ໂຄງການເຜີຍແຜ່ຂໍ້ມູນເພື່ອຕ້ານການສໍ້ລາດບັງຫຼວງ ຂອງສະຖາບັນ ILSTA

ນອາທິດທີ່ຜ່ານມາ, ໂຄງການເຜີຍແຜ່ຂໍ້ມູນເພື່ອຕ້ານການສໍ້ລາດບັງຫຼວງ ຂອງສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ຖືກດຳເນີນໄປຄຽງຄູ່ກັບການຈັດ ” ກອງປະຊຸມເຜີຍແຜ່ວຽກງານການຕ້ານການສໍ້ລາດບັງຫຼວງ ສຳລັບພະນັກງານກວດກາ ຈາກມະຫາວິທະຍະໄລແຫ່ງຊາດ “.

ໃນການສົ່ງເສີມການເຂົ້າເຖິງດ້ານຂໍ້ມູນ, ສະຖາບັນ ILSTA ໄດ້ແຈກຍາຍສິ່ງຕີພິມດ້ານກົດໝາຍຕ່າງໆ, ເຊິ່ງລວມມີ: ປຶ້ມປະມວນກົດໝາຍອາຍາ, ປຶ້ມຄູ່ມືກ່ຽວກັບຫົວຂໍ້ດ້ານກົດໝາຍ, ໂປສເຕີກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ ແລະ ໃບປິວຕ່າງໆ, ໃຫ້ແກ່ຜູ້ເຂົ້າຮ່ວມຫຼາຍກວ່າ 60 ທ່ານ. ນອກຈາກນັ້ນ, ກໍຍັງມີການນຳສະເໜີ ໂດຍພະນັກງານຈາກສະຖາບັນ ILSTA ກ່ຽວກັບກິດຈະກຳບົດບັນຍາຍອອນລາຍ ແລະ ວິດີໂອສັ້ນກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ.

Comments are closed.