ກອງປະຊຸມໄອຍາການເຂດສາມຫຼ່ຽມຄຳ ໄທ-ລາວ-ມຽນມາ ທີ່ຈັງຫວັດຊຽງຣາຍ, ວັນທີ 19-20 ກຸມພາ

ໃນວັນທີ 19-20 ກັນຍາ ທີ່ຜ່ານມາ, ທ່ານ ເສີດສັກ ຫິລັດສິຣິສົມບັດ ຮອງໄອຍາການສູງສຸດ, ທ່ານນາງ ລັດດາວັນ ສິນທຸລັກ ອະທິການບໍດີໄອຍາການສຳນັກງານຄຸ້ມຄອງສິດ ແລະ ຊວ່ຍເຫຼືອດ້ານກົດໝາຍແກ່ປະຊາຊົນ ແລະ ທ່ານ ຈຸມພົນ ພັນສຳລິດ ຮອງອະທິການບໍດີໄອຍາການ ສຳນັກງານຕ່າງປະເທດ ໄດ້ເຂົ້າຮວ່ມໃນກອງປະຊຸມການເຊື່ອມໂຍງການຮ່ວມມືໃນການປົກປ້ອງສິດ, ເຜີຍແຜ່ຄວາມຮູ້ດ້ານກົດໝາຍ ແລະ ການຊ່ວຍເຫຼືອດ້ານກົດໝາຍໃຫ້ປະຊາຊົນໃນສະມາຄົມອາຊຽນ, ຈັດຂຶ້ນທີ່ຈັງຫວັດຊຽງຣາຍໂດຍການສະໜັບສະໜູນຈາກກອງທຶນຍຸຕິທຳ, ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ປະເທດລຸກຊຳບວກ ແລະ ໜ່ວຍງານທີ່ກ່ຽວຂ້ອງໃນຂົງເຂດ.

ໂຄງການດັ່ງກ່າວໄດ້ຮັບກຽດຈາກຜູ້ແທນສຳນັກງານໄອຍະສູງສຸດແຫ່ງປະເທດມຽນມາ (Union Attorney General’s Office), ໂດຍແມ່ນ ທ່ານ ເຕັງ ທຸນ (ທ່ານ Thein Tun), ໄອຍະການແຂວງທ່າຂີ້ເຫຼັກ ແລະ ທ່ານ ຈໍ່ ມຸຍ (ທ່ານ Kyaw Hmwe), ໄອຍະການແຂວງຊຽງຕຸງ ແລະ ຜູ້ແທນອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ທ່ານ ສຸພາພອນ ອິນທະວົງ, ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງບໍ່ແກ້ວ ແລະ ທ່ານ ກົງແກ້ວ ເພັງສະຫວັນ ຫົວໜ້າອົງການໄອຍະການເຂດ 1 ແຂວງບໍ່ແກ້ວ, ໄດ້ເຂົ້າຮ່ວມການບັນຍາຍ ໃຫ້ຄວາມຮູ້ແກ່ປະຊາຊົນ ແລະ ເຈົ້າໜ້າທີ່ ໃນຫົວຂໍ້ກົດໝາຍອາຍາ ແລະ ກົດໝາຍແພ່ງ ຂອງປະເທດໃກ້ຄຽງທີ່ປະຊາຊົນຄວນຮູ້ແລະ ກອງປະຊຸມຍັງໄດ້ຮັບກຽດຈາກ ນັກບັນຍາຍຫຼາຍທ່ານທີ່ໄດ້ມາແລກປ່ຽນຄວາມຮູ້ດ້ານກົດໝາຍທີ່ສຳຄັນຕໍ່ຊີວິດປະຈຳວັນຂອງປະຊາຊົນ ທີ່ອາໄສຢູ່ໃກ້ຊາຍແດນຂອງປະເທດໃກ້ຄຽງ, ຕົວຢ່າງເຊັ່ນ: ກົດໝາຍວ່າດ້ວຍການເຂົ້າເມືອງ, ສັນຊາດ, ທີ່ດິນ, ຄອບຄົວ ແລະ ມໍລະດົກເປັນຕົ້ນ.

ກອງປະຊຸມລະຫວ່າງຜູ້ແທນອົງການໄອຍະການສູງສຸດແມ່ນເປັນປະທານໂດຍ ຮອງຫົວໜ້າໄອຍະການສູງສຸດແຫ່ງປະເທດໄທ, ເຊິ່ງເຂົ້າຮວ່ມໂດຍ ຜູ້ແທນຈາກອົງການໄອຍະການຈາກປະເທດມຽນມາ 6 ທ່ານ ແລະ ຜູ້ແທນອົງການໄອຍະການຈາກປະເທດລາວ 6 ທ່ານ ແລະ ຜູ້ແທນຈາກອົງການ ILSTA 2 ທ່ານ ເຂົ້າຮ່ວມໃນການສັງເກດການພາຍໃຕ້ຫົວຂໍ້  ການຮ່ວມມືໃນການສະກັດກັ້ນອາຊະຍາກຳຂ້າມຊາດ ແລະ ການໃຫ້ຄວາມຊ່ວຍເຫຼືອດ້ານກົດໝາຍແກ່ປະຊາຊົນໃນເຂດສາມຫລ່ຽມຄຳ ” (Cooperation on Suppression of Transnational Crimes and Provision of Legal Aid to People in Golden Triangle Region) ຜ່ານການປຶກສາຫາລືລະຫວ່າງຜູ້ແທນທັງ 3 ຝ່າຍ, ເຊິ່ງໄດ້ແລກປ່ຽນຄວາມເຂັ້າໃຈພື້ນຖານກ່ຽວກັບ ລະບົບກົດໝາຍ ແລະ ຂະບວນການຍຸຕິທຳທາງດ້ານອາຍາທີ່ກ່ຽວຂ້ອງກັບໜ້າທີ່ຂອງໄອຍາການໃນປະເທດຂອງຕົນເອງ, ລວມເຖິງການແລກປ່ຽນຄວາມຄິດເຫັນ ແລະ ການປຶກສາຫາລືແນວທາງໃນການຮວ່ມມືຕໍ່ການຕ້ານອາຊະຍາກຳຂ້າມຊາດໃນອານາຄົດ.

ນອກຈາກນັ້ນ ບັນດາຜູ້ແທນຈາກປະເທດລາວ, ໄທ ແລະ ມຽນມາ ຍັງໄດ້ເຂົ້າຮວ່ມສັງເກດການໃນການບັນຍາຍໃຫ້ຄວາມຮູ້ກ່ຽວກັບກອງທຶນຍຸຕິທຳແກ່ບັນດາຜູ້ນຳຈາກທອ້ງຖິ່ນ ແລະ ປະຊາຊົນ ທີ່ສຳນັກງານຍຸຕິທຳ, ຈັງຫວັດ ຊຽງຣາຍ ພ້ອມທັງເຂົ້າຮວ່ມສັງເກດການກ່ຽວກັບການບັນຍາຍໃຫ້ຄວາມຮູ້ຕໍ່ລະບົບພາສີຕາມຊາຍແດນ ທີ່ດ່ານພາສີແມ່ສາຍ, ລວມເຖິງກິດຈະກຳຕ່າງໆເພື່ອເສີມສ້າງເຄືອຄ່າຍການຮວ່ມມືຂອງພະນັກງານໄອຍາການໃນເຂດ 3 ຫຼຽມທອງຄຳ (Golden Triangle Lao-Thai-Myanmar Prosecutor Network) ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

Comments are closed.