Archive | Uncategorized @lo

ການເປີດຊຸດບັນຍາຍໃນຫົວຂໍ້ກົດໝາຍສາກົນວ່າດ້ວຍສິດທິມະນຸດ

ໃນສອງມື້ທີ່ຜ່ານມາຂອງວັນທີ 20-21 ເດືອນທັນວາ 2018, ໂດຍການຮ່ວມມືລະຫວ່າງຄະນະນິຕິສາດ ເເລະ ລັດຖະສາດ ກັບ ມະຫາວິທະຍາໄລ ລຸກຊຳບວກ, ໄດ້ໃຫ້ການຕ້ອນຮັບການເປີດຊຸດບັນຍາຍໃນຫົວຂໍ້ກົດໝາຍສາກົນວ່າດ້ວຍສິດທິມະນຸດ ຂອງທ່ານ ປອ Basak Baglayan ເຊິ່ງເປັນຊ່ຽວຊານທາງດ້ານສິດທິມະນຸດ ເເລະ ເປັນນັກຄົ້ນຄວ້າຫລັງປະລິນຍາເອກທີ່ມະຫາວິທະຍາໄລລຸກຊຳບວກໃນສາຍວິຊາ ” ວິສາຫະກິດ ເເລະ ສິດທິມະນຸດ: ສຶກສາຄົ້ນຄວ້າກ່ຽວກັບມາດຖານສາກົນໃນຂົງເຂດການດຳເນີນວິສະຫະກິດສຳລັບກົດໝາຍພາຍໃນ”. ໂດຍມີນັກສຶກສາລະດັບປະລິນຍາຕີ ເເລະ ຄູອາຈານເຂົ້າຮ່ວມກວ່າຮ້ອຍຄົນ ໃນ 4 ຫົວຂໍ້ບັນຍາຍຄື: ປະຫວັດຄວາມເປັນມາຂອງກົດຫມາຍສາກົນວ່າດ້ວຍສິດທິມະນຸດ, ກົນໄກພາຍໃຕ້ກົດບັດຂອງ ສປຊ, ກົນໄກພາຍໃຕ້ສົນທິສັນຍາຂອງ ສປຊ, ໂລກາພິວັດ ເເລະ ສິດທິມະນຸດ.

Continue Reading

ພິທີມອບຮັບໃບຢັ້ງຢືນສຳລັບຫຼັກສູດພາສາອັງກິດດ້ານກົດໝາຍ

ພິທີມອບຮັບໃບຢັ້ງຢືນພາສາອັງກິດໃນວັນທີ 7 ທັນວາ ພິທີມອບຮັບໃບຢັ້ງຢືນສຳລັບຫຼັກສູດພາສາອັງກິດດ້ານກົດໝາຍໄດ້ຖືກຈັດຂຶ້ນ ໂດຍການເຂົ້າຮ່ວມຂອງພະນັກງານລັດຖະກອນຫຼາຍກວ່າ 90 ທ່ານ, ຈາກ ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງການຕ່າງປະເທດ, ສານປະຊາຊົນສູງສຸດ, ໄດ້ຮັບໃບຢັ້ງຢືນການສຳເລັດຫຼັກສູດພາສາອັງກິດດ້ານກົດໝາຍ. ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທ່ານ ໄຊຊະນະ ໂຄດໄພທູນ ໄດ້ສະເເດງຄວາມຮູ້ສຶກຂອບໃຈເເກ່ສະຖາບັນ ILSTA ເເລະ ໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການຮຽນພາສາຕ່າງປະເທດ ເເລະ ກາລະໂອກາດໃນການພັດທະນະ ໂດຍສະເພາະເເມ່ນສຳລັບພະນັກງານລັດຖະກອນ.

