Archive | ການເປີດຊຸດບັນຍາຍ

ຜູ້ຊ່ຽວຊານຈາກມະຫາວິທະຍາໄລລຸກຊຳບວກຂຶ້ນໃຫ້ການບັນຍາຍກ່ຽວກັບກົດໝາຍລະຫວ່າງປະເທດ

ຄະນະນິຕິສາດ ແລະ ລັດຖະສາດ ຕ້ອນຮັບຜູ້ຊ່ຽວຊານ ທ່ານ ແມັດທິວ ຮັບໂພລ ຈາກມະຫາວິທະຍາໄລລຸກຊຳບວກ ທີ່ຂຶ້ນໃຫ້ການບັນຍາຍຢູ່ທີ່ ຄະນະນິຕິສາດ ແລະ ລັດຖະສາດ ໃນວັນພຸດ ທີ 13 ມີຖຸນາ ທີ່ຜ່ານມາ. ທ່ານ ຮັບໂພລ ເປັນຜູ້ຊ່ຽວຊານດ້ານ ກົດໝາຍລະຫວ່າງປະເທດພາກລັດ ເຊິ່ງໄດ້ບັນຍາຍລົງເຫຼິກໃນຫົວຂໍ້ ກົດໝາຍລະຫວ່າງປະເທດຢູ່ໃນໂລກທີ່ມີອຳນາດຫຼາຍຂົ້ວ, ທັດສະນະໃນຍຸກຂອງ ທ່ານ ໂດນອລ ທຣັມ, ທ່ານ ປູຕິນ ແລະ ການລາອອກຈາກສະຫະພາບເອີຣົບຂອງອັງກິດ. ຄູອາຈານ ແລະ ນັກສຶກສາ ກວ່າ 140 ທ່ານ ເຂົ້າຟັງການບັນຍາຍໃນຄັ້ງນີ້, ເຊິ່ງ ທ່ານ ຮັບໂພລ ໄດ້ຍົກໃຫ້ເຫັນເຖິງວິວັດທະນາການຂອງກົດໝາຍລະຫວ່າງປະເທດຕັ້ງແຕ່ອາດີດຈົນເຖິງປັດຈຸບັນ. ທ່ານ ຍັງອະທິບາຍເຖິງແຫຼ່ງທີ່ມາຂອງກົດໝາຍລະຫວ່າງປະເທດ ແລະ ຜົນດີຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງໂລກ, ໂດຍສະເພາະພາຍຫຼັງສົງຄາມໂລກຄັ້ງທີສອງ. ທ່ານ ຍົກໃຫ້ເຫັນຕົວຢ່າງກ່ຽວກັບນະໂຍບາຍການບໍລິຫານຂອງ ປະທານາທິບໍດີ ໂດນອລ ທຣັມ ທີ່ຫັນທິດຈາກການຮ່ວມມືຫຼາຍຝ່າຍ ໄປສູ່ນະໂຍບາຍທີ່ຖືເອົາ ອາເມຣິກາມາກ່ອນ, […]

Continue Reading

ແມ່ນໃຜແດ່ທີ່ມີສ່ວນຮ່ວມໃນສານອາຍາ?

ໃນວັນພຸດ ທີ 23 ພຶດສະພາ ທີ່ຜ່ານມາ, ດຣ. ເຮເລັນ ເດີ ກີສ,              ຜູ້ປະສານງານ ຂອງມະຫາວິທະຍາໄລລຸກຊຳບວກປະຈຳນະຄອນຫຼວງວຽງຈັນ ໄດ້ໃຫ້ການບັນຍາຍກ່ຽວກັບ ຫົວຂໍ້ “ແມ່ນໃຜແດ່ທີ່ມີສ່ວນຮ່ວມໃນສານອາຍາ.” ການບັນຍາຍຖືເປັນໜຶ່ງໃນຂົງເຂດການຮ່ວມມືລະຫວ່າງ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ແລະ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ດຣ. ເຮເລັນ ໄດ້ອະທິບາຍເຖິງບົດບາດສຳຄັນຂອງຜູ້ທີ່ມີສ່ວນຮ່ວມໃນການດຳເນີນຄະດີອາຍາ ນັບຕັ້ງແຕ່ຜູ້ພິພາກສາ ຈົນເຖິງ ຈຳເລີຍ.          ຄູອາຈານ ແລະ ນັກສຶກສາ ຫຼາຍກວ່າ 120 ທ່ານ ໄດ້ເຂົ້າຟັງການບັນຍາຍໃນຄັ້ງນີ້ ເຊິ່ງນັກສຶກສາກໍໃຫ້ຄວາມສົນໃຈຫຼາຍ ສະແດງອອກຜ່ານການສົນທະນາແລກປ່ຽນ ຖາມ-ຕອບ ກ່ອນການບັນຍາຍສິ້ນສູດລົງ.

