ຜູ້ຊ່ຽວຊານຈາກມະຫາວິທະຍາໄລລຸກຊຳບວກຂຶ້ນໃຫ້ການບັນຍາຍກ່ຽວກັບກົດໝາຍລະຫວ່າງປະເທດ

Happold spider

ຄະນະນິຕິສາດ ແລະ ລັດຖະສາດ ຕ້ອນຮັບຜູ້ຊ່ຽວຊານ ທ່ານ ແມັດທິວ ຮັບໂພລ ຈາກມະຫາວິທະຍາໄລລຸກຊຳບວກ ທີ່ຂຶ້ນໃຫ້ການບັນຍາຍຢູ່ທີ່ ຄະນະນິຕິສາດ ແລະ ລັດຖະສາດ ໃນວັນພຸດ ທີ 13 ມີຖຸນາ ທີ່ຜ່ານມາ. ທ່ານ ຮັບໂພລ ເປັນຜູ້ຊ່ຽວຊານດ້ານ ກົດໝາຍລະຫວ່າງປະເທດພາກລັດ ເຊິ່ງໄດ້ບັນຍາຍລົງເຫຼິກໃນຫົວຂໍ້ ກົດໝາຍລະຫວ່າງປະເທດຢູ່ໃນໂລກທີ່ມີອຳນາດຫຼາຍຂົ້ວ, ທັດສະນະໃນຍຸກຂອງ ທ່ານ ໂດນອລ ທຣັມ, ທ່ານ ປູຕິນ ແລະ ການລາອອກຈາກສະຫະພາບເອີຣົບຂອງອັງກິດ.


ຄູອາຈານ ແລະ ນັກສຶກສາ ກວ່າ 140 ທ່ານ ເຂົ້າຟັງການບັນຍາຍໃນຄັ້ງນີ້, ເຊິ່ງ ທ່ານ ຮັບໂພລ ໄດ້ຍົກໃຫ້ເຫັນເຖິງວິວັດທະນາການຂອງກົດໝາຍລະຫວ່າງປະເທດຕັ້ງແຕ່ອາດີດຈົນເຖິງປັດຈຸບັນ. ທ່ານ ຍັງອະທິບາຍເຖິງແຫຼ່ງທີ່ມາຂອງກົດໝາຍລະຫວ່າງປະເທດ ແລະ ຜົນດີຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງໂລກ, ໂດຍສະເພາະພາຍຫຼັງສົງຄາມໂລກຄັ້ງທີສອງ. ທ່ານ ຍົກໃຫ້ເຫັນຕົວຢ່າງກ່ຽວກັບນະໂຍບາຍການບໍລິຫານຂອງ ປະທານາທິບໍດີ ໂດນອລ ທຣັມ ທີ່ຫັນທິດຈາກການຮ່ວມມືຫຼາຍຝ່າຍ ໄປສູ່ນະໂຍບາຍທີ່ຖືເອົາ ອາເມຣິກາມາກ່ອນ, ເຊິ່ງສິ່ງດັ່ງກ່າວອາດເປັນສັນຍານບົ່ງບອກເຖິງຜົນກະທົບທີ່ມີຕໍ່ລະບົບການເມືອງຂອງໂລກ.


ການບັນຍາຍໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມເປັນຢ່າງດີ ແລະ ດຳເນີນໄປຢ່າງຄຶກຄື້ນໃນລະຫວ່າງການຖາມ-ຕອບ. ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ຂອງ ທ່ານ ຮັບໂພລ ຖືເປັນສ່ວນໜຶ່ງໃນໂຄງການຊ່ວຍເຫຼືອຂອງລັດຖະບານລຸກຊຳບວກ ໃນການຊຸກຍູ້ສົ່ງເສີມທາງດ້ານວຽກງານວິຊາການ ແລະ ທັກສະການວິໄຈທາງກົດໝາຍ ຮ່ວມກັບ ຄະນະນິຕິສາດ ແລະ ລັດຖະສາດ. ການບັນຍາຍເປີດກວ້າງໂດຍສະຖາບັນ ILSTA ຖືເປັນທີ່ຮູ້ຈັກກັນດີໃນກຸ່ມບັນດານັກສຶກສາກົດໝາຍ, ຄູອາຈານ ແລະ ແຂກ ຈາກຄະນະນິຕິສາດ ແລະ ລັດຖະສາດ.

Comments are closed.