ການສະແດງການທົດລອງຂອງສານຈຳລອງທີ່ກອງປະຊຸມແຫ່ງຊາດຄັ້ງທີ 4

ເພື່ອເປັນການສຸມໃສ່ຫຼັກຖານໃນການດຳເນີນຄະດີອາຍາ, ກອງປະຊຸມແຫ່ງຊາດຄັ້ງທີ 4, ຈັດໂດຍ ອອປສ ແລະ ສະຖາບັນ ILSTA, ໄດ້ນຳສະເໜີການສະແດງການທົດລອງຂອງສານຈຳລອງ, ສະແດງໃຫ້ເຫັນຕົວຢ່າງທີ່ເປັນປະໂຫຍດ ແລະຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີທາງອາຍາ.

ນີ້ຖືວາເປັນປາກົດການ ແລະ ການນຳສະເໜີເຖິງວິທີການໃໝ່ໆ, ເຊິ່ງສາມາດເຫັນໄດ້ຈາກການນຳສະເໜີຂອງບັນດາຊ່ຽວຊານ, ການຈຳລອງຮູບເເບບການພິຈາລະນາຄະດີອາຍາທັງສອງຄະດີໃນການເຮັດສານຈຳລອງ. ກິດຈະກຳດັ່ງກ່າວໄດ້ເຮັດໃຫ້ຜູ້ເຂົ້າຮ່ວມມີໂອກາດສຳພັດເຖິງຄວາມສຳຄັນຕໍ່ກັບຂະບວນການພິຈາລະນາຄະດີຂອງສານຕ່າງໆ, ການເຄົາລົບສິດທິຂອງຜູ້ເຂົ້າຮ່ວມທັງໝົດ ເເລະ ການນຳໃຊ້ກົດໝາຍໃຫ້ມີປະສິດທິພາບໂດຍທົ່ວໄປ. ກິດຈະກຳເເບບນີ້ສາມາດຊ່ວຍໃຫ້ບັນດາຜູ້ເຂົ້າຮ່ວມໄດ້ເຂົ້າໃຈ ເເລະ ປັບປຸງເເນວທາງການປະຕິບັດຕໍ່ກັບຂັ້ນຕອນຕ່າງໆທີ່ຖືກວາງອອກ, ເເນວທາງທີ່ຄວນປະຕິບັດຕາມກົດໝາຍ.

Comments are closed.