Continue Reading

ສິດຂອງຝ່າຍຈຳເລີຍໃນການດຳເນີນຄະດີທາງອາຍາ

“ສິດຂອງຝ່າຍຈຳເລີຍໃນການດຳເນີນຄະດີທາງອາຍາ” ເປັນຫົວຂໍ້ຂອງການບັນຍາຍເປີດກວ້າງ ນຳສະເໜີໂດຍ ທ່ານ ເຟເດີລິກ    ລາມີຣອຍ, ທະນາຍຄວາມຈຳເລີຍໃນຄະດີອາຍາ ຈາກປະເທດ    ແບນຊິກ ໃນວັນທີ 17 ມັງກອນ 2018 ທີ່ຜ່ານມາ.ທ່ານ ເຟເດີລິກ ໄດ້ຍົກໃຫ້ເຫັນເຖິງສົນທິສັນຍາສາກົນ ແລະ ພາກພື້ນທີ່ກ່ຽວຂ້ອງ ເຊິ່ງໄດ້ກຳນົດສິດຂອງຝ່າຍຈຳເລີຍໃນການດຳເນີນຄະດີທາງອາຍາ. ນອກນັ້ນ, ການບັນຍາຍຍັງຍົກໃຫ້ເຫັນບາງມາດຕາຂອງກົດໝາຍ ແລະ ຄະດີທີ່ເກີດຂຶ້ນໃນແບນຊິກ ເຊິ່ງມີຜູ້ທີ່ສົນໃຈເຂົ້າຮ່ວມຫຼາຍກວ່າ 50 ຄົນ. ການຈັດການບັນຍາຍຖືເປັນໜຶ່ງໃນຂົງເຂດການຮ່ວມມືລະຫວ່າງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA), ແລະ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ຜ່ານການບັນຍາຍ ກໍຕິດຕາມດ້ວຍ ການແລກປ່ຽນຄວາມຄິດເຫັນ ແລະ ຖາມ-ຕອບ ເຊິ່ງໄດ້ຮັບຄວາມສົນໃຈຈາກ   ຜູ້ເຂົ້າຮ່ວມເປັນຢ່າງດີ. 

Continue Reading

ການບັນຍາຍເປີດກ້ວາງ: ບົດບາດຂອງສະຫະພາບເອີຣົບ ໃນໃເວທີການເມືອງ ແລະ ກົດໝາຍສາກົນ

ບົດບາດຂອງສະຫະພາບເອີຣົບ ໃນໃເວທີການເມືອງ ແລະ ກົດໝາຍສາກົນ ແມ່ນຫົວຂໍ້ການບັນຍາຍເປີດກ້ວາງ ຈັດຂຶ້ນທີ່ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 24 ພຶດສະພາ 2015. ການບັນຍາຍເປີດດັ່ງກ່າວນຳສະເໜີໂດຍ ທ່ານ ປອ ຈີໂອວານນີ ຊັກກາໂຣນີ ອາຈານສອນທີ່ມາຈາກ ຄະນະກົດໝາຍ, ເສດຖະສາດ ແລະ ການເງິນ ມະຫາວິທະຍາໄລ ລຸກຊຳບວກ ເຊິ່ງເປັນສ່ວນໜຶ່ງ ຂອງຊຸດບັນຍາຍເປີດກ້ວາງ ຈັດຂຶ້ນໂດຍສະຖາບັນ ILSTA ຮ່ວມມືກັບ ຄະນະນິຕິສາດ ແບະ ລັດຖະສາດ. ທ່ານ ປອ ຈີໂອວານນີ ໄດ້ນຳສະເໜີ ປະຫວັດຄວາມເປັນມາຂອງ ອີຢູ ແລະ ໄດ້ອະທິບາຍ ກ່ຽວກັບບົດບາດ ສະຖາບັນຕ່າງໆ ຂອງສະຫະພາບເອີຣົບ. ຊ່ອງທາງທີ່ສະຫະພາບເອີຣົບ ໄດ້ພົວພັນຮ່ວມມືກັບປະເທດອື່ນໆ ແລະ ບົດບາດຂອງສະຫະພາບເອີຣົບໃນເວທີສາກົນ ກໍ່ໄດ້ຮັບການນຳສະເໜີ. ເປັນ ເໝືອນດັ່ງເດີມ ພາຍຫຼັງການນຳສະເໜີສິ້ນສຸດ ກໍ່ມີການຖາມຕອບ ຢ່າງຄືກຄື້ນ.  

