ການຢ້ຽມຢາມຂອງຄະນະຜູ້ເເທນຂອງກົມຍຸດຕິທຳຂອງ ເເຂວງຢູນນານ ຢູ່ທີ່ ສປປ ລາວ ເເລະ ປະເທດ ມຽນມ້າ

ຄະນະຜູ້ເເທນຈາກກົມຍຸດຕິທຳຂອງເເຂວງ ຢູນນານໄດ້ເດີນທາງຢ້ຽມຢາມສະຖາບັນໃຫ້ຄວາມຊ່ວຍເຫຼືອກົດໝາຍ ເເລະ ວິຊາການ ໃນວັນທີ 11 ເດືອນຕຸລາ.​ ຄະນະຜູ້ເເທນດັ່ງກ່າວເເມ່ນປະກອບດ້ວຍ ພະນັກງານຈາກກົມຍຸດຕິທໍາທັງຍັງເປັນສະມາຊິກຂອງສະພາທະນາຍຄວາມຂອງເເຂວງຢູນນານເຊິ່ງເປັນອົງການທີ່ຮວມເອົາທະນາຍຄວາມຈຳນວນ 11,000 ກວ່າຄົນ.

ການພົບປະໂອ້ລົມໃນເທື່ອນີ້ເເມ່ນໄດ້ເວົ້າເຖິງຄວາມເປັນໄປໄດ້ໃນການຮ່ວມມືຊ່ວຍເຫຼືອ ເເລະ ເເລກປ່ຽນຄວາມຊຳນານທາງດ້ານກົດໝາຍໃນ ສປປ ລາວ ໃນອານາຄົດ. ເເຂວງຢູນນານເປັນເເຂວງໜຶ່ງທີ່ມີຊາຍເເດນຕິດກັບພາກ   ເໜືອຂອງລາວ ເເລະ ທາງດ້ານການຄ້າຂາຍ ເເລະ ເເລກປ່ຽນກັບທາງລາວເເມ່ນມີການຂະຫຍາຍຕົວ.

Comments are closed.