ກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳແບບມີການຈັດຕັ້ງ ແລະ ປະເພດຂອງອາຊະຍາກຳ ທີ່ແຂວງຊຽງຂວາງ.

ILSTA, ຮ່ວມມືກັບອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳແບບມີການຈັດຕັ້ງ ແລະ ປະເພດຂອງອາຊະຍາກຳຂຶ້ນ ໃນວັນທີ 31 ມັງກອນ ທີ່ແຂວງຊຽງຂວາງ.

ໂດຍການເປັນປະທານຂອງ ທ່ານ ນາງ ບຸນໄທ ປັນແກ້ວ, ຫົວໜ້າກົມແຜນການ ແລະ ການຮ່ວມມືກັບຕ່າງປະເທດ, ອົງການໄອຍະການປະຊາຊົນສູງສຸດ, ທ່ານ ຈັນໄຄ ສຸດທິຈັກ, ຫົວໜ້າອົງການປະຊາຊົນແຂວງຊຽງຂວາງ ແລະ ທ່ານ ຈອນ ຄອນນໍລີ ຜູ້ອຳນວຍການສະຖາບັນ ILSTA.

ຖືເປັນອີກໜຶ່ງບາດກ້າວໃນການສ້າງຄວາມເຂັ້ມແຂງ ແລະ ເຜີຍແຜ່ຂໍ້ມູນ. ກອງປະຊຸມດັ່ງກ່າວໄດ້ລວບລວມ ພະນັກງານລັດ ຈຳນວນ 40 ກວ່າທ່ານ ຈາກຂັ້ນສູນກາງ ແລະ ແຂວງ ເພື່ອແລກປ່ຽນບົດຮຽນກ່ຽວກັບທິດສະດີ ແລະ ປະເພດກິດຈະກຳທາງອາຍາ. ພ້ອມດຽວກັນນັ້ນ, ເອກະສານການຝຶກອົບຮົມຈຳນວນໜຶ່ງ ແລະ ປະມວນກົດໝາຍອາຍາລາວ ກໍໄດ້ຖືກເຜີຍແຜ່ໃຫ້ຜູ້ເຂົ້າຮ່ວມທັງໝົດ.

Comments are closed.