ຜູ້ຊະນະເລີດກິດຈະກຳຖາມ-ຕອບດ້ານກົດໝາຍໃນກອງປະຊຸມພາກພື້ນຄັ້ງທີສາມ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຂໍສະແດງຄວາມຍິນດີກັບ ທ່ານ ແສນປະເສີດ ພົມມະລືຊາ, ໄອຍາການແຂວງຈຳປາສັກ ທີ່ເປັນຜູ້ຊະນະເລີດໃນກິດຈະກຳ ການແຂ່ງຂັນຖາມ-ຕອບ ຄວາມຮູ້ດ້ານກົດໝາຍ ໃນກອງປະຊຸມພາກພື້ນ ຈັດຂຶ້ນທີ່ນະຄອນປາກເຊ ໃນເດືອນພະຈິກທີ່ຜ່ານມາ.
 
ກິດຈະກຳການແຂ່ງຂັນຖາມ-ຕອບຄວາມຮູ້ດ້ານກົດໝາຍ ແມ່ນເປັນໜຶ່ງໃນກິດຈະກຳທີ່ສຳຄັນໃນການປະເມີນຄວາມຮູ້ກ່ຽວກັບກົດໝາຍ, ເຊິ່ງໄດ້ຖືກຈັດຂຶ້ນໃນທຸກໆກອງປະຊຸມພາກພື້ນເພື່ອຕ້ານອາຊະຍາກຳທີ່ມີການຈັດຕັ້ງ, ຮ່ວມມືກັນຈັດໂດຍສະຖາບັນ ILSTA ແລະ ອົງການໄອຍະການປະຊາຊົນສູງສຸດ. ເເບບທົດສອບດັ່ງກ່າວນັ້ນແມ່ນປະກອບມີຄຳຖາມກ່ຽວກັບ ກົດໝາຍຫຼາຍຂໍ້ໂດຍເນັ້ນໃສ່ຫົວຂໍ້ກ່ຽວກັບອາຊະຍາກຳທີ່ມີການຈັດຕັ້ງ ແລະ ບັນດາຫົວຂໍ້ທີ່ຖືກນຳສະເໜີໃນກອງປະຊຸມ.



Comments are closed.