງທີ 4. ປອ. Stefan Braum, ທ່ານ ດຣ Perrine Simon ແລະ ນັກສຶກສາປະລິນຍາເອກສີ່ທ່ານ, ລວມມີ Florence, ‘Teresa Quintel, Roila Mavrouili ແລະ Natalia Vorobyeva, ໄດ້ນຳພາການສຳມະນາເປັນເວລາສາມວັນ. ຄູອາຈານສອງທ່ານຂອງຄນລ, ອາຈານ ສົມສັກ ຫົງວິຈິດ ແລະ ປາງທອງ ໄຊຍະວົງ ໄດ້ແບ່ງປັນປະສົບການຂອງພວກເຂົາໃນການຂຽນເອກະສານຜ່ານການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ນອກຈາກນັ້ນກໍຍັງມີການນຳສະເໜີ ກ່ຽວກັບ “ການສຶກສາປະລິນຍາເອກທີ່ປະເທດລຸກຊຳບວກ”. ກອງປະຊຸມສຳມະນາໄດ້ສຸມໃສ່ຕໍ່ກັບການສ້າງທັກສະການຄົ້ນຄວ້າທາງດ້ານກົດໝາຍຂັ້ນພື້ນຖານ, ລວມທັງການຄົ້ນຫາແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື, ການລັກລອບ, ການອ້າງອີງ, […]

Continue Reading

ການເຝິກອົບຮົມກ່ຽວກັບ ‘ວິທີການຊອກຫາຂໍ້ມູນ’

ໃນຂອບການຮ່ວມມືກັບ ມະຫາວິທະຍາໄລລຸກຊໍາບວກ, ຄະນະນິຕິສາດ ແລະ ລັດຖະສາດ ໄດ້ຕ້ອນຮັບ ທ່ານ ແອນດຣີ ຮູໄບ, ນັກຄົ້ນຄວ້າ ຈາກມະຫາວິທະຍາໄລ ເປັນຄັ້ງທີສອງ ເຊິ່ງທ່ານໄດ້ມາແບ່ງປັນຄວາມຮູ້ກ່ຽວກັບ ຄະນະກຳມະການແກ້ໄຂຂໍ້ຂັດແຍ່ງນອກສານ ຫຼື ອະນຸຍາໂຕຕຸລາການ ແລະ ການລົງທຶນຕ່າງປະເທດ ຢູ່ພາຍໃນ ກອງປະຊຸມການຄົ້ນຄວ້າວິໄຈທາງກົດໝາຍ ທີ່ໄດ້ຈັດຂຶ້ນໂດຍ ຄະນະນິຕິສາດ ແລະ ລັດຖະສາດ. ທ່ານ ແອນດຣີ ຍັງໄດ້ໃຫ້ການເຝິກອົບຮົມກ່ຽວກັບ ‘ວິທີການຊອກຫາຂໍ້ມູນ’ ເພື່ອປະກອບໃນການຄົ້ນຄວ້າວິໄຈ ຢູ່ທີ່ຫ້ອງໄອທີພາຍໃນຫໍສະມຸດ ແລະ ພ້ອມທັງ ຈັດການເຝິກອົບຮົມກ່ຽວກັບ ກົດໝາຍວ່າດ້ວຍການລົງທຶນໂດຍກົງຈາກຕ່າງປະເທດນຳອີກດ້ວຍ.

Continue Reading

ບົດບັນຍາຍເປີດກວ້າງພາຍໃນຫົວຂໍ້ ”ການຕ້ານການສໍ້ລາດບັງຫຼວງ”

ບົດບັນຍາຍເປີດກວ້າງພາຍໃນຫົວຂໍ້ ”ການຕ້ານການສໍ້ລາດບັງຫຼວງ” ໄດ້ຖືກຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ. ບົດບັນຍາຍດັ່ງກ່າວເປັນໜຶ່ງໃນກິດຈະກຳເພື່ອການເສີມຂະຫຍາຍຄວາມຮູ້ ແລະ ຂໍ້ມູນກ່ຽວກັບການສໍ້ລາດບັງຫຼວງ. ເນື່ອງໃນໂອກາດວັນຕ້ານການສໍ້ລາດບັງຫຼວງສາກົນນີ້, ທາງສະຖາບັນ ILSTA ຂອງພວກເຮົາຖືເອົາກິດຈະກຳດັ່ງກ່າວ ເປັນການເສີມຂະຫຍາຍຄວາມສຳຄັນ ໃນການຕ້ານການສໍ້ລາດບັງຫຼວງ. ໃນການບັນຍາຍຄັ້ງນີ້ ແມ່ນນຳສະເໜີໂດຍ ທ່ານນາງ ອາລີນາ ທີມຸດສ໌, ຊ່ຽວຊານຈາກສະຖາບັນ ILSTA. ບັນຍາກາດໃນການຮຽນຮູ້ ແລະ ແລກປ່ຽນຂໍ້ມູນ ແມ່ນດໍາເນີນໄປຢ່າງຄຶກຄື້ນ, ຜ່ານການຖາມ-ຕອບ ແລະ ປະກອບສວ່ນໂດຍ ນັກຮຽນ ແລະ ຄູອາຈານເຂົ້າຮ່ວມເຖິງ 149 ທ່ານ.

