ກອງປະຊຸມກ່ຽວກັບຊັບສິນ ເເລະ ເຕັກໂນໂລຊີທີ່ທັນສະໄໝ

ຜຸ່ພິພາສາຈຳນວນ 60​ ກວ່າທ່ານ ຈາກສະພາປະຊາຊາຊົນສູງສຸດ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ໃນຫົວຂໍ້ “ ຊັບສິນ ເເລະ ເຕັກໂນໂລຊີທີ່ທັນສະໄໝ” ໃນລະຫວ່າງວັນທີ 10 ຫາ 12 ເດືອນ ຕຸລາ ທີ່ນະຄອນຫຼວງວຽງຈັນ.     ບັນດາຜູ່ພິພາກສາທີ່ເຂົ້າຮ່ວມເເມ່ນມາຈາກ 8 ເເຂວງ, ໂດຍມີບັນດາຜູ່ພິພາກສາຈາກເເຂວງທາງພາກເໜືອເຂົ້າຮ່ວມຄື: ເເຂວງ ອຸດົມໄຊ, ບໍ່ເເກ້ວ, ຫຼວງນ້ຳທ່າ ເເລະ ເເຂວງຫຼວງພະບາງ; ຈາກພາກກາງມີ ເເຂວງ ວຽງຈັນ ເເລະ ເເຂວງ ບໍລິຄຳໄຊ; ເເລະ ເເຂວງຈຳປາສັກຈາກພາກໃຕ້.

ຈາກຜົນຂອງການພັດທະນາທາງດ້ານເຕັກໂນໂລຊີໃໝ່ໆ, ໄດ້ສົ່ງຜົນເຮັດໄຟອາດຊະຍາກຳທາງດ້ານອິນເຕີເນັດໄດ້ເລີ່ມຂະຫຍາຍຕົວໄປໃນທິດທາງໃໝ່, ໂດຍໄດ້ມີການນຳໃຊ້ຊື່ໃນການກະທຳຜິດໃໝ່, ວິທິທາງໃໝ່ ເເລະ ຍຸດທະສາດໃໝ່, ເເລະ ມີຜູ້ຖືກເສຍຫາຍຫຼາຍຂຶ້ນກວ່າເກົ່າ. ການທີ່ກົດໝາຍຖືກຈຳກັດ ເເລະ ບໍ່ຖືກບັງຄັບໃຊ້ຢ່າງເຕັມທີ່ນັ້ນ, ໃນດ້ານຄວາມອາດສາມາດ, ອາດສົ່ງຜົນໃຫ້ເກີດມີຂັດຂວາງວິທີທາງເເກ້ໄຂທີ່ເປັນໄປໄດ້ ເເລະ ມີປະສິດຕິພາບຕໍ່ກັບບັນຫາອາຊະຍາກຳທາງອິນເຕີເນັດນີ້ໄດ້.

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ເເລະ ວິຊາການ ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: ການຟອກເງິນ, ອາຊະຍາກຳທາງອິນເຕີເນັດ ເເລະ ສະກຸນເງິນ ດິຈິຕອນ, ພາຍໃຕ້ສະໜັບສະໜູນຈາກລຸກຊຳບວກ ເເລະ ການາດາ.

ທ່ານ ຄຳຜາ ເເສງດາລາ, ຮອງປະທານ ສານປະຊາຊົນສຸງສຸດ ໄດ້ເປັນປະທານໃນງານດັ່ງກ່າວ, ເເລະ ໃນການກ່າວເປີດພິທີທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມຄິດເຫັນຂອງຊ່ຽວຊານຈາກນາໆປະເທດ ເເລະ ການເອື້ອອຳນວຍເຊິ່ງກັນ ເເລະ ກັນ ລະຫວ່າງ ກົດໝາຍ ເເລະ ເເນວທາງປະຕິບັດ ຕໍ່ກັບການຕ້ານ ອາສະຍາກຳທາງອິນເຕີເນັດ.

