ກິດຈະກຳການເຜີຍແຜ່ຂໍ້ມູນຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ນະຄອນປາກເຊ

ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານ ໄດ້ດຳເນີນຄຽງຄູ່ໄປພ້ອມກັບກອງປະຊຸມພາກພື້ນຄັ້ງທີ 3 ກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ຈັດຂຶ້ນໃນອາທິດແລ້ວນີ້ທີ່ນະຄອນປາກເຊ.
 
ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນ ILSTA, ໄດ້ມອບປຶ້ມຄູ່ມືເຕັກນິກ, ໃບປິວຂໍ້ມູນຕ່າງໆໃນຫົວຂໍ້ກ່ຽວກັບກົດໝາຍທັງໝົດ ຫຼາຍກວ່າ 2,500 ສະບັບ ໃຫ້ແກ່ພະນັກງານລັດຖະກອນຈາກ ບັນດາແຂວງພາກໃຕ້ ແລະ ພາກກາງ, ໃນນັ້ນລວມມີ ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື, ຈຳປາສັກ ແລະ ວຽງຈັນ.
 
ກິດຈະກຳການເຜີຍແຜ່ຂໍ້ມູນ-ຂ່າວສານເພື່ອຕ້ານອາຊະຍາກຳທີ່ມີການຈັດຕັ້ງໃນຄັ້ງນີ້ ໄດ້ແຈກຍາຍເຄື່ອງມືທີ່ເປັນປະໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມພາກພື້ນຫຼາຍກ່ວາ 70 ທ່ານ ແລະ ກະຕຸ້ນການຊຸກຍູ້ໃນວຽກງານການໂຄສະນາເຜີຍແຜ່ຄວາມຮູ້ດ້ານກົດໝາຍ ຂອງບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ໄອຍະການ ແລະ ຜູ້ຕາງໜ້າຈາກສານປະຊາຊົນໃນແຂວງຂອງພວກເຂົາ.




Comments are closed.