Continue Reading

ຊຸດບັນຍາຍເປີດກ້ວາງ ປະຈຳປີ 2017 ພາກທີ1

ສະຖາບັນຊ່ວຍເຫຼືອກົດໝາຍ ແລະ ວິຊາການ ILSTA ຮ່ວມກັບຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດຊຸດບັນຍາຍເປີດກ້ວາງແຕ່ປີ 2015 ເປັນຕົ້ນມາ, ເຊິ່ງໄດ້ເຊີນເອົາ ບັນດາວິຊາການແຖວໜ້າ ແລະ ຊ່ຽວຊານດ້ານກົດໝາຍໃນລາວ ຈາກພາກລັດ ແລະ ເອກະຊົນ ເພື່ອແບ່ງປັນປະສົບການກັບນັກສຶກສາ ແລະ ຄູອາຈານ. ທຸກທ່ານສາມາດເຂົ້າຮ່ວມຮັບຟັງ ແລະ ແລກປ່ຽນຄຳເຫັນ ໃນຊຸດບັນຍາຍເປີດກ້ວາງ, ເຊິ່ງຈະໃຊ້ເວລາປະມານ 1.30 ຊົ່ວໂມງ ຕິດຕາມດ້ວຍ ການແລກປ່ຽນຄວາມຄິດເຫັນ, ປຶກສາຫາລື ແລະ ຖາມ-ຕອບ. ການບັນຍາຍແມ່ນຈະໄດ້ຈັດຂຶ້ນທີ່ ຫ້ອງປະຊຸມ ຕຶກ L ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ຕັ້ງຢູ່ບ້ານດອນນົກຂຸ້ມ. ນັກສຶກສາ, ຄູອາຈານ, ຊ່ຽວຊານດ້ານກົດໝາຍ ແລະ ທຸກທ່ານທີ່ສົນໃຈສາມາດເຂົ້າຮ່ວມການບັນຍາຍເປີດຄັ້ງຕໍ່ໄປໄດ້, ເຊິ່ງຈະຈັດຂຶ້ນໃນຫົວຂໍ້: ‘ພັນທະດ້ານພາສີ ອາກອນຂອງປະຊາຊົນລາວ’ ໃນວັນທີ 10 ພຶດສະພາ 2017 ເລີ່ມແຕ່ເວລາ […]