“ໃນການເເກ້ໄຂບັນຫາເຫຼົ່ານີ້, ການບັງຄັບໃຊ້ກົດໝາຍໂດຍທາງການປະກອບກັບອຳນາດທາງດ້ານການສືບສວນ-ສອບສວນ, ບັນດາໄອຍາການ ເເລະ ຜູ່ພິພາກສາ ເເມ່ນຈະຕ້ອງຕິດຕາມການຂະຫຍາຍຕົວລ່າສຸດຂອງບັນຫາດັ່ງກ່າວ ໃນຫຼາຍໆຂະເເຫນງການ ”

ກອງປະຊຸມດັ່ງກ່າວຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງອະນຸສັນຍາປາເລີໂມ ຫຼື ອານຸສັນຍາວ່າດ້ວຍຕໍ່ຕ້ານອົງການອາຊະຍາກຳຂ້າມຊາດຂອງສະຫະປະຊາຊາດ, ເຊິ່ງ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີເເຕ່ປີ 2003.   ສົນທີສັນຍາປາເລີໂມ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຕໍ່ສູ້ຕ້ານກັບປາກົດການຂອງອົງການອາຊະຍາກຳຂ້າມຊາດເເມ່ນ“ມີການຈະເລີນເຕີບໂຕໄປພ້ອມໆກັບຄວາມອ່ອນເເອຂອງສະຖາບັນຂອງຊາດ ເເລະ ສວຍໃຊ້ໂອກາດໃນການເປີດຊາຍເເດນ, ການຄ້າເສລີ ເເລະ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ.’’

ປະທານຂອງສະຖາບັນໃຫ້ການຊ່ວຍເຫຼືອດ້ານກົດໝາຍ ເເລະ ວິຊາການ, ທ່ານ ຣິຊາດ ຟິລິພາດ ໄດ້ກ່າວໄວ້ວ່າ: ‘’ອົງການອາດຊະຍາກຳເເມ່ນເປັນໄພຄຸກຄາມທີ່ຮ້າຍເເຮງສຳລັບຫຼາຍໆປະເທດ, ໃນອາຊີຕາເວັນອອກສຽງໃຕ້ເເມ່ນໄດ້ປາກົດມີຄວາມສ່ຽງ ເເລະ ທ່າອ່ຽງໃນການເປັນຈຸດດຶງດູດໃໝ່ໃນການກະທຳກິດຈະກຳທີ່ຜິດຕໍ່ກົດໝາຍ.

ໂດຍປະຊາຄົມອາຊຽນເອງເເມ່ນມີຄວາມຈຳເປັນໃນການເພີ່ມຄວາມພະຍາຍາມຕໍ່ກັບການຕໍ່ຕ້ານອົງການອາຊະຍາກຳຂ້າມຊາດ.

ເເລະ ບັນດາປະເທດທີ່ກຳລັງພັດທະນາເເມ່ນກຳລັງຢູ່ໃນເເນວໜ້າຕໍ່ກັບບັນຫາດັ່ງກາວຢູ່. ສະນັ້ນ, ພວກເຮົາຕ້ອງພິຈາລະນາໄວ້ສະເໝີວ່າ ອາຊະຍາກຳທາງອິນເຕີເນັດເເມ່ນບັນຫາທີ່ທ້າທາຍສຳລັບອົງການຈັດຕັ້ງຂອງລັດ ເເລະ ອາດສົ່ງຜົນກະທົບຕໍ່ກັບເເນວທາງການພັດທະນາປະເທດຊາດໄດ້. ‘’

ກອງປະຊຸມສຳມະນາສາມມື້ໄດ້ດຶງເອົາຊ່ຽວຊານທ້ອງຖິ່ນຈາກ ສະຖາບັນໃຫ້ຄວາມຊ່ວຍເຫຼືອກົດໝາຍ ເເລະ ວິຊາການ, ສານປະຊາຊົນສູງສຸດ, ທະນາຄານເເຫ່ງ ສປປ ລາວ, ອົງການຕໍ່ຕ້ານການຟອກເງິນ ເເລະ ສູນສະກັດກັ້່ນ ເເລະ ເເກ້ໄຂເຫດສຸກເສີນທາງຄອມພິວເຕີ.

ສປປ ລາວ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນ ເເລະ ສະກັດກັ້່ນອາຊະຍາກຳທາງອິນເຕີເນັດ ໃນປີ 2015, ສໍາລັບການຕິດຕາມຊອກຮູ້ ເເລະ ສັ່ງຟ້ອງຄະດີທີ່ມີຄວາມຊັບຊ້ອນສູງ ເເລະ ກ່ຽວຂ້ອງກັບເຕັກໂນໂລຊີ    ໃໝ່ໆຈະຕ້ອງມີການເສີມຂະຫຍາຍຄວາມສາມາດທາງດ້ານເຕັກນິກໄປພ້ອມກັນ.

 

Comments are closed.