ການໂຄສະນາສົ່ງເສີມຄວາມສັດຊື່ບໍລິສຸດ, ຄວາມເປັນເອກະລາດ ແລະ ຕ້ານການສໍ້ລາດບັງຫຼວງ

ສະຖາບັນ ILSTA ໄດ້ດຳເນີນການເຄື່ອນໄຫວ ໃນການໂຄສະນາສົ່ງເສີມຄວາມສັດຊື່ບໍລິສຸດ, ຄວາມເປັນເອກະລາດ ແລະ ຕ້ານການສໍ້ລາດບັງຫຼວງ ໃນຊ່ວງເວລາການຝຶກອົບຮົມ ” ພິຈາລະນາຕັດສີນຄະດີດ້ວຍຜູ້ພິພາກສາຜູ້ດຽວ ” ຊຸດທີສອງ, ຈັດໂດຍ ສານປະຊາຊົນສູງສຸດ ແລະ ສະຖາບັນ ILSTA ໃນອາທິດແລ້ວ.

ໃນມື້ທຳອິດຂອງການຝຶກອົບຮົມ, ສະຖາບັນ ILSTA ໄດ້ເຜີຍແຜ່ໂປສເຕີ ແລະ ປຶ້ມຄູ່ມືກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ອາຊະຍາກຳທີ່ມີການຈັດຕັ້ງ ແລະ ຄູ່ມືບົດບາດຂອງທະນາຍຄວາມ. ສິ່ງຕີພິມຫຼາຍກວ່າ 70 ຫົວ ແລະ ໂປສເຕີໄດ້ຖືກແຈກຍາຍໃຫ້ແກ່ຜູ້ເຂົ້າຮ່ວມການຝຶກອົບຮົມ.

Comments are closed.