ການສຳມະນາພາຍໃຕ້ຫົວຂໍ້ບົດວິໄຈທາງກົດໝາຍ ແລະ ວິທີການ ຄັ້ງທີ 4

ໃນຂອບເຂດໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລຈາກປະເທດລຸກຊຳບວກແລະ ສປປ ລາວ, ຄະນະນິຕິສາດ ແລ ະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດໄດ້ຕ້ອນຮັບຄະນະຜູ້ແທນຈາກຄະນະນິຕິສາດ, ເສດຖະກິດ ແລະ ການເງິນ ຈາກມະຫາວິທະຍາໄລລຸຊຳບວກ ໃນລະຫວ່າງວັນທີ 18 ຫາ 20 ພຶດສະພາທີ່ຜ່ານມາ. ເພື່ອເປັນການເປີດການສຳມະນາພາຍໃຕ້ຫົວຂໍ້ບົດວິໄຈທາງກົດໝາຍ ແລະ ວິທີການ ຄັ້ງທີ 4. ປອ. Stefan Braum, ທ່ານ ດຣ Perrine Simon ແລະ ນັກສຶກສາປະລິນຍາເອກສີ່ທ່ານ, ລວມມີ Florence, ‘Teresa Quintel, Roila Mavrouili ແລະ Natalia Vorobyeva, ໄດ້ນຳພາການສຳມະນາເປັນເວລາສາມວັນ.

ຄູອາຈານສອງທ່ານຂອງຄນລ, ອາຈານ ສົມສັກ ຫົງວິຈິດ ແລະ ປາງທອງ ໄຊຍະວົງ ໄດ້ແບ່ງປັນປະສົບການຂອງພວກເຂົາໃນການຂຽນເອກະສານຜ່ານການສະໜັບສະໜູນໂດຍມະຫາວິທະຍາໄລລຸກຊຳບວກ. ນອກຈາກນັ້ນກໍຍັງມີການນຳສະເໜີ ກ່ຽວກັບການສຶກສາປະລິນຍາເອກທີ່ປະເທດລຸກຊຳບວກ”. ກອງປະຊຸມສຳມະນາໄດ້ສຸມໃສ່ຕໍ່ກັບການສ້າງທັກສະການຄົ້ນຄວ້າທາງດ້ານກົດໝາຍຂັ້ນພື້ນຖານ, ລວມທັງການຄົ້ນຫາແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື, ການລັກລອບ, ການອ້າງອີງ, ການຂຽນວິຊາການດ້ານກົດໝາຍ ລວມໄປເຖິງການສ້າງແຜນໂຄງຮ່າງແນວຄິດ, ວິທີການປຽບທຽບກົດໝາຍ ແລະ ອື່ນໆ.

ກອງປະຊຸມທັງໝົດປະກອບມີການເຮັດກິຈະກຳເປັນກຸ່ມ ແລະ ກິດຈະກຳການສອບຖາມແບບທົດສອບຄວາມຮູ້ຂອງຜູ້ເຂົ້າຮ່ວມ. ຄູອາຈານປະມານ 35 ທ່ານຈາກຄນລໄດ້ເຂົ້າຮ່ວມ ແລະ ພົວພັນຢ່າງຈິງຈັງກັບຄະນະຈາກລຸກຊຳບວກ

 

Comments are closed.