ການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບ ” ການຕ້ານອາຊະຍາກຳທີ່ມີການຈັດຕັ້ງ” ທີ່ນະຄອນຫຼວງພະບາງ.

ສະຖາບັນ ILSTA ໄດ້ດຳເນີນການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບ ” ການຕ້ານອາຊະຍາກຳທີ່ມີການຈັດຕັ້ງ” ໃນອາທິດແລ້ວນີ້, ທີ່ ນະຄອນຫຼວງພະບາງ.

ໃນກິດຈະກຳດັ່ງກ່າວ, ທີມງານຂອງສະຖາບັນ ILSTA ໄດ້ນຳສະເໜີກ່ຽວກັບ ກິດຈະກຳທາງອອນລາຍ ແລະ ພື້ນທີ່ໃນການຮັບຊົມບົດບັນຍາຍທາງອອນລາຍ ກ່ຽວກັບຫົວຂໍ້ດ້ານກົດໝາຍ ໃຫ້ແກ່ພະນັກງານລັດ ຈາກບັນດາແຂວງພາກເໜືອ. ປື້ມຄູ່ມືເຕັກນິກ, ໃບປິວຂໍ້ມູນ ແລະ ສື່ສິ່ງພິມຕ່າງໆ ຫຼາຍກວ່າ 1360 ສະບັບ ໃນຫົວຂໍ້ “ອາຊະຍາກຳທີ່ມີການຈັດຕັ້ງ” ໄດ້ຖືກແຈກຢາຍໃນກອງປະຊຸມພາກພື້ນກ່ຽວກັບ “ການສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ”.

ສະຖາບັນຂອງພວກເຮົາຮູ້ສຶກເປັນກຽດ, ທີ່ໄດ້ສະໜັບສະໜູນ ໃນວຽກງານການໂຄສະນາເຜີຍແຜ່ຄວາມຮັບຮູ້ ຂອງເຈົ້າໜ້າທີ່ທ້ອງຖິ່ນ ນັບຕັ້ງແຕ່ຂັ້ນຮາກຖານ ຈົນປໄເຖິງປະຊາຊົນທົ່ວໄປ.

Comments are closed.