ກອງປະຊຸມເຜີຍແຜ່ວຽກງານການຕ້ານການສໍ້ລາດບັງຫຼວງສຳລັບພະນັກງານກວດກາ, ມະຫາວິທະຍະໄລແຫ່ງຊາດ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ແລະ ຫ້ອງກວດກາມະຫາວິທະຍະໄລແຫ່ງຊາດ ໄດ້ຮ່ວມມືກັນຈັດ “ ກອງປະຊຸມເຜີຍແຜ່ວຽກງານການຕ້ານການສໍ້ລາດບັງຫຼວງສຳລັບພະນັກງານກວດກາ, ມະຫາວິທະຍະໄລແຫ່ງຊາດ “ ຂຶ້ນໃນວັນທີ 22-24 ກໍລະກົດ, ໂດຍການເປັນປະທານຮ່ວມຂອງ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ, ຮອງອະທິການບໍດີ ມະຫາວິທະຍະໄລແຫ່ງຊາດ; ທ່ານ ລິຊາດ ຟີລິບປາກ, ປະທານສະຖາບັນ ILSTA ແລະ ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ, ຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.

ກອງປະຊຸມເຜີຍແຜ່ວຽກງານການຕ້ານການສໍ້ລາດບັງຫຼວງໃນຄັ້ງນີ້, ໄດ້ມີພະນັກງານກວດກາຈາກມະຫາວິທະຍະໄລແຫ່ງຊາດເຂົ້າຮ່ວມເຖິງຫຼາຍກວ່າ 60 ທ່ານ. ຈຸດປະສົງຂອງການຈັດກອງປະຊມແມ່ນກໍເພື່ອສົ່ງເສີມສັກກະຍະພາບ ແລະ ຝຶກອົບຮົມວຽກງານກວດກາໃຫ້ແກ່ພະນັກງານກວດກາໃໝ່.

Comments are closed.