ກອງປະຊຸມພາກພື້ນຄັ້ງທີສາມໃນການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ທີ່ນະຄອນປາກເຊ

ກອງປະຊຸມພາກພື້ນຄັ້ງທີ 3 ກ່ຽວກັບການສ້າງຄວາມເຂັ້ມແຂງກ່ຽວກັບການຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ສຸມ ໃສ່ການຟອກເງິນ, ການຄ້າມະນຸດ, ຫຼັກຖານໃນການດຳເນີນຄະດີອາຍາ ແລະ ການຮ່ວມມືສາກົນທາງດ້ານອາຍາ” ປະຈຸບັນກຳລັງດຳເນີນຢູ່ ນະຄອນປາກເຊ, ແຂວງຈຳປາສັກ ແຕ່ວັນທີ 23-25 ພະຈິກ.
 
ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ໄອຍະການ ແລະ ຜູ້ຕາງໜ້າຈາກສານປະຊາຊົນ ຈຳນວນຫຼາຍກວ່າ 70 ທ່ານຈາກແຂວງພາກໃຕ້ ໄດ້ເຂົ້າຮ່ວມຮັບຟັງໃນບົດນຳສະເໜີພາຍໃຕ້ຫົວຂໍ້ສຳຄັນຂອງກອງປະຊຸມ. ພາກສ່ວນຫຼັກຂອງວຽກງານໃນກອງປະຊຸມແມ່ນການສຸມໃສ່ການແລກປ່ຽນໃນພາກປະຕິບັດຜ່ານກໍລະນີສຶກສາ ແລະ ການຖ່າຍທອດປະສົບການ ກ່ຽວກັບ ຫົວຂໍ້ ການຄ້າມະນຸດ ແລະ ການຟອກເງິນ, ເຊິ່ງນຳພາໂດຍຊ່ຽວຊານຈາກສະຖາບັນ ILSTA.
 
ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນ ILSTA ໄດ້ເນັ້ນໜັກວ່າ “ການຊ່ວຍເຫລືອເຊິ່ງກັນ ແລະ ກັນດ້ານກົດໝາຍ ແມ່ນມີຄວາມສຳຄັນຫຼາຍໃນການເພີ່ມທະວີ ການຮ່ວມມືລະຫວ່າງຝ່າຍຕ່າງໆ ເພື່ອຕໍ່ສູ້ກັບກຸ່ມອາຊະຍາກອນ ຂ້າມຊາດ. ການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ຮຽກຮ້ອງໃຫ້ມີການຮ່ວມມືສາກົນຢ່າງຫ້າວຫັນ, ການແລກປ່ຽນທາງດ້ານຂະແໜງການ ແລະ ເຕັກນິກການສືບສວນທີ່ທັນສະໄໝ. ໃນຖານະເປັນຄູ່ພາຄີຂອງລັດຖະບານລາວ ສະຖາບັນ ILSTA ຈະສືບຕໍ່ໃຫ້ການສະໜັບສະໜູນການນຳໃຊ້ ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ໃນ ສປປ ລາວໃຫ້ມີປະສິດຕິຜົນ.”
 
ໝາກຜົນທີ່ໄດ້ຮັບພາຍຫຼັງປອງປະຊຸມໃນຄັ້ງນີ້ ແມ່ນຂີດໝາຍຄວາມສຳເລັດໃນການຮວ່ມມືລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນ ILSTA ເຊິ່ງແນໃຫ້ເຫັນເຖິງເປົ້າໝາຍໃໝ່ໃນການຮວ່ມມືຕໍ່ວຽກງານໃນອານາຄົດໃນອີກປີຂ້າງໜ້າ.
 


https://www.youtube.com/watch?v=FZTk2dOcotk

Comments are closed.