Continue Reading

ບົດລາຍງານກອງປະຊຸມ ສົກປີ 2016

ການເລີ້ມຕົ້ນຂອງການຄ້າມະນຸດ ແລະ ການລັກລອບເຂົ້າ-ອອກເມືອງ ໄດ້ກາຍເປັນໜື່ງກິດຈະກຳ ທີ່ມີກຳໄລອັນມະຫາສານ ຕໍ່ການຈັດຕັ້ງກຸ່ມອາຊະຍາກຳໃນທົ່ວໂລກ. ໄດ້ມີການປະເມີນແຮງງານ ໃນພາກພື້ນອາຊີອາຄະເນ 11.7 ລ້ານຄົນ. ບັນດາປະເທດອາຊິຕາເວັນອອກສຽງໄຕ້ ປະຈຸບັນແມ່ນກຳລັງມີການປ່ຽນແປງໄປໃນທິດທາງທີ່ມີການພັດທະນາຫຼາຍກວ່າທີ່ຜ່ານມາ. ໃນໄລຍະທົດສະວັດທີ່ຜ່ານມາ, ເປັນນະໂຍບາຍດ້ານທີ່ເຂັ້ມແຂງຢູ່ໃນພາກພື້ນແມ່ນຳຂອງ ໄດ້ມີການປ່ຽນແປງຢ່າງໄວວາ ແລະ ການປັບປຸງໃນມາດຕະຖານການດຳລົງຊີວິດອີກເປັນລ້ານຂອງປະຊາຊົນ ໃນພາກພື້ນ. ທີ່ເປັນການຊຸກຍູ້ ແລະ ປັດໃຈດືງດູດໃນການເຄື່ອນຍ້າຍແຮງງານສາກົນ ແລະ ພາຍໃນປະເທດ ແມ່ນມີຫຼາຍ, ໂດຍສະເພາະແມ່ນບັນດາໄວໜຸ່ມ. ຊົນນະບົດ/ການເຄື່ອນຍ້າຍເຂົ້າຕົວເມືອງ ແລະ ການເຄື່ອນຍ້າຍລະຫວ່າງຊາດ ແມ່ນມີເພີ້ມຂື້ນຢ່າງຕໍ່ເນືອງ; ບ່ອນທີ່ປະຊາຊົນຊອກຫາໂອກາດທີ່ຈະພັດທະນາເສດຖະກິດຄອບຄົວໃໝ່. ເຊັ່ນດຽວກັນກັບບັນດາປະເທດອື່ນໆໃນເຂດພາກພື້ນແມ່ນ້ຳຂອງ, ເຊີ່ງປະຊາກອນລາວ ສ່ວນຫຼາຍແມ່ນໄວໜຸ່ມ ແລະ ໂອກາດໃນການຫາວຽກເຮັດງານທຳໃນປະເທດຍັງຈຳກັດ. ແຮງງານທີ່ຖືກກົດໝາຍໃນແຮງງານເຄື່ອນຍ້າຍແມ່ນມີຈຳນວນໜ່ອຍ, ມີຄວາມຫຍຸ້ງຍາກໃນການເຂົ້າເຖີງ ແລະ ຍັງບໍ່ໄດ້ປັບໂຕກັບຄວາມຕ້ອງການ, ເປັນເຫດບັງຄັບໃຫ້ປະຊາຊົນຕ້ອງຊອກຫາວິທີທາງອື່ນໆ ແລະ ກາຍເປັນສາເຫດຂອງແຮງງານເຄື່ອນຍ້າຍທີ່ບໍ່ມີເອກະສານທີ່ຖືກຕ້ອງ. ການຕ້ານການຄ້າມະນຸດ, ການລັກລອບເຂົ້າ-ອອກເມືອງ ແລະ ກຸ່ມຈັດຕັ້ງອາຊະຍາກຳທີ່ໃຫຍ່,  ເຊີ່ງມີໂຄງສ້າງທາງພູມສາດທີ່ມີຄວາມຍາວ, ມີຊາຍແດນທຳມະຊາດທີ່ເປັນຊ່ອງຫວ່າງ, ປ່າໄມ້ທີ່ບໍ່ມີຂອບເຂດ, ແມ່ນ້ຳ ຫຼື ພູເຂົາ ທີ່ເອື້ອອຳນວຍໃຫ້ປະຊາຊົນທີ່ກຳລັງຊອກຫາວຽກ ໂດຍຜ່ານກິດຈະກຳຂອງອາຊະຍາກຳທີ່ມີການຈັດຕັ້ງ. ຈາກການໄດ້ປຽບເຫຼົ່ານີ້ແມ່ນແມ່ນມີການພິຈາລະນາ […]

