ການຝຶກອົບຮົມສານຈຳລອງທີ່ມະຫາວິທະຍາໄລແຫ່ງຊາດລາວ

ຄະນະນິຕິສາດ, ເສດຖະກິດ ແລະ ການເງິນ, ມະຫາວິທະຍາໄລລຸກຊຳບວກ ຮ່ວມມືກັບ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ມີຄວາມຍິນດີໃນການຕ້ອນຮັບ ທ່ານ ດຣ Heleen De Geest ແລະ ທ່ານ ດຣ Lawrence Siry ເພື່ອມາດຳເນີນການຝຶກອົບຮົມສານຈຳລອງ ທີ່ມະຫາວິທະຍາໄລແຫ່ງຊາດລາວ ໃນລະຫວ່າງວັນທີ 4-8 ພະຈິກ 2019. ເຊິ່ງທັງສອງທ່ານ ໄດ້ມີປະສົບການທີ່ຍາວນານໃນການຝຶກອົບຮົມສານຈຳລອງ ທີ່ມະຫາວິທະຍາໄລລຸກຊຳບວກ. ການຝຶກອົບຮົມໄດ້ຈັດຂຶ້ນເປັນເວລາ 4 ວັນ ໃຫ້ແກ່ບັນດານັກສຶກສາຜູ້ທີ່ຈະໄປເຂົ້າຮ່ວມໃນການແຂ່ງຂັນສານຈຳລອງວ່າດ້ວຍກົດໝາຍມະນຸດສະທຳສາກົນອາຊີປາຊີຟິກ.

ການແຂ່ງຂັນສານຈຳລອງ ແມ່ນສຳຄັນຕໍ່ “ການຮຽນຮູ້ຈາກບັນຫາ” ແລະ ສົ່ງເສີມການສິດສອນທີ່ກ່ຽວຂ້ອງກັບການປະຕິບັດ. ນັກຮຽນຈະບໍ່ພຽງແຕ່ພັດທະນາທັກສະທາງດ້ານກົດໝາຍເທົ່ານັ້ນ, ແຕ່ຍັງມີທັກສະການປາກເວົ້າ ແລະ ການໂຕ້ວາທີ, ພ້ອມທັງທັກສະດ້ານພາສາອັງກິດຂອງພວກເຂົານຳອີກ. ນັກຮຽນທຸກຄົນຈະໄດ້ຮັບໃບປະກາດສະນີຍະບັດພາຍຫຼັງສຳເລັດການຝຶກອົບຮົມ.

ຜ່ານການສະໜັບສະໜູນ ໂດຍສະຖາບັນ ILSTA, ທ່ານ ດຣ Heleen De Geest ແລະ ທ່ານ ດຣ Lawrence ຍັງໄດ້ດຳເນີນບົດບັນຍາຍເປີດກວ້າງພາຍໃຕ້ຫົວຂໍ້ ”ໂຄງສ້າງ ແລະ ຜູ້ປະຕິບັດດ້ານກົດໝາຍອາຍາສາກົນ” ໃນວັນທີ 6 ພະຈິກ, ເຊິ່ງເຂົ້າຮ່ວມໂດຍນັກຮຽນ ແລະ ຄູອາຈານຫຼາຍກວ່າ 160 ທ່ານຈາກ ຄນລ ແລະ ສະຖາບັນຍຸຕິທຳແຫ່ງຊາດ.

Comments are closed.