ການກະກຽມການຝຶກອົບຮົມຂອງບັນດານັກສືກສາ ແລະ ຄູອາຈານເພື່ອສ້າງຫ້ອງສະໝຸດເອເລັກໂຕຣນິກ (E-library)

ມະຫາວິທະຍາໄລລຸກຊຳບວກ ໄດ້ເຊັນສັນຍາກັບອົງການ “ EIFL” (ຂໍ້ມູນເອເລັກໂຕຣນິກສຳລັບຫໍສະໝຸດ) ຢ່າງເປັນທີ່ສຳເລັດເພື່ອສ້າງຫ້ອງສະໝຸດເອເລັກໂຕຣນິກ (e-library) ໃຫ້ແກ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ, ໃນນີ້ແມ່ນເປັນການສົ່ງເສີມ ໃຫ້ເຂົ້າເຖິງແຫຼ່ງຂໍ່ມູນດ້ານກົດໝາຍ ແລະ ການຝຶກອົບຮົມພະນັກງານຫ້ອງສະໝຸດ ໃນການນຳໃຊ້ແຫຼ່ງຂໍ້ມູນເຫຼົ່ານັ້ນ.

ໃນວັນທີ 24-25 ກຸມພາ ທີ່ຜ່ານມາ, ຄນລ ໄດ້ຕ້ອນຮັບ ທ່ານນາງ Rima Kupryte, ຜູ້ຈັດການຂອງ EIFL. ທ່ານໄດ້ມາພົບກັບບັນດາພາກສວ່ນທີ່ກ່ຽວຂອ້ງທັງໝົດ ເພື່ອໂຄສະນາຫໍສະມຸດອີເລັກໂທຣນິກດັ່ງກ່າວ ແລະ ເພື່ອກະກຽມການຝຶກອົບຮົມຂອງບັນດານັກສືກສາ ແລະ ຄູອາຈານໃນອະນາຄົດ. ກອງປະຊຸມໄດ້ຈັດຂື້ນໂດຍຜ່ານກິດຈະກຳຂອງ ໂຄງການລາວ031, ຫໍສະໝຸດຂອງຄນລ ແລະ ຫໍສະໝຸດສູນກາງຂອງມະຫາວິທະນາໄລແຫ່ງຊາດລາວ, ລວມທັງຮອງອະທິບໍດີຂອງມະຫາວິທະນາໄລແຫ່ງຊາດລາວ ທ່ານ ດຣ ອຸດົມພອນ ຄຳເພັງ ແລະ ທ່ານ ດຣ Perrine Simon ຜູ້ປະສານງານຈາກມະຫາວິທະຍະໄລລຸກຊຳບວກ. ບາງຖານຂໍ້ມູນເອເລັກໂຕຣນິກທີ່ມີຄວາມພ້ອມດ້ານວິຊາການທີ່ມີຢູ່ສຳລັບຄນລ ຍັງສາມາດສ້າງຜົນປະໂຫຍດໃຫ້ແກ່ຄະນະວິຊາອື່ນໆຂອງມະຫາວິທະນາໄລແຫ່ງຊາດລາວ. ການພັດທະນາຫ້ອງສະໝຸດເອເລັກໂຕຣນິກ ແມ່ນບູລິມະສິດໜຶ່ງໃນການປັບປຸງທັກສະການສຶກສາທາງດ້ານກົດໝາຍ ແລະ ການຄົ້ນຄ້ວາໃຫ້ມີປະສິດຕິພາບສູງຂຶ້ນ

Comments are closed.