Continue Reading

ສືບຕໍ່ ການເປີດຊຸດບັນຍາຍ ໃນເດືອນ ຕຸລາ 2016

ໃນຖານະທີ່ເປັນວິຊາການ ການເປີດຊຸດບັນຍາຍ ໃນທ້າຍເດືອນກັນຍາ ແມ່ນຈະສືບຕໍ່ ໃນຕົ້ນເດືອນ ຕຸລາ ນີ້. ບັນດາຫົວຂໍ້ທີ່ຈະນຳສະເໜີແມ່ນ “ກົດໝາຍ ວ່າດ້ວຍ ການດຳເນີນບໍລິສັດ ໃນປະເທດລາວ – ພາລະບົດບາດ ແລະ ສີ່ງທ້າທາຍ”, “ສັງລວມຈາກການປະຕິບັດຈຸດໃດໜື່ງ ຂອງ ລະບົບກົດໝາຍ”, ” ການຕໍ່ຕ້ານການ ທຸຈະລິດ – ກົດໝາຍ ແລະ ເຄື່ອງມືອື່ນໆ” ແລະ  “ລັດຖະບານ ໃນ AEC – ສີ່ງທ້າທາຍ ແລະ ໂອກາດທີ່ຈະເປັນຜູ້ນຳ ໃນ ປະຊາຄົມທຸລະກິດ”. ທຸກຫົວຂໍ້ຈະຖືກນຳເຜີຍແຜ່ໃນເດືອນ ກັນຍາ. ທຸກການບັນຍາຍແມ່ນຈະໄດ້ຈັດຂື້ນທີ່ ອາຄານຫໍສະມຸດ, ຊັ້ນ 3 ຫ້ອງ L1 ຂອງ ຄະນະ ນິດຕິສາດ ແລະ ລັດຖະສາດ, ທີ່ບ້ານ ດອນນົກຂຸ້ມ. ການເປີດຊຸດບັນຍາຍນີ້ແມ່ນ ມີຄວາມຍີນດີ ເຊີນທຸກທ່ານທີ່ສົນໃຈກ່ຽວກັບກົດໝາຍ ສາມາດມາເຂົ້າຮ່ວມຮັບຟັງ […]

Continue Reading

ປະກາດກ່ຽວກັບ – ການເປີດຊຸດບັນຍາຍ ຂອງປີ 2016!

ເພື່ອເປັນການແບ່ງປັນຂໍ້ມູນຂ່າວສານ ແລະ ຍົກສູງໃຫ້ມີການແລກປ່ຽນພາຍໃນຂະແໜງການກົດໝາຍ, ຊຸດບັນຍາຍເປີດກ້ວາງ ແມ່ນຈະໄດ້ຈັດຂຶ້ນທີ່ ອາຄານຫໍສະມຸດ, ຊັ້ນ 3 ຫ້ອງ L1 ຂອງ ຄະນະ ນິດຕິສາດ ແລະ ລັດຖະສາດ, ທີ່ບ້ານ ດອນນົກຂຸ້ມ. ສະຖາບັນ ILSTA ມີຄວາມຍີນດີ ເຊີນທຸກທ່ານທີ່ສົນໃຈກ່ຽວກັບກົດໝາຍ ເຂົ້າຮ່ວມຮັບຟັງການບັນ ຍາຍ ແລະແລກປ່ຽນຮ່ວມກັບພວກເຮົາໄດ້, ແລະ ການບັນຍາຍຈະໃຊ້ເວລາປະມານ 1.5 – 2 ຊົ່ວໂມງ. ທ່ານສາມາດເຂົ້າເບິ່ງລິ້ງ ລຸ້ມນີ້ ສຳລັບຂໍ້ມູນລະອຽດ ແລະ ຕາຕະລາງການບັນຍາຍ: Open Lecture series 2016 part 1    

Continue Reading

ການເປີດຊູດບັນຍາຍ 2015

ຍີນດີຕ້ອນຮັບທູກທ່ານ ເຂົ້າຮ່ວມຮັບຟັງ ຊຸດບັນຍາຍເປີດກ້ວາງ ເຊິ່ງຈະຈັດຂື້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ລາວ. ທຸກໆ ການບັນຍາຍແມ່ນເປີດກ້ວາງ ສຳລັບທຸກທ່ານ ບໍ່ວ່າຈະເປັນຊຽວຊານດ້ານກົດໝາຍ, ຄູອາຈານ, ນັກສືກສາ ແລະ ບຸກຄົນທົ່ວໄປທີ່ ມີຄວາມສົນໃຈກ່ຽວກັບກົດໝາຍ. Lecture series calendar

Continue Reading