ກອງປະຊຸມພາກພື້ນໃນການຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໃນວັນທີ 28-30 ກໍລະກົດ 2020

ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ໄອຍະການ ແລະ ຜູ້ຕາງໜ້າອົງການຕຸລາການ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ເຂົ້າມາປຶກສາຫາລືກ່ຽວກັບ ວິທີການຕ້ານການຟອກເງິນ ແລະ ການຄ້າມະນຸດໃນກອງປະຊຸມພາກພື້ນກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງ, ກອງປະຊຸມຖືກຈັດຂື້ນທີ່ນະຄອນຫຼວງພະບາງ.

ກອງປະຊຸມຂັ້ນພາກພື້ນຄັ້ງນີ້ ແມ່ນເຂົ້າຮ່ວມໂດຍພະນັກງານລັດຫຼາຍກ່ວາ 90 ທ່ານທີ່ມາຈາກ 7 ແຂວງໃນພາກເໜືອຂອງ ສປປ ລາວ. ປະທານກອງປະຊຸມ ແລະ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ຄຳສານ ສຸວົງ ກ່າວວ່າອາຊະຍາກຳທີ່ມີການຈັດຕັ້ງທີ່ມີລັກສະນະຂ້າມຊາດ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ, ຄວາມສະຖຽນລະພາບ ແລະ ການພັດທະນາເສດຖະກິດສັງຄົມໃນພາກພື້ນຂອງເຮົາ .”

ໃນກອງປະຊຸມທີ່ຫຼວງພະບາງ, ຊ່ຽວຊານຈາກສະຖາບັນ ILSTA ໄດ້ນຳສະເໜີກໍລະນີສຶກສາກ່ຽວກັບການຟອກເງິນ ແລະ ອະທິບາຍເຖິງວິທີດຳເນີນການສືບສວນໃນຮູບແບບຄູ່ຂະໜານ ຕໍ່ການກະທຳຜິດຕັ້ນ ແລະ ການສືບສວນທາງການເງິນຕໍ່ກັບຄະດີອາຍາ.

ໃນໄວໆນີ້, ປະເທດລາວຈະໄດ້ຜ່ານການປະເມີນຜົນເຊິ່ງກັນ ແລະ ກັນຄັ້ງທີສອງ ໂດຍກຸ່ມອາຊີປາຊີຟິກກ່ຽວກັບການຟອກເງິນ. ການປະເມີນຜົນເຊິ່ງກັນ ແລະ ກັນຈະສຸມໃສ່ການຈັດຕັ້ງປະຕິບັດຄຳ ແນະນຳ 40 ຂໍ້ ໂດຍຄະນະປະຕິບັດງານດ້ານການເງິນ (FATF) ຕໍ່ປະເທດລາວ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການເງິນຂອງການກໍ່ການຮ້າຍ.

ປະທານສະຖາບັນ ILSTA, ທ່ານ ລິຊາດ ຟີລິບປາກ ກ່າວວ່າເພື່ອເສີມຂະຫຍາຍນະໂຍບາຍ ຕໍ່ຕ້ານການຟອກເງິນຕື່ມອີກ, ປະເທດລາວຈຳເປັນຕ້ອງສຸມໃສ່ໃນພາກປະຕິບັດຕໍ່ການດຳເນີນຄະດີກ່ຽວກັບການຕ້ານການຟອກເງິນຂຶ້ນຕື່ມ ແລະ ປະຕິບັດຕາມຄຳແນະນຳຂອງ FATF ຢ່າງເຄັ່ງຄັດ ”.

ສືບຕໍ່ຈາກກອງປະຊຸມນີ້, ສະຖານບັນ  ILSTA ແລະ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ຈະຮ່ວມມືໃນການຈັດກອງປະຊຸມຂັ້ນພາກພື້ນ ໃຫ້ແກ່ອົງການບັງຄັບໃຊ້ກົດໝາຍໃນແຂວງພາກກາງ ແລະ ພາກໃຕ້ຕື່ມອືກໃນທ້າຍປີນີ້. ຂໍຂອບໃຈໃນການສະໜັບສະໜູນທີ່ດີ ຈາກກະຊວງການເງິນຈາກປະເທດລຸກຊຳບວກ ແລະ ໂຄງການຊ່ວຍເຫຼືອ ແລະ ການພັດທະນາຈາກລຸກຊຳບວກ.

Comments are closed.