ການຝຶກອົບຮົມ “ວຽກງານການຂຽນຄຳຕັດສີນ” ໃຫ້ແກ່ຜູ້ພິພາກສາສານປະຊາຊົນເຂດ

ພິທີເປີດຝຶກອົບຮົມ “ວຽກງານການຂຽນຄຳຕັດສີນ” ໃຫ້ແກ່ຜູ້ພິພາກສາສານປະຊາຊົນເຂດໃນທົ່ວປະເທດ ໄດ້ຖືກໄຂຂຶ້ນ ໃນຕອນເຊົ້າຂອງມື້ນີ້, ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ, ໂດຍຮ່ວມມືລະຫວ່າງສານປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ.
ການຝຶກອົບຮົມດັ່ງກ່າວ ໄດ້ເປີດຂຶ້ນໂດຍການເປັນປະທານ ຂອງ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ລິຊາດ ຟີລິບປາກ ປະທານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ. ພ້ອມທັງ, ເຕົ້າໂຮມເອົາບັນດາຜູ້ພິພາກສາສານປະຊາຊົນເຂດໃນທົ່ວປະເທດຈໍານວນ 59 ທ່ານ; ລວມເຖິງ, ບັນດາຫົວໜ້າກົມ, ຮອງກົມ ແລະ ຫົວໜ້າຄະນະສານ ຂອງສານປະຊາຊົນສູງສຸດ.
ຈຸດປະສົງຂອງການຈັດການຝຶກອົບຮົມໃນຄັ້ງນີ້ ແມ່ນກໍເພື່ອການເສີມສ້າງທັກສະການຂຽນຄຳຕັດສີນຂອງຜູ້ພິພາກສາໃຫ້ມີຄວາມເປັນເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແລະ ເຮັດໃຫ້ການພິຈາລະນາຕັດສິນມີຄວາມວ່ອງໄວ, ຖືກຕ້ອງ ແລະ ຍຸຕິທໍາ.
 
Comments are closed.