Continue Reading

ກອງປະຊຸມຝຶກອົບຮົມວຽກງານຈ່າສານ

ການຝຶກອົບຮົມວຽກງານຈ່າສານທີ່ສະຖາບັນຄົ້ນຄວ້າ ເເລະ ຝຶກອົບຮົມຂອງສານປະຊາຊົນສູງສຸດນັບເເຕ່ວັນທີ 24 ພະຈິກ ຫາ ວັນທີ 4 ທັນວາ ສະຖາບັນ ILSTA ຮ່ວມກັບ ສານປະຊາຊົນສູງສຸດ ຈັດກອງປະຊຸມຝຶກອົບຮົມວຽກງານຈ່າສານໃຫ້ກັບ 13 ເເຂວງ ໃນຫົວຂໍ້ ບົດບາດຂອງຈ່າສານໃນລະບົບຕຸລາການ. ກິດຈະກຳດັ່ງກ່າວປະກອບດ້ວຍການນຳສະເໜີໃນບົດບາດ ເເລະ ໜ້າທີ່ຂອງເຈົ້າໜ້າທີ່ຈ່າສານໃນສານ ມີການຍົກຕົວຢ່າງທີ່ສຳຄັນຫຼາຍຢ່າງຈາກລະບົບກົດໝາຍທີ່ເເຕກຕ່າງກັນ, ພ້ອມກັບການຈຳລອງຄະດີອາຍາ ເເລະ ຄະດີເເພ່ງໃນສານ ໂດຍໄດ້ເນັ້ນໜັກໃສ່ຂັ້ນຕອນທີ່ຈ່າສານຮັບຜິດຊອບຢູ່.    

Continue Reading

ການຟອກເງິນທີ່ໄດ້ມາຈາກການສໍ້ລາດບັງຫຼວງ

ສືບຕໍ່ຮູບເເບບຂອງຮູບການສໍ້ລາດບັງຫຼວງ, ທ່ານ ຄີດ ຟາຄູຮາເຊິນ ພະນັກງານຮັບຜິດຊອບເເຜນງານຂອງສະຖາບັນ ILSTA ໄດ້ເປີດບັນຍາຍໃນຫົວຂໍ້ ‘’ການຟອກເງິນທີ່ໄດ້ມາຈາກການສໍ້ລາດບັງຫຼວງ’’ ທີ່ຄະນະນິຕິສາດ-ລັດຖະສາດ ໃນວັນທີ 5 ທັນວາ 2018ໃ ໂດຍການນຳໃຊ້ກໍລະນີສຶກສາທີ່ເກີດຂຶ້ນຈິງ, ທ່ານ ຄີດ ໄດ້ນຳສະເໜີໃຫ້ຜູ້ຮ່ວມຟັງບັນຍາຍສາມາດຮັບຮູ້ເຖິງຊ່ອງທາງທີ່ພະນັກງານລັດດຳເນີນການສໍ້ລາດບັງຫຼວງ, ລວມທັງຂະບວນການຟອກເງິນທີ່ໄດ້ຈາກການສໍ້ລາດບັງຫຼວງນັ້ນ. ໃນຊ່ວງການສົນທະນາ-ເເລກປ່ຽນຄວາມຄິດເຫັນ, ບັນດາຜູ້ຮ່ວມຟັງບັນຍາຍໄດ້ຍົກປະເດັນທີ່ສຳຄັນຫຼາຍຢ່າງ, ລວມທັງຂໍ້ຫຍຸ້ງຍາກໃນການກວດພົບ ເເລະ ປ້ອງກັນ ພຶດຕິກຳການສໍ້ລາດບັງຫຼວງ, ການກູ້ຄືນຊັບສິນທີ່ຖືກຟອກໂດຍການນຳໃຊ້ຂອບເຂດອຳນາດສານຕ່າງປະເທດ, ການນຳໃຊ້ບັນຊີນິລະນາມ ເເລະ ການຫຼີກລ້ຽງພາສີ.

Continue Reading

ກອງປະຊຸມລະດັບສູງກ່ຽວກັບອາຊະຍາກຳຂ້າມຊາດເເບບທີ່ມີການຈັດຕັ້ງ

ສະຖາບັນ ILSTA ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງທີ່ຖືກຈັດຂຶ້ນໂດຍອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ເເລະ ອາຊະຍາກຳ ເເລະ ລັດຖະບານ ສປປ ລາວ ພ້າຍໃຕ້ການຮ່ວມມືກັບອົງກອນທີ່ມີບົດບາດໃນພາກພື້ນ ເເລະ ສາກົນ ໃນຫົວຂໍ້ ອາຊະຍາກຳຂ້າມຊາດເເບບມີການຈັດຕັ້ງໃນ ສປປ ລາວ ເເລະ ໃນບັນດາປະເທດພາກພື້ນເເມ່ນໍ້າຂອງ, ຄັ້ງວັນທີ 13 ຫາ 14 ເດືອນ ພະຈິກ 2018.  

