ກິດຈະກຳຕ້ານສໍ້ລາດບັງຫຼວງຂຶ້ນ ທີ່ໂຮງຮຽນມັດທະຍົມສົມບູນສີໂຄດ

ໂດຍການຮ່ວມມືກັບ ອົງການກວດກາລັດ, ສະຖາບັນ ILSTA ໄດ້ຈັດກິດຈະກຳຕ້ານສໍ້ລາດບັງຫຼວງຂຶ້ນ, ທີ່ໂຮງຮຽນມັດທະຍົມສົມບູນສີໂຄດ ໃນວັນທີ 19 ມີນາ ທີ່ຜ່ານມາ. ກິດຈະກຳດັ່ງກ່າວ ແມ່ນໃຫ້ກຽດເປັນປະທານໂດຍ ທ່ານ ເທບພະໄທ ພັນກ້າ, ຮອງຫົວໜ້າກົມກວດກາຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ, ທ່ານ ບຸນຈັນ ສີສຸກ, ຜູ້ອຳນວຍການ ໂຮງຮຽນມັດທະຍົມສົມບູນສີໂຄດ ແລະ ທ່ານນາງ ອາລີນາ ທີມຸດ, ເຈົ້າໜ້າທີ່ໂຄງການຈາກສະຖາບັນ ILSTA.
ນັກຮຽນ ແລະ ຄູອາຈານ ຈຳນວນ 205 ຄົນ ເຂົ້າຮ່ວມບົດບັນຍາຍກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແລະ ບົດບາດຂອງອົງການກວດກາລັດ, ນຳສະເໜີໂດຍ ທ່ານນາງ ອາລິນາ ແລະ ຜູ້ຕາງໜ້າຈາກ ອົງການກວດກາລັດ. ທີມງານສະຖາບັນ ILSTA ໄດ້ສາຍວິດີໂອ ກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ ແລະ ແນະນຳຜູ້ເຂົ້າຮ່ວມກ່ຽວກັບ ສື່ online ໃນການສຶກສາດ້ານກົດໝາຍ, ຜ່ານຊຸດວີດີໂອສູ່ຄວາມຮູ້ດ້ານກົດໝາຍ ແລະ ການຕ້ານສໍ້ລາດບັງຫຼວງ ຂອງທາງສະຖາບັນ ILSTA.
ທ່ານ ບຸນຈັນ ສີສຸກ, ຜູ້ອຳນວຍການໂຮງຮຽນ ໄດ້ຮັບໂປສເຕີກ່ຽວກັບ ຮູບແບບຂອງການສໍ້ລາດບັງຫຼວງ ຈາກສະຖາບັນ ILSTA. ພາຍຫລັງບົດບັນຍາຍ, ນັກຮຽນ ແລະ ຄູອາຈານ ໄດ້ເຂົ້າຮ່ວມໃນກິດຈະກຳການຖາມ-ຕອບ ຢ່າງຄຶກຄື້ນ, ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບປື້ມຂຽນ ແລະ ອຸປະກອນການສຶກສາພາຍຫລັງກິດຈະກຳດັ່ງກ່າວ.
Comments are closed.