Continue Reading

ການແຂ່ງຂັນສານຈຳລອງລະດັບປະເທດກ່ຽວກັບກົດໝາຍມະນຸດສະທຳສາກົນ

ໃນວັນທີ 20-21 ເດືອນ ພະຈິກ ທີ່ຜ່ານມານີ້, ການແຂ່ງຂັນສານຈຳລອງລະດັບປະເທດ ກ່ຽວກັບກົດໝາຍມະນຸດສະທຳສາກົນ ໂດຍອົງການກາແດງສາກົນ ໄດ້ຖືກຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ຜູ້ເຂົ້າແຂ່ງຂັນລວມມີທັງໝົດ 6 ທີມ ປະກອບດ້ວຍນັກສຶກສາ 2 ຄົນຕໍ່ທີມ ເຊິ່ງໄດ້ສະແດງບົດບາດການເປັນທະນາຍຄວາມ ຫຼື ໄອຍະການ ໃຫ້ແກ່ ຝ່າຍຈຳເລີຍ ແລະ ໂຈດ ໃນການວ່າຄວາມກ່ຽວກັບ ຄະດີ ຕໍ່ໜ້າສານອາຍາສາກົນ. ການແຂ່ງຂັນສານຈຳລອງຂອງອົງການກາແດງສາກົນນີ້ເປັນໂອກາດທີ່ດີຫຼາຍໃຫ້ແກ່ນັກສຶກສາ ໃນການຝຶກທັກສະ ການຄົ້ນຄິດທາງດ້ານກົດໝາຍ ໂດຍການອ້າງເຫດຜົນ ແລະ ຮຽນຮູ້ວິທີການປັບປຸງຂໍ້ໂຕ້ແຍ້ງຂອງຕົນຢ່າງເໝາະສົມພ້ອມທັງໄດ້ພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດນຳອີກດ້ວຍ!  ທີມຜູ້ເຂົ້າແຂ່ງຂັນທັງໝົດນີ້ ໄດ້ຜ່ານການຝຶກອົບຮົມໂດຍ ທ່ານ ປອ ເພີຣີນ ໄຊມອນ ຈາກ ມະຫາວິທະຍາໄລລຸກຊຳບວກ. ນອກຈາກນີ້, ທາງສະຖາບັນ ILSTA ຂອງພວກເຮົາກໍໄດ້ປະກອບສ່ວນເຂົ້າໃນການແຂ່ງຂັນຄັ້ງນີ້ ໂດຍຜູ້ຊ່ຽວຊານ ທ່ານ ນາງ ອາລີນາ ຕີມຸສ໌ […]

Continue Reading

ບົດບັນຍາຍເປີດກວ້າງ“ສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ”

ໃນຂອບການຮ່ວມມືລະຫວ່າງ ມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະນິຕິສາດ ແລະ ລັດຖະສາດ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ສຈ. ເຊເວີຣີນ ນີເນເຕຣ ຈາກຄະນະນິຕິສາດ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ. ທ່ານ ສຈ. ນີເນເຕຣ, ແມ່ນຜູ້ຊ່ຽວຊານດ້ານກົດໝາຍແພ່ງ. ໃນຄັ້ງນີ້ທ່ານໄດ້ນຳພາການສຳມະນາເປັນເວລາ 4 ວັນເພື່ອສິດສອນດ້ານກົດໝາຍ ແລະ ສຸມໃສ່ “ສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ”. ທ່ານ ສຈ. ນີເນເຕຣ ໄດ້ວິເຄາະ ແລະ ສົນທະນາກັບຜູ້ເຂົ້າຮ່ວມໂດຍສະເພາະໃນມາດຕາ 14 ຂອງສົນທິສັນຍາສາກົນວ່າດ້ວຍສິດທິທາງແພ່ງ ແລະ ການເມືອງ, ລັດຖະທຳມະນູນຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ. ຜ່ານການສະໜັບສະໜູນ ໂດຍສະຖາບັນ ILSTA, ທ່ານ ສຈ. ນີເນເຕຣ ໄດ້ດຳເນີນບົດບັນຍາຍເປີດກວ້າງພາຍໃຕ້ຫົວຂໍ້ກ່ຽວກັບສິດໃນການໄຕ່ສວນຄະດີແພ່ງທີ່ເປັນທຳ, ເຊິ່ງເຂົ້າຮ່ວມໂດຍບັນດານັກຮຽນ ແລະ ຄູອາຈານຫຼາຍກວ່າ 60 ທ່ານຈາກ ຄນລ ແລະ ສະຖາບັນຍຸຕິທຳແຫ່ງຊາດ.

