ທ່ານສາມາດອ່ານບົດລາຍງານກອງປະຊຸມປະຈໍາປີຂອງພວກເຮົາ, ທັງກອງປະຊຸມລະດັບຊາດ ແລະ ລະດັບພາກໄດ້ ທີ່ນີ້.
Author Archive | Keith
ຜູ້ຊ່ຽວຊານຈາກມະຫາວິທະຍາໄລລຸກຊຳບວກຂຶ້ນໃຫ້ການບັນຍາຍກ່ຽວກັບກົດໝາຍລະຫວ່າງປະເທດ
ຄະນະນິຕິສາດ ແລະ ລັດຖະສາດ ຕ້ອນຮັບຜູ້ຊ່ຽວຊານ ທ່ານ ແມັດທິວ ຮັບໂພລ ຈາກມະຫາວິທະຍາໄລລຸກຊຳບວກ ທີ່ຂຶ້ນໃຫ້ການບັນຍາຍຢູ່ທີ່ ຄະນະນິຕິສາດ ແລະ ລັດຖະສາດ ໃນວັນພຸດ ທີ 13 ມີຖຸນາ ທີ່ຜ່ານມາ. ທ່ານ ຮັບໂພລ ເປັນຜູ້ຊ່ຽວຊານດ້ານ ກົດໝາຍລະຫວ່າງປະເທດພາກລັດ ເຊິ່ງໄດ້ບັນຍາຍລົງເຫຼິກໃນຫົວຂໍ້ ກົດໝາຍລະຫວ່າງປະເທດຢູ່ໃນໂລກທີ່ມີອຳນາດຫຼາຍຂົ້ວ, ທັດສະນະໃນຍຸກຂອງ ທ່ານ ໂດນອລ ທຣັມ, ທ່ານ ປູຕິນ ແລະ ການລາອອກຈາກສະຫະພາບເອີຣົບຂອງອັງກິດ. ຄູອາຈານ ແລະ ນັກສຶກສາ ກວ່າ 140 ທ່ານ ເຂົ້າຟັງການບັນຍາຍໃນຄັ້ງນີ້, ເຊິ່ງ ທ່ານ ຮັບໂພລ ໄດ້ຍົກໃຫ້ເຫັນເຖິງວິວັດທະນາການຂອງກົດໝາຍລະຫວ່າງປະເທດຕັ້ງແຕ່ອາດີດຈົນເຖິງປັດຈຸບັນ. ທ່ານ ຍັງອະທິບາຍເຖິງແຫຼ່ງທີ່ມາຂອງກົດໝາຍລະຫວ່າງປະເທດ ແລະ ຜົນດີຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງໂລກ, ໂດຍສະເພາະພາຍຫຼັງສົງຄາມໂລກຄັ້ງທີສອງ. ທ່ານ ຍົກໃຫ້ເຫັນຕົວຢ່າງກ່ຽວກັບນະໂຍບາຍການບໍລິຫານຂອງ ປະທານາທິບໍດີ ໂດນອລ ທຣັມ ທີ່ຫັນທິດຈາກການຮ່ວມມືຫຼາຍຝ່າຍ ໄປສູ່ນະໂຍບາຍທີ່ຖືເອົາ ອາເມຣິກາມາກ່ອນ, […]
ບົດລາຍງານກອງປະຊຸມ 2018
ທ່ານສາມາດເບິ່ງ ບົດລາຍງານປະຈຳປີ 2018 ກ່ຽວກັບກອງປະຊຸມສ້າງຄວາມເຂັ້ມແຂງ ແລະ ການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງຢູ່ໃນ ສປປ ລາວ ໄດ້ທີ່ນີ້. ບົດລາຍງານສະບັບພາສາລາວ ບົດລາຍງານສະບັບພາສາອັງກິດ
ແມ່ນໃຜແດ່ທີ່ມີສ່ວນຮ່ວມໃນສານອາຍາ?
ໃນວັນພຸດ ທີ 23 ພຶດສະພາ ທີ່ຜ່ານມາ, ດຣ. ເຮເລັນ ເດີ ກີສ, ຜູ້ປະສານງານ ຂອງມະຫາວິທະຍາໄລລຸກຊຳບວກປະຈຳນະຄອນຫຼວງວຽງຈັນ ໄດ້ໃຫ້ການບັນຍາຍກ່ຽວກັບ ຫົວຂໍ້ “ແມ່ນໃຜແດ່ທີ່ມີສ່ວນຮ່ວມໃນສານອາຍາ.” ການບັນຍາຍຖືເປັນໜຶ່ງໃນຂົງເຂດການຮ່ວມມືລະຫວ່າງ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ແລະ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ດຣ. ເຮເລັນ ໄດ້ອະທິບາຍເຖິງບົດບາດສຳຄັນຂອງຜູ້ທີ່ມີສ່ວນຮ່ວມໃນການດຳເນີນຄະດີອາຍາ ນັບຕັ້ງແຕ່ຜູ້ພິພາກສາ ຈົນເຖິງ ຈຳເລີຍ. ຄູອາຈານ ແລະ ນັກສຶກສາ ຫຼາຍກວ່າ 120 ທ່ານ ໄດ້ເຂົ້າຟັງການບັນຍາຍໃນຄັ້ງນີ້ ເຊິ່ງນັກສຶກສາກໍໃຫ້ຄວາມສົນໃຈຫຼາຍ ສະແດງອອກຜ່ານການສົນທະນາແລກປ່ຽນ ຖາມ-ຕອບ ກ່ອນການບັນຍາຍສິ້ນສູດລົງ.
ສິດຂອງຝ່າຍຈຳເລີຍໃນການດຳເນີນຄະດີທາງອາຍາ
“ສິດຂອງຝ່າຍຈຳເລີຍໃນການດຳເນີນຄະດີທາງອາຍາ” ເປັນຫົວຂໍ້ຂອງການບັນຍາຍເປີດກວ້າງ ນຳສະເໜີໂດຍ ທ່ານ ເຟເດີລິກ ລາມີຣອຍ, ທະນາຍຄວາມຈຳເລີຍໃນຄະດີອາຍາ ຈາກປະເທດ ແບນຊິກ ໃນວັນທີ 17 ມັງກອນ 2018 ທີ່ຜ່ານມາ.ທ່ານ ເຟເດີລິກ ໄດ້ຍົກໃຫ້ເຫັນເຖິງສົນທິສັນຍາສາກົນ ແລະ ພາກພື້ນທີ່ກ່ຽວຂ້ອງ ເຊິ່ງໄດ້ກຳນົດສິດຂອງຝ່າຍຈຳເລີຍໃນການດຳເນີນຄະດີທາງອາຍາ. ນອກນັ້ນ, ການບັນຍາຍຍັງຍົກໃຫ້ເຫັນບາງມາດຕາຂອງກົດໝາຍ ແລະ ຄະດີທີ່ເກີດຂຶ້ນໃນແບນຊິກ ເຊິ່ງມີຜູ້ທີ່ສົນໃຈເຂົ້າຮ່ວມຫຼາຍກວ່າ 50 ຄົນ. ການຈັດການບັນຍາຍຖືເປັນໜຶ່ງໃນຂົງເຂດການຮ່ວມມືລະຫວ່າງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA), ແລະ ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ. ຜ່ານການບັນຍາຍ ກໍຕິດຕາມດ້ວຍ ການແລກປ່ຽນຄວາມຄິດເຫັນ ແລະ ຖາມ-ຕອບ ເຊິ່ງໄດ້ຮັບຄວາມສົນໃຈຈາກ ຜູ້ເຂົ້າຮ່ວມເປັນຢ່າງດີ.