ການຜຶກອົບຮົມໃຫ້ຜູ້ຊວ່ຍຜູ້ພິພາກສາ

ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ( ILSTA) ຮ່ວມມືກັບສານປະຊາຊົນສູງສຸດ ສະໜັບສະໜູນການຜຶກອົບຮົມໃຫ້ຜູ້ຊ່ວຍຜູ້ພິພາກສາ ຈໍານວນ 90 ຄົນ ທີ່່ມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍການອົບຮົມດັ່ງກ່າວຖືກຈັດຂື້ນທີ່ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມຂອງສານປະຊາຊົນສູງສຸດທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີເປີດການອົບຮົມດັ່ງກ່າວ ມີທ່ານ ຄໍາພາ ແສງດາລາ, ຮອງປະທານສານປະຊາຊົນສູງສູດ ແລະ ທ່ານ ຣີຊາດ ຟີລິບປາດ, ປະທານສະຖາບັນ ຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ( ILSTA)

ການເເຝິກອົບຮົມ ແມ່ນສຸມໃສ່ພາກປະຕິບັດສາກົນທີ່ພົ້ນເດັ່ນ ແລະ ໜ້າທີ່ໂດຍລວມຂອງຜູ້ຊວ່ຍຜູ້ພິພາກສາ ລວມເຖິງ ພັນທະ ຄວາມຮັບຜິດຊອບໃນລະບົບກົດໝາຍທີ່ແຕກຕ່າງ (ກົດໝາຍທີ່ມີລາຍລັກອັກສອນ ແລະ ກົດໝາຍທີ່ບໍ່ມີລາຍລັກອັກສອນ) ການເຝິກອົບຮົມ ໄດ້ໃຊ້ວິທີການໃນການສົມທຽບ ໜ້າທີ່ ແລະ ພັນທະ ຂອງຜູ້ຊວ່ຍຜູ້ພິພາກສາ ຈາກຫຼາຍໆປະເທດ, ຍົກຕົວຢ່າງເຊັ່ນ, ການເນັ້ນໜັກໃຫ້ເຫັນ ຄວາມແຕກຕ່າງ ແລະ ຄ້າຍຄື ຂອງລາຍລະອຽດວຽກ ຂອງຜູ້ຊວ່ຍຜູ້ພິພາກສາ.

 ຈຸດສົນໃຈພິເສດແມ່ນເນັ້ນໃສ່ ການບໍລິຫານຈັດແຈງ ກໍລະນີຄະດີ, ການເກັບກຳຫຼັກຖານ ແລະ ຂໍ້ມູນພາຍໃນສານ, ລວມເຖິງ ບົດບາດຜູ້ຂອງຊວ່ຍຜູ້ພິພາກສາ ພາຍໃນສານເພື່ອຊວ່ຍໃນການປະຕິບັດໜ້າທີ່ຢ່າງສອດຄອ່ງ. ນອກຈາກນັ້ນ ຊຽວຊານ ຍັງໄດ້ເນັ້ນໜັກເຖິງ ການປະຕິບັດດີເດັ່ນ ແລະ ຫຼັກເກນກົດໝາຍທົ່ວໄປ ທີຈຳເປັນໃນການນຳໃຊ້ເພື່ອ ລະບົບຕຸລາການທີ່ເຂັ້ມແຂງ.

 ການເຝິກອົບຮົມໄດ້ສ້າງ ໝາກຜົນຂອງການແລກປ່ຽນ ລະຫວ່າງ ຜູ້ເຂົ້າຮ່ວມ ແລະ ຊ່ຽວຊານ. ໃນນັ້ນ ການສົນທະນາ ເພື່ອຖອດຖອນ ບົດຮຽນ ແມ່ນໄດ້ແນໃສ່ການແລກປ່ຽນຂໍ້ມູນກ່ຽວກັບ ສະຖານະການພາກປະຕິບັດ, ການນຳໃຊ້ວິທີການ ແລະ ປະສົບການສວ່ນຕົວ.

Comments are closed.