Continue Reading

ການຝຶກອົບຮົມສານຈຳລອງທີ່ມະຫາວິທະຍາໄລແຫ່ງຊາດລາວ

ຄະນະນິຕິສາດ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ຮ່ວມມືກັບ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ດຣ Heleen De Geest ແລະ ທ່ານ ດຣ Lawrence Siry ເພື່ອມາດຳເນີນການຝຶກອົບຮົມສານຈຳລອງ ທີ່ມະຫາວິທະຍາໄລແຫ່ງຊາດລາວ ໃນລະຫວ່າງວັນທີ 4-8 ພະຈິກ 2019. ເຊິ່ງທັງສອງທ່ານ ໄດ້ມີປະສົບການທີ່ຍາວນານໃນການຝຶກອົບຮົມສານຈຳລອງ ທີ່ມະຫາວິທະຍາໄລລຸກຊຳບວກ. ການຝຶກອົບຮົມໄດ້ຈັດຂຶ້ນເປັນເວລາ 4 ວັນ ໃຫ້ແກ່ບັນດານັກສຶກສາຜູ້ທີ່ຈະໄປເຂົ້າຮ່ວມໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນອາຊີປາຊີຟິກ. ການແຂ່ງຂັນສານຈຳລອງ ແມ່ນສຳຄັນຕໍ່ “ການຮຽນຮູ້ຈາກບັນຫາ” ແລະ ສົ່ງເສີມການສິດສອນທີ່ກ່ຽວຂ້ອງກັບການປະຕິບັດ. ນັກຮຽນຈະບໍ່ພຽງແຕ່ພັດທະນາທັກສະທາງດ້ານກົດໝາຍເທົ່ານັ້ນ, ແຕ່ຍັງມີທັກສະການປາກເວົ້າ ແລະ ການໂຕ້ວາທີ, ພ້ອມທັງທັກສະດ້ານພາສາອັງກິດຂອງພວກເຂົານຳອີກ. ນັກຮຽນທຸກຄົນຈະໄດ້ຮັບໃບປະກາດສະນີຍະບັດພາຍຫຼັງສຳເລັດການຝຶກອົບຮົມ. ຜ່ານການສະໜັບສະໜູນ ໂດຍສະຖາບັນ ILSTA, ທ່ານ ດຣ Heleen De Geest ແລະ ທ່ານ […]

Continue Reading

ການເຝິກອົບຮົມດ້ານກົດໝາຍ ພາກລະດູຮ້ອນ, ທີ່ເມືອງວັງວຽງ ໃນທີ 22 – 24 ຕຸລາ

ມະຫາວິທະຍາໄລລຸກຊຳບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມມືໃນການຈັດ “ການເຝິກອົບຮົມດ້ານກົດໝາຍ” ຄັ້ງທຳອິດ ໂດຍເປັນການເນັ້ນໃສ່ການເຮັດບົດວິໄຈດ້ານກົດໝາຍ ທີ່ເມືອງວັງວຽງ ໃນທີ 22 – 24 ຕຸລາທີ່ຜ່ານມາ. ຜູ້ເຂົ້າຮ່ວມໃນການເຝິກອົບຮົມແບບໃໝ່ທີ່ຈັດຂຶ້ນໃນລະດູຮ້ອນນີ້ ແມ່ນລວມທັງໝົດມີ 12 ທ່ານ. ການເຝິກອົບຮົມດັ່ງກ່າວ ແມ່ນປະກອບດ້ວຍບົດບັນຍາຍທີ່ໜ້າສົນໃຈຫຼາຍບົດ ເຊັ່ນ: “ພື້ນຖານຂອງກົດໝາຍ” ແລະ “ວິທີການຄົ້ນຄວ້າດ້ານວິຊາການຂອງກົດໝາຍ” ລວມໄປເຖິງການສົນຖະນາແລກປ່ຽນ ກ່ຽວກັບວິທີການພັດທະນາຍຸດທະສາດການຄົ້ນຄວ້າດ້ານກົດໝາຍທີ່ກ່ຽວຂ້ອງ“, “ໂອກາດໃນການເຜີຍແຜ່ສຳລັບນັກຄົ້ນຄວ້າດ້ານກົດໝາຍໃນລາວ” ແລະ ບົດບັນຍາຍຕ່າງໆຂອງບັນດາຄູອາຈານທີ່ເຂົ້າຮວ່ມ. ຜູ້ເຂົ້າຮ່ວມໄດ້ນຳສະເໜີໂຄງການຄົ້ນຄວ້າຂອງພວກເຂົາເປັນພາສາອັງກິດ ແລະ ໄດ້ຮັບຄຳຄິດເຫັນ ພ້ອມທັງຄຳແນະນຳຈາກຄະນະຈາກມະຫາວິທະຍາໄລລຸຊຳບວກ, ໂດຍມີ ປອ. Stefan Braum, ດຣ. Perrine Simon, ດຣ. Relja Radovic, ທ່ານ ນາງ Nicole Citeroni, ທ່ານ ນາງ Loren Jolly ເປັນຄະນະ. ຫົວຂໍ້ທີ່ຖືກເລືອກແມ່ນລ້ວນແລ້ວແຕ່ສຳຄັນສຳລັບປະເທດລາວ, ເຊິ່ງກ່ຽວຂ້ອງກັບສິ່ງແວດລ້ອມ, ການລົງທຶນຈາກສາກົນ, ການຊ່ວຍເຫຼືອດ້ານກົດໝາຍ, […]

Continue Reading