ການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ແຂວງຄຳມວນ

ສະຖາບັນ ILSTA ໄດ້ດຳເນີນການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງໃນອາທິດແລ້ວນີ້ ທີ່ແຂວງຄຳມວນ.
ໃນກິດຈະກຳດັ່ງກ່າວ, ທີມງານຂອງສະຖາບັນ ILSTA ໄດ້ນຳສະເໜີກ່ຽວກັບ ກິດຈະກຳທາງອອນລາຍ, ວິດິໂອຕົວຢ່າງສານຈຳລອງ ແລະ ພື້ນທີ່ໃນການຮັບຊົມບົດບັນຍາຍທາງອອນລາຍ ກ່ຽວກັບຫົວຂໍ້ດ້ານກົດໝາຍ ໃຫ້ແກ່ພະນັກງານລັດ ຈາກ 6 ແຂວງພາກກາງ. ປື້ມຄູ່ມືເຕັກນິກ, ປະມວນກົດໝາຍອາຍາ, ໃບປິວຂໍ້ມູນຕ່າງໆ ຫຼາຍກວ່າ 3800 ສະບັບ ໃນຫົວຂອງກອງປະຊຸມພາກພື້ນກ່ຽວກັບ “ການສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ” ໄດ້ຖືກແຈກຢາຍໃຫ້ແກ່ເຈົ້າໜ້າທີ່ເຂົ້າຮ່ວມໃນກອງປະຊຸມທີ່ເມືອງທ່າແຂກ.
Comments are closed.