ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ນະຄອນປາກເຊ

ໃນວັນທີ 9 ພະຈິກ ທີ່ຜ່ານມາ, ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໄດ້ດຳເນີນຂຶ້ນທີ່ ນະຄອນປາກເຊ, ແຂວງຈຳປາສັກ. ທ່ານ ຈອນ ຄອນນໍລີ, ອຳນວຍການຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ມອບປື້ມຄູ່ມືເຕັກນິກ, ໃບປິວຂໍ້ມູນຕ່າງໆ ຫຼາຍກວ່າ 1,500 ສະບັບ ໃຫ້ແກ່ຕາງໜ້າຜູ້ພິພາກສາ ຈາກ 9 ແຂວງພາກກາງ ແລະ ໃຕ້, ທີ່ໄດ້ເຂົ້າຮ່ວມໃນການຝຶກອົບຮົມ “ປັບປຸງເນື້ອໃນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ການຂຽນຮ່າງຄຳຕັດສິນ”.
ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ຂອງສະຖາບັນ ILSTA ໃນຄັ້ງນີ້ ບໍ່ພຽງແຕ່ເປັນການແຈກຢາຍອຸປະກອບໃຫ້ຂໍ້ມູນທີ່ເປັນປະໂຫຍດພຽງແກ່ຜູ້ເຂົ້າຮ່ວມ 75 ທ່ານ ໃນການອົບຮົມທີ່ນະຄອນປາກເຊເທົ່ານັ້ນ, ແຕ່ຍັງເປັນການສະໜັບສະໜຸນ ໃນກິດຈະກຳການເຜີຍແຜ່ຂໍ້ມູນດ້ານກົດໝາຍຂອງບັນດາຜູ້ພິພາກສາ ໃນແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ວຽງຈັນ, ຈຳປາສັກ, ອັດຕະປື ແລະ ນະຄອນຫຼວງວຽງຈັນ ອີກດ້ວຍ.
Comments are closed.