ກອງປະຊຸມສຳມະນາກ່ຽວກັບ “ ປະເພດອາຊະຍາກຳ ແລະ ອາຊະຍາກຳທີ່ມີການການຈັດຕັ້ງ ” 

ຮ່ວມກັບອົງການໄອຍະການປະຊາຊົນສູງສຸດ, ILSTA ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ ປະເພດອາຊະຍາກຳ ແລະ ອາຊະຍາກຳທີ່ມີການການຈັດຕັ້ງ ”  ໃນວັນທີ 28 ມັງກອນທີ່ຜ່ານມາ.

ບົດບັນຍາຍໄດ້ສຸມໃສ່ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງຂອງການຈັດແບ່ງປະເພດກິດຈະກຳການກະທຳຜິດທາງອາຍາ ແລະ ການແບ່ງປັນການປະຕິບັດທີ່ດີທີ່ສຸດຂອງສາກົນໃນຂົງເຂດດັ່ງກ່າວ. ເຊິ່ງກອງປະຊຸມສຳມະນາທີ່ຖືກຈັດຂຶ້ນນີ້ ແມ່ນໄດ້ເຂົ້າຮ່ວມໂດຍໄອຍະການ ຈຳນວນ 24 ທ່ານຈາກບັນດາແຂວງພາກເໜືອ.

ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ເຮັດໜ້າທີ່ເປັນເວທີສຳລັບການເຜີຍແຜ່ກົດໝາຍອາຍາລາວ ແລະເອກະສານອົບຮົມດ້ານກົດໝາຍອື່ນໆ.

 

Comments are closed.