ງານສຳມະນາໃນຫົວຂໍ້ ”ບົດວິໄຈທາງກົດໝາຍ” ແລະ ການຢ້ຽມຢາມ ຂອງຄະນະຕົວແທນຈາກມະຫາວິທະຍາໄລ ລຸກຊຳບວກ

ພາຍໃຕ້ການຮວ່ມມືຂອງມະຫາວິທະຍາໄລ ລະຫວ່າງ ປະເທດ ລຸກຊຳບວກ ແລະ ລາວ. ງານສຳມະນາໃນຫົວຂໍ້ບົດວິໄຈທາງກົດໝາຍ ແລະ ວິທີການ ໄດ້ຖືກຈັດຂຶ້ນ ໃນວັນທີ 21-23 ພຶດສະພາ.

ໃນການສຳມະນາຄັ້ງນີ້ ແມ່ນຖືກນໍາສະເໜີໂດຍ ວິທະຍາກອນ 4 ທ່ານ ຈາກ ມະຫາວິທະຍາໄລ ລຸກຊໍາບວກ, ໄດ້ແກ່ Pr. Stefan Braum, accompanied by Mr. Jean-Marc Ceci, Dr. Sofia Mirandola, Mr. Andrii Hubai and Miss. Marie Gerardy. ໃນໄລະເວລາ 3 ມື້ ຂອງການສຳມະນາ ແມ່ນກວມເອົາຫຼາຍຂອບເຂດຂອງຫົວຂໍ້ ແລະ ວິທີການ ຂອງການວິໄຈທາງກົດໝາຍ, ເຊິງ ປະກອບມີ ກົດລະບຽບທາງວິຊາການຂອງກົດໝາຍ, ບົດບາດ ແລະ ໜ້າທີ່ຂອງຕຸລາການ, ວິທີການປຽບທຽບລະຫວ່າງ ສະຫະພາບເອີຣົບ ກັບ ອາຊຽນ ໃນດ້ານກົດໝາຍ ແລະ ລວມໄປເຖິງ ນະວັດຕະກຳໃນທັກສະການສອນ. ນອກຈາກນັ້ນ, ງານສຳມະນາ ຍັງເປີດການເຝິກອົບຮົມຫຼາຍຮູບແບບ ກ່ຽວກັບ ການອອກແບບບົດວິໄຈທີ່ດີ, ວິທີການຮ່າງ ແລະ ຂຽນບົດສະເໝີວິໄຈ ແລະ ວິທີການທີ່ສຳຄັນໃນການເຮັດບົດວິໄຈດ້ານກົດໝາຍ. ຜູ້ເຂົ້າຮວ່ມທຸກຄົນແມ່ນໄດ້ຮັບການຊຸກຍູ້ ໃນການແລກປ່ຽນ ຄວາມຮູ້ ແລະ ຄໍາຄິດເຫັນ ໃນທຸກໆກິດຈະກຳ.

ໃນການຢ້ຽມຢາມລາວໃນຄັ້ງນີ້, ຄະນະຕົວແທນຈາກ ມະຫາວິທະຍາໄລລຸກຊຳບວກ ນຳພາໂດຍ ປອ. Stefan Braum, ບັນດານັກຄົ້ນຄວ້າ ແລະ ຕົວແທນຈາກ ສະຖາບັນ ຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ຖືໂອກາດເຂົ້າຢ້ຽມຢາມ ທ່ານ ສາຍສີ  ສັນຕິວົງ, ຫົວໜ້າກະຊວາງຍຸຕິທຳ ໃນວັນທີ 24 ພຶດສະພາ ທີ່ຜ່ານມາ. ປອ. Stefan Braum ໄດ້ພົບປະກັບ ຮອງສາດສະດາຈານ ປອ. ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ. ບັນດາຄະນະ ໄດ້ຖືໂອກາດຄັ້ງນີ້ ໃນການໂອລົມກ່ຽວກັບ ຫຼາຍປັດໄຈ ໃນຂະແໜງຂອງການສຶກສາ ແລະ ກົດໝາຍ ເພື່ອເສີມຂະຫຍາຍ ໂຄງການຮວ່ມມືຂອງ ຄະນະນິຕິສາດ ແລະ ລັດຖະສາດ ຈາກມະຫາວິທະຍາໄລແຫ່ງຊາດລາວ ແລະ ຄະນະນິຕິສາດ, ເສດຖະກິດ ແລະ ການເງິນ ຈາກມະມະຫາວິທະຍາໄລລຸກຊຳບວກ. ເຊິ່ງການພົບປະໃນຄັ້ງນີ້ເປັນການຢັ້ງຢືນ ຄວາມມຸ່ງໝັ້ນ ຕໍ່ການປະຕິບັດພັນທະໃນການພັດຖະນາ ພາຍໃຕ້ການຮວ່ມມືຂອງທັງສອງມະຫາວິທະຍາໄລ. ເພື່ອເຊື່ອມຕໍ່ການສຶກສາດ້ານກົດໝາຍໃຫ້ດີຂຶ້ນ ກັບຄວາມຕ້ອງການຂອງການປະຕິບັດ ແລະ ສ້າງຄວາມເຂົ້າໃຈໃຫ້ດີຂຶ້ນກ່ຽວກັບສະພາບຂອງປະເທດລາວ, ປອ. Stefan Braum ແລະ ດຣ. Perrine Simon ໄດ້ໄປຢ້ຽມຢາມ ທ່ານ ບຸນຕາ ສ. ພາບມີໄຊ, ຜູ້ອຳນວຍການສະຖາບັນຍຸຕິທຳແຫ່ງຊາດ ແລະ ທ່ານ ຄຳໃສ ສຸລິນທອນ ປະທານສະພາທະນາຍຄວາມລາວ.

 

   

 

 

 

Comments are closed.