ສືບຕໍ່ການຝຶກອົບຮົມກ່ຽວກັບ ” ວິທີການໃຊ້ຫ້ອງສະໝຸດອອນລາຍ (E-library)”

ມະຫາວິທະຍາໄລລຸກຊຳບວກ ໄດ້ສະໜັບສະໜູນໃນການພັດທະນາ ແລະ ຈັດງານຝຶກອົບຮົມກ່ຽວກັບ ” ວິທີການໃຊ້ຫ້ອງສະໝຸດອອນລາຍ (E-library)” ໃນວັນທີ 2-3 ແລະ ວັນທີ 8-11 ກັນຍາ ທີ່ຜ່ານມາ. ການຝຶກອົບຮົມທາງອອນລາຍໄດ້ຖືກດຳເນີນຂຶ້ນເປັນພາສາໄທ, ນຳສະເໜີໂດຍບັນດາຜູ້ດູແລຫ້ອງສະໝຸດ ຈາກມະຫາວິທະຍາໄລທຳມະສາດ, ຜ່ານເຄືອຂ່າຍຂອງ EIFL.
ບັນດາອາຈານທັງໝົດ 12 ທ່ານໄດ້ເຂົ້າຮ່ວມການສຳມະນາອອນລາຍ, ນຳພາໂດຍ ທ່ານນາງ ພິມພາຂວັນ ທະນານົບພະຣິດ, ທ່ານນາງ ອະໂຣຊາ ເຫຼົ່າຣັກວົງ ແລະ ທ່ານນາງ ຊານິນພອນ ສູ່ໂຊກວິລາວົງ, ຈາກປະເທດໄທ ຈາກປະເທດໄທ ແລະ ທ່ານນາງ ດຣ ເພີລີນ ຊີມອນ, ຈາກປະເທດຝຣັ່ງ ຈັດຂຶ້ນຜ່ານການເຊື່ອມຕໍ່ທາງ Zoom. ບັນດາອາຈານໄດ້ເຂົ້າຮ່ວມໃນການສຳມະນາອອນລາຍ ທີ່ຫ້ອງໄອຊີທີ (ICT) ທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອໃນການຈັດໂດຍ ອາຈານ ສັງຄອນ ນິຍົມຄຳ ແລະ ພະນັກງານ ຈາກສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA). ຫ້ອງສະໝຸດອອນລາຍ ແມ່ນຖືວ່າເປັນເຄື່ອງມືທີ່ຈຳເປັນໃນການຂະຫຍາຍການເຂົ້າເຖິງຄວາມຮູ້ພາຍໃນ ແລະ ນອກສະຖາບັນການສຶກສາ. ພ້ອມທັງ, ຍັງເປັນເຄື່ອງມື ເພື່ອໃຫ້ຄູອາຈານກະກຽມໃນການສິດສອນ ແລະ ການຄົ້ນຄ້ວາ. ເຊິ່ງພວກເຮົາຈະມີການຝຶກອົບຮົມເພີ່ມເຕີມອີກໃນໄວໆນີ້!
ຫ້ອງສະໝຸດອອນລາຍ ແມ່ນຫໍສະມຸດແບບດີຈິຕອລ ທີ່ສາມາດເຂົ້າເຖິງຜ່ານອິນເຕີເນັດເຊິ່ງສາມາດເຂົ້າເຖິງຖານຂໍ້ມູນທາງອິນເຕີເນັດທີ່ປະກອບດ້ວຍ: ບັນດາປື້ມອອນລາຍ (E-books), ບົດຄົ້ນຄວາດ້ານວິຊາການ ແລະ ແຫຼ່ງຂໍ້ມູນອື່ນໆຫຼາຍຢ່າງເຊັ່ນ: ວາລະສານ ແລະ ໜັງສືພິມ. ທ່ານສາມາດເຂົ້າໄປເບິ່ງເວບໄຊທ໌ ຫ້ອງສະໝຸດອອນລາຍ (E-library) ຂອງ ຄນລ ໄດ້ທີ່: http://flp.nuol.edu.la/e-library/
Comments are closed.