ການຝຶກອົບຮົມວຽກງານ “ການພິຈາລະນາຕັດສິນຄະດີດ້ວຍຜູ້ພິພາກສາຜູ້ດຽວ”

ສະຖາບັນ ILSTA ຮວ່ມມືກັບ ສານປະຊາຊົນສູງສຸດຈັດເປີດການຝຶກອົບຮົມວຽກງານ “ ການພິຈາລະນາຕັດສີນຄະດີດ້ວຍຜູ້ພິພາກສາຜູ້ດຽວ ”, ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມສານປະຊາຊົນສູງສຸດ. ການຈັດສຳມະນາຄັ້ງນີ້ແມ່ນເພື່ອສ້າງຄວາມສາມາດໃຫ້ແກ່ບັນດາຜູ້ພິພາກສາເພື່ອເປັນການສ້າງການຫັນປ່ຽນທີ່ສຳຄັນ ໃນສານຜູ້ພິພາກສາຄົນດຽວໃນລະດັບສານເຂດ.

ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເປັນປະທານ ໂດຍ ທ່ານ ຄໍາພາ ແສງດາຣາ, ປະທານສານປະຊາຊົນສູງສຸດ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການ ILSTA. ການສຳມະນາໄດ້ເຕົ້າໂຮມຜູ້ພິພາກສາ ແລະ ຫົວໜ້າ ສານປະຈຳແຂວງ ຈຳນວນ 84 ທ່ານ ແລະ ດຳເນີນໄປເປັນເວລາ 5 ວັນ. ໃນໄລຍະຂອງການສຳມະນາ, ສະຖາບັນ ILSTA ໄດ້ຊວ່ຍໃນການແຈກຢາຍ ແລະ ເຜີຍແຜ່ປຶ້ມປະມວນກົດໝາຍອາຍາ ໃຫ້ແກບັນດາຜູ້ເຂົ້າຮວ່ມໃນການຝຶກອົບຮົມ.

Comments are closed.