ສະຖາບັນ ILSTA ໄດ້ຮັບໃບຍ້ອງຍໍ ຈາກສານປະຊາຊົນສູງສຸດ ໃນການຮ່ວມມືເປັນເວລາ 5 ປີ

ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ທ່ານ ລິຊາດ ຟີລິບປາກ ແລະ ຜູ້ອຳນວຍການ, ທ່ານ ຈອນ ຄອນນໍລີ ຖືເປັນກຽດທີ່ໄດ້ຮັບໃບຍ້ອງຍໍ ຈາກປະທານສານປະຊາຊົນສູງສຸດ, ທ່ານ ຄຳພາ ແສງດາລາ, ຖືໂອກາດເພື່ອເປັນການຮັບຮູ້ເຖິງການສະໜັບສະໜູນທີ່ສະຖາບັນ ILSTA ໄດ້ປະກອບສ່ວນໃຫ້ແກ່ ສານປະຊາຊົນສູງສຸດແຫ່ງ ສປປ ລາວ, ໂດຍຜ່ານການຝຶກອົບຮົມ ແລະ ການສະໜັບສະໜູນດ້ານວິຊາການໃນໄລຍະ 5 ປີທີ່ຜ່ານມາ. ໃນດ້ານສະເພາະ, ທ່ານ ຄຳພາ ໄດ້ແນມເຫັນເຖິງ ການແລກປ່ຽນດ້ານຄວາມຊ່ຽວຊານທີ່ມີຄຸນຄ່າສູງ, ເຊິ່ງສະໜັບສະໜູນໂດຍສະຖາບັນ ILSTA ໃນການສ້າງຕັ້ງລະບົບສານປົກຄອງໃນລາວ ຜ່ານການແລກປ່ຽນກັບຊ່ຽວຊານຈາກປະເທດລຸກຊຳບວກ, ທ່ານ ສະຕິບ ເຮມິງເກີ ທີ່ໄດ້ມາຢ້ຽມຢາມມາປະເທດລາວ ສອງຄັ້ງເພື່ອແລກປ່ຽນຄວາມຮູ້ກ່ຽວກັບຫົວຂໍ້ດັ່ງກ່າວ. ແຕ່ຍ້ອນຂໍ້ຈຳກັດດ້ານການເດີນທາງໃນຊ່ວງໂຄວິດ19, ທ່ານ ສະຕິບ ເຮມິງເກີ ຈື່ງບໍ່ສາມາດເຂົ້າຮ່ວມພິທີດັ່ງກ່າວໄດ້. ກອງປະຊຸມ ແລະ ໂອກາດໃນການພົບປະໃນຄັ້ງນີ້ ໄດ້ແນໃສ່ໃຫ້ເຫັນເຖິງໂອກາດໃນການຮ່ວມມືໃນອະນາຄົດທັງໃນປະເທດ ແລະ ຂັ້ນພາກພື້ນ.

Comments are closed.