ຝຶກອົບຮົມກ່ຽວກັບປະເພດຂອງອາຊະຍາກຳ ແລະ ອາຊະຍາກຳທີ່ມີການຈັດຕັ້ງ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ພ້ອມດ້ວຍ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ (ອອປສ) ໄດ້ຮວ່ມມືກັນຈັດການຝຶກອົບຮົມວຽກງານໄອຍະການ ແລະ ຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງໃຫ້ພະນັກງານວິຊາການທີ່ກຽມເປັນຜູ້ຊ່ວຍພະນັກງານໄອຍະການ.

ຫົວຂໍ້ຂອງການສຳມະນາພາກທຳອິດ ຂອງການຝຶກອົບຮົມຊຸດນີ້ແມ່ນກ່ຽວກັບປະເພດຂອງອາຊະຍາກຳ ແລະ ອາຊະຍາກຳທີ່ມີການຈັດຕັ້ງ. ວາລະໃນການກ່າວເປີດການຝຶກອົບຮົມແມ່ນດຳເນີນໂດຍ ທ່ານນາງ ບຸນໄທ ປັນແກ້ວ, ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ຈາກ ອອປສ ແລະ ທ່ານ ຈອນ ຄອນນໍລີ, ຫົວໜ້າຝ່າຍສື່ສານ ແລະ ເລຂາທິການຄະນະບໍລິຫານສະຖາບັນ ILSTA. ບັນດາຜູ້ເຂົ້າຮ່ວມທັງ 65 ທ່ານຈາກອົງການໄອຍະການຂັ້ນສູນກາງ ແລະ ຂັ້ນແຂວງໄດ້ເຂົ້າຮ່ວມໃນການສົນທະນາ ແລະ ບົດບັນຍາຍ ດຳເນີນໂດຍ ທ່ານ ຄີດ ຟາກູຣາຊັນ, ຊ່ຽວຊານຈາກສະຖາບັນ ILSTA ແລະ ບັນດາຜູ້ແທນຈາກ ອອປສ.

ການຝຶກອົບຮົມຊຸດນີ້ແມ່ນຈະຈັດຂຶ້ນລະຫວ່າງເດືອນ ຕຸລາ ຫາ ພະຈິກ ແລະ ຈະດຳເນີນໄປໂດຍມີການຝຶກອົບຮົມໃນຫຼາຍຫົວຂໍ້ອື່ນໆທີ່ກ່ຽວຂ້ອງກັບອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ.

Comments are closed.