ບົດວິໄຈທາງກົດໝາຍ ແລະ ວິທີການ

ມະຫາວິທະຍາໄລລຸກຊຳບວກພ້ອມດ້ວຍ ຄະນະນິຕິຊາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສຳມະນາໃນຫົວຂໍ້ “ບົດວິໄຈທາງກົດໝາຍ ແລະ ວິທີການ”. ພາຍໃຕ້ການສຳມະນາໃນຫົວຂໍ້ “ແຫຼ່ງກົດໝາຍ”, “ວິທີການຊອກຫາຂໍ້ມູນ” ແລະ “ໂຄງຮ່າງຄຳຕັດສິນຂອງສານ” ທີ່ໄດ້ຖືກດຳເນີນໂດຍຄະນະຜູ້ແທນຈາກມະຫາວິທະຍະໄລລຸກຊຳບວກ, ໂດຍ ທ່ານ ປອ Braum, ທ່ານ ດຣ Radovic, ທ່ານ ນາງ ດຣ Citeroni ແລະ ທ່ານ ນາງ Jolly. ການສຳມະນາໃນຄັ້ງນີ້ແມ່ນມີຜູ້ເຂົ້າຣວ່ມເຖິງ 40 ທ່ານ ຈາກຄນລ ແລະ ສະຖາບັນຍຸຕິທຳແຫ່ງຊາດ.

ພາຍຫຼັງການການສຳມະນາ, ຜູ້ເຂັ້າຮວ່ມທີ່ຖືກຄັດເລືອກ ຈະມີໂອກາດໄປແລກປ່ຽນໃນໂຄງການການເຝິກອົບຮົມດ້ານກົດໝາຍໃນລະດູຮ້ອນ.

Comments are closed.