Continue Reading

ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໄດ້ຮັບໃບຢັ້ງຢືນຈົບຫຼັກສູດຮຽນພາສາອັງກິດສຳລັບກົດໝາຍ ສະໜັບສະໜຸນໂດຍ ILSTA

ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍເຂົ້າຮັບໃບຢັ້ງຢືນການຈົບຫຼັກສູດຮຽນພາສາອັງກິດສຳລັບກົດໝາຍທີ່ສະໜັບສະໜຸນໂດຍສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ. ຫຼັກສູດດັ່ງກ່າວໄດ້ລິເລີ່ມຕັ້ງແຕ່ ເດືອນມີຖຸນາ 2016, ເຊິ່ງໃນເບື້ອງຕົ້ນປະກອບມີ ພະນັກງານໄອຍະການ ຈາກອົງການໄອຍະການປະຊາຊົນສູງສຸດ 40 ທ່ານ ເຂົ້າຮ່ວມ. ໂດຍພາຍໃຕ້ການສະໜັບສະໜຸນຈາກລັດຖະບານລຸກຊຳບວກ, ໄລຍະຕໍ່ມາຫຼັກສູດດັ່ງກ່າວຈຶ່ງໄດ້ຮັບການຂະຫຍາຍ ແລະ ເປີດກວ້າງຂຶ້ນ ເຊິ່ງໃນປັດຈຸບັນມີຜູ້ເຂົ້າຮຽນ ປະມານ 80 ທ່ານ ທີ່ມາຈາກຫຼາຍສະຖາບັນຄື ກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການກວດກາລັດຖະບານ. ພິທີມອບ-ຮັບໃບຢັ້ງຢືນໄດ້ຈັດຂຶ້ນໃນວັນທີ 24 ພະຈິກ ທີ່ຜ່ານມາ ຢູ່ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານໄອຍະການ ເຊິ່ງຜູ້ທີ່ໄດ້ຮັບໃບຢັ້ງຢືນ ການຈົບຫຼັກສູດພາສາອັງກິດສຳລັບກົດໝາຍ ໄລຍະ 6 ເດືອນ ມີທັງໝົດ 15 ທ່ານ ແລະ ນອກນັ້ນ, ຜູ້ທີ່ຮຽນດີເດັ່ນແມ່ນໄດ້ຮັບລາງວັນເປັນປຶ້ມວັດຈະນານຸກົມພາສາອັງກິດຄຳສັບກົດໝາຍ. ທ່ານ ຈອນ ຄອນນໍລີ, ຫົວໜ້າຝ່າຍປະສານງານພົວພັນຈາກສະຖາບັນ ILSTA ກ່າວວ່າ: “ທັກສະພາສາອັງກິດເປັນສິ່ງທີ່ມີຄວາມຈຳເປັນ ແລະ ສຳຄັນຕໍ່ເຈົ້າໜ້າທີ່ພາກລັດ ໃນການຕິດຕໍ່ພົວພັນວຽກໃນລະດັບພາກພື້ນ, ລາຍງານການເຄື່ອນໄຫວວຽກງານທີ່ກ່ຽວຂ້ອງ […]

Continue Reading

ການຝຶກອົບຮົມກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໄດ້ປິດລົງຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ

ການຝຶກອົບຮົມກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍການຮ່ວມມືລະຫວ່າງ ອົງການກວດກາລັດຖະບານ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ຂອງລຸກຊຳບວກ ILSTA ໄດ້ປິດລົງຢ່າງເປັນການ ໃນວັນທີ 13 ຕູລາ ທີ່ຜ່ານມາ. ການຈັດຊຸດຝຶກອົບຮົມໃນຫົວຂໍ້ດັ່ງກ່າວແມ່ນໄດ້ຈັດຂຶ້ນທັງໝົດຢູ່ 3 ຄັ້ງ ເຊິ່ງຄັ້ງທຳອິດແມ່ນຢູ່ແຂວງຫຼວງພະບາງ, ປາກເຊ ແລະ ນະຄອນຫຼວງວຽງຈັນຕາມລຳດັບ ໂດຍມີບັນດາພະນັກງານກວດກາເຂົ້າຮ່ວມທັງໝົດກວ່າ 150 ຄົນ. ເປົ້າໝາຍສຳຄັນໃນການຈັດຝຶກອົບຮົມແມ່ນເພື່ອຮັບປະກັນຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ ຂອງບັນດາພະນັກງານກວດກາ ໃຫ້ມີຄວາມຮູ້ກ່ຽວກັບກົດໝາຍ, ວິທີປະຕິບັດທີ່ດີ ແລະ ປະສົບການຈາກສາກົນ ໃນການຈັດການກັບບັນຫາການສໍ້ລາດບັງຫຼວງ. ທ່ານ ວິໄລວັນ ບຸດດາຄຳ, ຮອງປະທານອົງການກວດກາລັດຖະບານ ໄດ້ກ່າວໃນພິທີປິດຊຸດຝຶກອົບຮົມວ່າ: ‘ການສໍ້ລາດບັງຫຼວງຍັງເປັນໄພຂົ່ມຂູ່ ຕໍ່ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ອົງການຈັດຕັ້ງ ແລະ ລັດ, ໂດຍພັກ ແລະ ລັດຖະບານເຮົາເຫັນໄດ້ເຖິງຄວາມສຳຄັນໃນການສະກັດກັ້ນ ແລະ ຕ້ານກັບບັນຫາດັ່ງກ່າວ. ດັ່ງນັ້ນ, […]

Continue Reading

ນັກສຶກສາໄດ້ຮັບແຮງບັນດານໃຈຈາກການບັນຍາຍດ້ານກົດໝາຍ

ນັກສຶກສາ ແລະ ຄູອາຈານ ຄະນະນິຕິສາດ ແລະ ລັດຖະສາດ ຫຼາຍກ່ວາ 100 ຄົນ ເຂົາຮ່ວມຮັບຟັງ ການບັນຍາຍໃນຫົວຂໍ້ ‘ການລະເມີດ’ ໃນກອບ ກົດໝາຍຂໍ້ຝຸກພັນນອກສັນຍາ ນຳສະເໜີໂດຍທ່ານ ອາຈານ ວິໄຊ ສີຫາປັນຍາ ຫົວໜ້າພາກວິຊາກົດໝາຍແພ່ງ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງ. ການບັນຍາຍດັ່ງກ່າວ ຈັດຂຶ້ນໃນກອບຊຸດຝຶກອົບຮົມທີ່ພວມດຳເນີນໃນປະຈຸບັນ ໂດຍໄດ້ຮັບການ ສະໜັບສະໜຸນຈາກ ສະຖາບັນ ຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ເຊິ່ງໄດ້ເຊີນເອົາ ບັນດານັກວິຊາການຜູ້ນຳໜ້າ ແລະ ຊ່ຽວຊານດ້ານກົດໝາຍ ຈາກພາກລັດ ແລະ ເອກະຊົນ ເພື່ອເຂົ້າຮ່ວມແລກປ່ຽນປະສົບການ ແລະ ກໍ່ໄດ້ກາຍເປັນເວທີ ສຳລັບແລກປ່ຽນຄວາມຄິດເຫັນ ແລະ ການສົນທະນາ, ຖ້າທ່ານສົນໃຈ ແລະ ຍາກຮູ້ ຕະຕະລາງການບັນຍາຍຄັ້ງຕໍ່ໄປ ທ່ານສາມາດຕິດຕາມພວກເຮົາໄດ້ທີ່ www.facebook.com/ILSTALAOS ຫຼືທີ່: www.ilsta.org

Continue Reading