ກອງປະຊຸມປະກອບຄຳເຫັນໃສ່(ຮ່າງ)ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການດຳເນີນຄະດີປົກຄອງ

ສະຖາບັນ ILSTA ແລະ ສານປະຊາຊົນສູງສຸດແຫ່ງ ສ.ປ.ປ.ລາວ ໄດ້ເປັນຄູ່ພາຄີໃນການຈັດກອງປະຊຸມປະກອບຄຳເຫັນໃສ່(ຮ່າງ)ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການດຳເນີນຄະດີປົກຄອງ. ໃນການແລກປ່ຽນຄຳຄິດ ແລະ ຄຳເຫັນໃນຄັ້ງນີ້ ປະກອບມີບັນດາຜູ້ພິພາກສາ ແລະ ຫົວໜ້າກົມນິຕິກຳຈາກບັນດາກະຊວງຕ່າງໆເຂົ້າຮ່ວມ.

ການສ້າງຕັ້ງອຳນາດການປົກຄອງ ແມ່ນເພື່ອສະໜອງວິທິການແກ້ໄຂຂໍ້ຂັດແຍ່ງລະຫວ່າງລັດ, ການປົກຄອງ ແລະ ສາທາລະນະຊົນ. ພ້ອມນັ້ນຍັງເປັນບາດກ້າວສຳຄັນໃນຄວາມມຸ້ງໝັ້ນຂອງລັດຖະບານລາວ ໃນການກ້າວໄປສູ່ການເປັນລັດທີ່ປົກຄອງໂດຍກົດໝາຍ. ລັດຖະບັນຍັດວ່າດ້ວຍການດຳເນີນການປົກຄອງໄດ້ເນັ້ນເຖິງຄວາມສຳຄັນຂອງລະບົບຕຸລາການທີ່ເປັນກາງ ແລະ ເອກະລາດ.

 

Comments are closed.