
This record is available in the original Lao. An English version is not available in the source archive.
ກິດຈະກຳການຕ້ານສໍ້ລາດບັງຫຼວງ ໂດຍຮ່ວມມືກັບ ອົງການກວດກາລັດ ໄດ້ຈັດຂື້ນທີ່ ມະຫາວິທະຍາໄລແຫ່ງຊາດ ໃນອາທິດແລ້ວນີ້. ອາຈານ ແລະ ນັກສຶກສາ ຈຳນວນ 300 ຄົນ ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ເຂົ້າຮ່ວມ ໃນ 3 ບົດບັນຍາຍ ແລະ ກິດຈະກຳການຖາມ-ຕອບ, ນຳພາໂດຍ ທ່ານ ໄຊຄຳ ອຸ່ນມີໄຊ, ຮອງປະທານອົງການກວດກາລັດຖະບານ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ, ຮອງອະທິການບໍດິມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA. ສິ່ງພິມກ່ຽວກັບການຕ້ານສໍ້ລາດບັງຫຼວງ ພ້ອມດ້ວຍປ້າຍໂຄສະນາຈາກສະຖາບັນ ILSTA ທີ່ປະກອບດ້ວຍ ທ້າວ ບຸນ, ຕົວລະຄອນກາຕູນໃນວິດີໂອຕ້ານການສໍ້ລາດບັງຫຼວງ, ໄດ້ຖືກມອບໃຫ້ກົມກວດກາ ຂອງມະຫາວິທະຍາໄລແຫ່ງຊາດ ຢ່າງເປັນທາງການ.
Archived ILSTA publication.
Historical archive: the text reflects the original publication and may describe laws, roles or opportunities as they stood at that time.
